Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 13:27 - ພຣະຄຳພີສັກສິ

27 ພຣະອົງ​ໄດ້​ເຫັນ​ເຈົ້າ​ເຮັດ​ສິ່ງ​ຕ່າງໆ​ທີ່​ພຣະອົງ​ກຽດຊັງ. ພຣະອົງ​ໄດ້​ເຫັນ​ເຈົ້າ​ແລ່ນ​ຕາມ​ບັນດາ​ພະ​ຕ່າງຊາດ​ທີ່​ເທິງ​ເນີນພູ​ແລະ​ທີ່​ທົ່ງນາ ດັ່ງ​ຊາຍ​ຜູ້ໜຶ່ງ​ທີ່​ແລ່ນຕາມ​ເມຍ​ຂອງ​ເພື່ອນບ້ານ​ຢ່າງ​ບ້າ​ຕັນຫາ ຫລື​ດັ່ງ​ມ້າ​ຖືເຊີງ​ແລ່ນຕາມ​ມ້າ​ໂຕ​ແມ່ ຊາວ​ນະຄອນ​ເຢຣູຊາເລັມ​ເອີຍ ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ເມື່ອໃດ​ນໍ​ພວກເຈົ້າ​ຈຶ່ງ​ຈະ​ບໍຣິສຸດ?

Uka jalj uñjjattʼäta Copia luraña




ເຢເຣມີຢາ 13:27
32 Jak'a apnaqawi uñst'ayäwi  

ຜູ້ຂ້າຄົນ​ນັ້ນ​ຈະ​ຈອງຫອງ​ໄປ​ເຫິງ​ປານໃດ? ຄູຍໂມ້​ເຖິງ​ອາດຊະຍາກຳ​ຂອງ​ພວກເຂົາ​ໄປ​ອີກ​ນານ​ເທົ່າໃດ?


ປະຊາຊົນ​ຂອງຂ້ອຍ​ເອີຍ ເຫດໃດ​ຈຶ່ງ​ໂງ່​ຢ່າງນີ້? ເມື່ອໃດ​ພວກເຈົ້າ​ຈະ​ຮໍ່າຮຽນ​ເປັນ​ຄົນສະຫລາດ?


“ຄົນໂງ່ຈ້າ​ເອີຍ ພວກເຈົ້າ​ຢາກ​ເປັນ​ຄົນໂງ່ຈ້າ​ຢູ່​ອີກ​ເຫິງ​ປານໃດ? ພວກເຈົ້າ​ຍັງ​ຈະ​ພໍໃຈ​ກັບ​ການ​ດູໝິ່ນ​ປະໝາດ​ຄວາມຮູ້​ຢູ່​ບໍ? ພວກເຈົ້າ​ຈະ​ບໍ່​ຮໍ່າຮຽນ​ເອົາ​ຈັກເທື່ອ​ບໍ?


ພວກເຈົ້າ​ໄດ້​ຂຶ້ນ​ໄປ​ທີ່​ເທິງ​ພູ​ໜ່ວຍສູງໆ ເພື່ອ​ຖວາຍບູຊາ​ແລະ​ສົມສູ່ກັນ​ທາງເພດ.


ແຕ່​ເຮົາ​ຈະ​ຕອບແທນ​ການບາບ​ທີ່​ພວກເຂົາ​ໄດ້​ເຮັດ ພ້ອມ​ທັງ​ການບາບ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ. ພວກເຂົາ​ໄດ້​ເຜົາ​ເຄື່ອງຫອມ​ບູຊາ​ພະ​ຂອງ​ຊາວ​ຕ່າງຊາດ​ທີ່​ເນີນພູ ແລະ​ໄດ້​ເວົ້າ​ສິ່ງ​ທີ່​ຊົ່ວຮ້າຍ​ໃສ່​ເຮົາ. ສະນັ້ນ ເຮົາ​ຈຶ່ງ​ຈະ​ລົງໂທດ​ພວກເຂົາ ໃຫ້​ສະສົມ​ກັບ​ບາບກຳ​ຂອງ​ພວກເຂົາ​ໃນ​ອະດີດ.”


ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ຜູ້​ທີ່​ເຮົາ​ຮັກ​ກຳລັງ​ເຮັດ​ຊົ່ວ. ພວກເຂົາ​ມີ​ສິດ​ຫຍັງ​ຈຶ່ງ​ມາ​ຢູ່​ໃນ​ວິຫານ​ຂອງເຮົາ? ພວກເຂົາ​ຄິດວ່າ​ຈະ​ໜີພົ້ນ​ຈາກ​ຄວາມ​ຈິບຫາຍ​ໄດ້ ດ້ວຍ​ຄຳສັນຍາ​ຕ່າງໆ ແລະ​ດ້ວຍ​ເຜົາ​ສັດ​ຖວາຍບູຊາ​ບໍ? ພວກເຂົາ​ຄິດວ່າ​ຈະ​ໄດ້​ມີ​ຄວາມສຸກ​ກັບ​ສິ່ງນັ້ນ​ຊັ້ນບໍ?


ເມື່ອ​ໂຢສີຢາ​ຂຶ້ນ​ເປັນ​ກະສັດ ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ເຈົ້າ​ບໍ່​ເຫັນ​ຫລື​ວ່າ​ອິດສະຣາເອນ ຍິງ​ທີ່​ບໍ່​ສັດຊື່​ໄດ້​ເຮັດ​ແນວໃດ? ອິດສະຣາເອນ​ໄດ້​ຫັນໜີ​ໄປ​ຈາກ​ເຮົາ ແລະ​ຕາມ​ເນີນ​ທີ່ສູງ​ກັບ​ຢູ່​ກ້ອງ​ກົກໄມ້​ໃບຂຽວ​ທຸກໆ​ກົກ ນາງ​ໄດ້​ເຮັດ​ດັ່ງ​ຍິງ​ແມ່ຈ້າງ.


ແລ້ວ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກໍ​ກ່າວ​ວ່າ ວິບັດ​ເປັນ​ຂອງເຈົ້າ​ສາ​ແລ້ວ ຊ່າງ​ເຄາະກຳ​ແທ້ໆ ເຈົ້າ​ໄດ້​ເຮັດ​ສິ່ງ​ທີ່​ຊົ່ວຊ້າ​ເຫຼົ່ານັ້ນ​ທັງໝົດ


ມື​ນັ້ນ​ພື​ໜັງສື​ມ້ວນ​ອອກ ແລະ​ຂ້າພະເຈົ້າ​ກໍໄດ້​ເຫັນ​ຄຳ​ຂຽນ​ໄວ້​ທັງສອງ​ໜ້າ ເປັນ​ບົດ​ຮ້ອງໄຫ້​ອາໄລ​ອາວອນ ແລະ​ຄໍ່າຄວນ.


ເຮົາ​ໄດ້​ນຳ​ພວກເຂົາ​ໄປ​ສູ່​ດິນແດນ ຊຶ່ງ​ເຮົາ​ໄດ້​ສັນຍາ​ວ່າ​ຈະ​ມອບ​ໃຫ້. ເມື່ອ​ພວກເຂົາ​ໄດ້​ເຫັນ​ເນີນພູ​ສູງ ແລະ​ຕົ້ນໄມ້​ໃບຂຽວ ພວກເຂົາ​ໄດ້​ຖວາຍ​ເຄື່ອງບູຊາ​ແກ່​ສິ່ງ​ເຫຼົ່ານັ້ນ. ພວກເຂົາ​ເຮັດ​ໃຫ້​ເຮົາ​ໂກດຮ້າຍ​ດ້ວຍ​ເຄື່ອງບູຊາ​ຕ່າງໆ​ທີ່​ພວກເຂົາ​ໄດ້​ເຜົາ ແລະ​ດ້ວຍ​ເຫຼົ້າ​ອະງຸ່ນ​ທີ່​ພວກເຂົາ​ໄດ້​ເທ​ລົງ​ເປັນ​ເຄື່ອງບູຊາ.


ເຖິງ​ແມ່ນ​ວ່າ​ຂີ້ໝ້ຽງ​ຈະ​ບໍ່​ສູນຫາຍ​ໄປ​ໃນ​ໄຟ​ໝົດ​ກໍດີ.


ນະຄອນ​ເຢຣູຊາເລັມ​ເອີຍ ການກະທຳ​ອັນ​ຜິດ​ສິນທຳ​ຕ່າງໆ​ຂອງເຈົ້າ​ນັ້ນ ໄດ້​ເຮັດ​ໃຫ້​ເຈົ້າ​ເປັນ​ມົນທິນ. ແມ່ນ​ວ່າ​ເຮົາ​ພະຍາຍາມ​ຊຳລະ​ເຈົ້າ​ໃຫ້​ບໍຣິສຸດ​ກໍດີ ເຈົ້າ​ກໍ​ຍັງ​ມີ​ມົນທິນ​ຢູ່. ເຈົ້າ​ຈະ​ບໍ່​ສະອາດ​ແທ້ ຈົນກວ່າ​ເຈົ້າ​ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ອັນ​ເຕັມ​ຂະໜາດ​ຂອງເຮົາ.


ສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ວິບັດ​ເປັນ​ຂອງ​ເມືອງ​ແຫ່ງ​ພວກ​ຄາດຕະກອນ​ສາ​ແລ້ວ ມັນ​ເປັນ​ດັ່ງ​ໝໍ້ຂາງ​ຂີ້ໝ້ຽງ​ທີ່​ລ້າງ​ໃຫ້​ສະອາດ​ບໍ່ໄດ້. ພວກເຂົາ​ໄດ້​ຢິບ​ເອົາ​ຊີ້ນ​ອອກ​ເທື່ອແລ້ວ​ເທື່ອອີກ ຈົນ​ມັນ​ບໍ່ມີ​ເຫຼືອ​ຢູ່​ເລີຍ.


ເຮົາ​ຈະ​ເອົາ​ນໍ້າ​ສະອາດ​ຫົດສົງ​ພວກເຈົ້າ​ໃຫ້​ພົ້ນ​ມົນທິນ​ທັງໝົດ ອັນ​ເນື່ອງ​ມາ​ຈາກ​ການຂາບໄຫວ້​ຮູບເຄົາຣົບ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, ‘ອີກ​ຄັ້ງ​ໜຶ່ງ ເຮົາ​ຈະ​ໃຫ້​ຊາວ​ອິດສະຣາເອນ ຂໍ​ຄວາມ​ຊ່ວຍເຫລືອ​ຈາກ​ເຮົາ; ແລະ​ເຮົາ​ຈະ​ໃຫ້​ພວກເຂົາ​ເພີ່ມ​ຂຶ້ນ​ເປັນ​ຈຳນວນພົນ​ອັນ​ຫລວງຫລາຍ ດັ່ງ​ຝູງແກະ.


ຊາກສົບ​ທັງຫລາຍ​ຈະ​ກະຈັດ​ກະຈາຍ ປະປົນ​ຢູ່​ກັບ​ຮູບເຄົາຣົບ​ຕ່າງໆ​ອ້ອມ​ແທ່ນບູຊາ ມັນ​ຈະ​ຖືກ​ກະຈັດ​ກະຈາຍ​ໄປ​ທົ່ວ​ເນີນພູ​ສູງ, ຢູ່​ເທິງ​ຈອມພູ​ທຸກໆໜ່ວຍ, ຢູ່​ກ້ອງ​ຕົ້ນໄມ້​ໃບຂຽວ ແລະ​ຕົ້ນໂອກ​ທຸກ​ຕົ້ນ ຄື​ຢູ່​ໃນ​ທຸກ​ບ່ອນ​ທີ່​ພວກເຂົາ​ໄດ້​ເຜົາ​ເຄື່ອງ​ບູຊາ​ຖວາຍ​ແກ່​ຮູບເຄົາຣົບ​ຂອງ​ພວກເຂົາ. ແລ້ວ​ທຸກຄົນ​ກໍ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.


ເມື່ອ​ພຣະເຈົ້າຢາເວ​ກ່າວ​ຕໍ່​ຊາດ​ອິດສະຣາເອນ ຄັ້ງ​ທຳອິດ​ຜ່ານ​ທາງ​ໂຮເສອາ​ນັ້ນ. ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ເພິ່ນ​ວ່າ, “ຈົ່ງ​ໄປ​ແຕ່ງງານ ແຕ່​ເມຍ​ຂອງ​ເຈົ້າ​ຈະ​ບໍ່​ສັດຊື່ ແລະ​ລູກໆ​ຂອງ​ເຈົ້າ​ກໍ​ຈະ​ເປັນ​ດັ່ງ​ແມ່. ລັກສະນະ​ດຽວກັນ​ນີ້​ແຫຼະ ປະຊາຊົນ​ຂອງເຮົາ​ໄດ້​ໜີປະ​ເຮົາ​ແລະ​ບໍ່​ສັດຊື່​ຕໍ່​ພຣະເຈົ້າຢາເວ.”


ພວກເຂົາ​ເຮັດ​ຄຳສັນຍາ​ແລະ​ລະເມີດ​ຄຳສັນຍາ​ນັ້ນ. ພວກເຂົາ​ຂີ້ຕົວະ, ເປັນ​ຄາດຕະກອນ, ຂີ້ລັກ ແລະ​ຫລີ້ນຊູ້​ສູ່ຜົວເມຍ​ຄົນອື່ນ. ອາຊະຍາກຳ​ມີ​ເພີ່ມ​ຂຶ້ນ ແລະ​ການ​ຂ້າຟັນກັນ​ກໍ​ມີ​ຢູ່​ທຸກ​ມື້​ທຸກ​ເວັນ.


ເຮົາ​ກຽດຊັງ​ຮູບ​ງົວ​ຄຳ​ທີ່​ຊາວ​ເມືອງ​ຊາມາເຣຍ​ຂາບໄຫວ້. ເຮົາ​ຄຽດແຄ້ນ​ພວກເຂົາ. ຍັງ​ເຫິງ​ປານໃດ​ນໍ ພວກເຂົາ​ຈຶ່ງ​ຈະ​ປະຖິ້ມ​ການ​ຂາບໄຫວ້​ຮູບເຄົາຣົບ​ນີ້?


ເຄາະກຳ​ເປັນ​ຂອງ​ນະຄອນ​ເຢຣູຊາເລັມ​ສາ​ແລ້ວ ຄື​ເປັນ​ເມືອງ​ທີ່​ເສື່ອມເສຍ ແລະ​ເປັນ​ກະບົດ ທີ່​ກົດຂີ່​ຂົ່ມເຫັງ​ປະຊາຊົນ​ຂອງ​ຕົນເອງ.


ວ່າ, “ວິບັດ​ແກ່​ເຈົ້າ ເມືອງ​ໂຂຣາຊິນ​ເອີຍ ວິບັດ​ແກ່​ເຈົ້າ ເມືອງ​ເບັດສາອີດາ​ກໍ​ເໝືອນກັນ ການ​ອັດສະຈັນ​ທີ່​ໄດ້​ຖືກ​ກະທຳ​ໃນ​ທ່າມກາງ​ພວກເຈົ້າ ຖ້າ​ໄດ້​ຖືກ​ກະທຳ​ທີ່​ເມືອງ​ຕີເຣ​ແລະ​ເມືອງ​ຊີໂດນ​ແລ້ວ ປະຊາຊົນ​ໃນ​ເມືອງ​ທັງສອງ​ນີ້​ກໍ​ຄົງ​ຈະ​ຖິ້ມໃຈເກົ່າ​ເອົາໃຈໃໝ່ ນຸ່ງ​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບ​ເຂົ້າ ແລະ​ເອົາ​ຂີ້ເຖົ່າ​ໂຮຍ​ໃສ່​ຫົວ​ແຕ່​ດົນນານ​ແລ້ວ


ເຮົາ​ຢ້ານ​ວ່າ​ເມື່ອ​ເຮົາ​ກັບ​ມາ​ອີກ ພຣະເຈົ້າ​ຂອງເຮົາ​ຈະ​ຊົງ​ໃຫ້​ເຮົາ​ຖ່ອມຕົວ​ລົງ ລະອາຍ​ໃຈ​ຕໍ່ໜ້າ​ເຈົ້າ​ທັງຫລາຍ ແລະ​ເຮົາ​ຈະ​ທຸກໂສກ ເພາະ​ເຫດ​ທີ່​ຫລາຍ​ຄົນ​ໄດ້​ເຮັດ​ຜິດບາບ​ມາ​ແຕ່​ກ່ອນ​ແລ້ວ ແລະ​ບໍ່ໄດ້​ກັບໃຈ​ຈາກ​ການ​ຊົ່ວຮ້າຍ ການ​ຫລິ້ນຊູ້ ແລະ​ການ​ໂລພາ​ຕັນຫາ​ທີ່​ພວກເຂົາ​ໄດ້​ເຮັດ​ນັ້ນ.


ບັນດາ​ເພື່ອນ​ທີ່​ຮັກ​ຂອງເຮົາ​ເອີຍ, ເມື່ອ​ພວກເຮົາ​ມີ​ພຣະສັນຍາ​ໃໝ່​ດັ່ງນີ້​ແລ້ວ ຈົ່ງ​ໃຫ້​ພວກເຮົາ​ຊຳລະ​ຕົວ​ຈາກ​ທຸກສິ່ງ ທີ່​ເຮັດ​ໃຫ້​ຮ່າງກາຍ​ແລະ​ຈິດ​ວິນຍານ​ເປັນ​ມົນທິນ ແລະ​ຈົ່ງ​ເຮັດ​ໃຫ້​ມີ​ຄວາມ​ບໍຣິສຸດ​ຢ່າງ​ຄົບຖ້ວນ ໂດຍ​ຄວາມ​ຢຳເກງ​ພຣະເຈົ້າ.


ໂອ ຄົນ​ຫລິ້ນຊູ້​ເອີຍ, ພວກເຈົ້າ​ບໍ່​ຮູ້​ຫລື​ວ່າ ການ​ເປັນ​ມິດ​ຕໍ່​ໂລກ ກໍ​ຄື​ການ​ເປັນ​ສັດຕູ​ຕໍ່​ພຣະເຈົ້າ? ສະນັ້ນ ຜູ້ໃດ​ທີ່​ຢາກ​ເປັນ​ມິດ​ຕໍ່​ໂລກ ກໍ​ເປັນ​ສັດຕູ​ຕໍ່​ພຣະເຈົ້າ.


ເມື່ອ​ຂ້າພະເຈົ້າ​ຫລຽວ​ເບິ່ງ ກໍ​ໄດ້​ຍິນ​ສຽງ​ນົກອິນຊີ​ໂຕໜຶ່ງ ບິນ​ຢູ່​ໃນ​ທ້ອງຟ້າ ຮ້ອງ​ສຽງດັງ​ວ່າ, “ວິບັດ ວິບັດ ວິບັດ​ຈະ​ມີ​ແກ່​ຄົນ​ທັງຫລາຍ ທີ່​ຢູ່​ເທິງ​ແຜ່ນດິນ​ໂລກ ເພາະ​ສຽງ​ແກ​ທີ່​ເຫຼືອ ຊຶ່ງ​ເທວະດາ​ທັງ​ສາມ​ກຳລັງ​ຈະ​ເປົ່າ​ນັ້ນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka