Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 13:26 - ພຣະຄຳພີສັກສິ

26 ພຣະເຈົ້າຢາເວ​ເອງ​ຈະ​ເປັນ​ຜູ້​ແກ້​ເຄື່ອງ​ຂອງເຈົ້າ​ອອກ ແລະ​ເຜີຍແບ​ເຈົ້າ​ໃຫ້​ອັບອາຍ​ຂາຍໜ້າ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 13:26
9 Jak'a apnaqawi uñst'ayäwi  

ເພື່ອ​ປະຊາຊົນ​ຈະ​ໄດ້​ເຫັນ​ເຈົ້າ​ເປືອຍກາຍ ພວກເຂົາ​ຈະ​ໄດ້​ເຫັນ​ເຈົ້າ​ຕົກຕໍ່າ​ແລະ​ຂາຍໜ້າ. ເຮົາ​ຈະ​ລົງ​ມື​ແກ້ແຄ້ນ​ໃຫ້​ແກ່​ເຮົາເອງ ແລະ​ຈະ​ບໍ່ມີ​ຜູ້ໃດ​ຂັດຂືນ​ທັງ​ຢັບຢັ້ງ​ເຮົາ​ໄດ້.”


ຖ້າ​ເຈົ້າ​ຖາມ​ວ່າ ເປັນຫຍັງ​ເຫດການ​ທັງໝົດ​ນີ້​ຈຶ່ງ​ເກີດຂຶ້ນ​ແກ່​ເຈົ້າ ເປັນຫຍັງ​ພວກເຂົາ​ຈຶ່ງ​ແກ້​ເສື້ອ​ຂອງ​ເຈົ້າ​ອອກ ແລະ​ຂົ່ມຂືນ​ເຈົ້າ ກໍ​ຍ້ອນ​ບາບ​ຂອງ​ເຈົ້າ​ມີ​ຢ່າງ​ຫລວງຫລາຍ.


ແຕ່​ເຮົາ ໄດ້​ປຸ້ນ​ເອົາ​ນຳ​ເຊື້ອສາຍ​ຂອງ​ເອຊາວ​ຈົນ​ໝົດກ້ຽງ ພ້ອມທັງ​ໄດ້​ເປີດເຜີຍ​ບ່ອນ​ທີ່​ພວກເຂົາ​ຫລົບລີ້ ເພື່ອ​ວ່າ​ພວກເຂົາ​ຈະ​ຫລົບລີ້​ບໍ່ໄດ້​ອີກ​ຕໍ່ໄປ. ປະຊາຊົນ​ເອໂດມ​ທັງໝົດ​ຖືກ​ທຳລາຍ​ແລ້ວ. ບໍ່ມີ​ຜູ້ໜຶ່ງ​ຜູ້ໃດ​ໃນ​ພວກເຂົາ​ເຫຼືອ​ຢູ່​ເລີຍ.


ກຽດສັກສີ​ທີ່​ເຄີຍ​ມີ​ນັ້ນ​ກໍ​ສູນສິ້ນ​ໝົດໄປ ນາງ​ເປືອຍຕົວ​ແລະ​ຖືກ​ຄົນ​ດູໝິ່ນ​ປະໝາດ. ນາງ​ຄໍ່າຄວນ​ແລະ​ລີ້ໜ້າ​ດ້ວຍ​ຄວາມ​ອັບອາຍ ນະຄອນ​ເຢຣູຊາເລັມ​ເປັນ​ມົນທິນ​ດ້ວຍ​ຕົນ​ເຮັດ​ບາບ.


ຍ້ອນ​ການກະທຳ​ເຊັ່ນນີ້ແຫລະ ເຮົາ​ຈະ​ນຳ​ພວກ​ຄົນຮັກ​ແຕ່​ກ່ອນ​ຂອງ​ເຈົ້າ​ທັງໝົດ​ມາ​ໂຮມກັນ ຄື​ທັງ​ຜູ້​ທີ່​ເຈົ້າ​ຮັກ ແລະ​ຜູ້​ທີ່​ເຈົ້າ​ກຽດຊັງ. ເຮົາ​ຈະ​ນຳ​ພວກເຂົາ​ມາ​ໂຮມກັນ​ເປັນ​ວົງມົນ​ອ້ອມ​ເຈົ້າ​ໄວ້ ແລ້ວ​ເຮົາ​ກໍ​ຈະ​ແກ້​ເຄື່ອງນຸ່ງ​ຂອງເຈົ້າ​ອອກ ແລະ​ໃຫ້​ພວກເຂົາ​ເຫັນ​ເຈົ້າ​ເປືອຍກາຍ.


ຍ້ອນ​ພວກເຂົາ​ກຽດຊັງ​ເຈົ້າ ພວກເຂົາ​ຈະ​ເອົາ​ທຸກສິ່ງ​ທີ່​ເຈົ້າ​ຫາ​ມາ​ໄດ້​ນັ້ນ​ໄປ ແລະ​ປ່ອຍ​ໃຫ້​ເຈົ້າ​ເປືອຍກາຍ​ຢູ່​ດັ່ງ​ຍິງໂສເພນີ.


ແລ້ວ​ເຮົາ​ກໍ​ຈະ​ແກ້​ເຄື່ອງນຸ່ງ​ຂອງ​ນາງ​ອອກ​ຕໍ່ໜ້າ​ຄົນຮັກ​ຂອງ​ນາງ ແລະ​ຈະ​ບໍ່ມີ​ຜູ້ໃດ​ຊ່ວຍ​ນາງ​ໃຫ້​ພົ້ນ​ຈາກ​ອຳນາດ​ຂອງເຮົາ​ໄດ້.


ເຮົາ​ຈະ​ທຳລາຍ​ເຄືອ​ອະງຸ່ນ​ແລະ​ກົກ​ໝາກເດື່ອເທດ​ຂອງ​ນາງ ຊຶ່ງ​ນາງ​ເວົ້າ​ວ່າ, ແມ່ນ​ຄົນຮັກ​ທີ່​ເອົາ​ໃຫ້​ນາງ ເພາະ​ນາງ​ຮັບໃຊ້​ບໍລິການ​ພວກເຂົາ. ເຮົາ​ຈະ​ເຮັດ​ໃຫ້​ສວນ​ໝາກອະງຸ່ນ ແລະ​ສວນ​ໝາກໄມ້​ທັງຫລາຍ​ຂອງ​ນາງ ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ; ຝູງ​ສັດປ່າ​ຈະ​ທຳລາຍ​ສິ່ງ​ເຫຼົ່ານັ້ນ​ຖິ້ມ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ນີເນເວ​ເອີຍ ເຮົາ​ຈະ​ລົງໂທດ​ເຈົ້າ ເຮົາ​ຈະ​ແກ້​ເສື້ອຜ້າ​ເຈົ້າ ແລະ​ແບ​ກາຍ​ເຈົ້າ​ຄືກັນ ໃຫ້​ຊາດ​ຕ່າງໆ​ເຫັນ​ຂອງ​ລັບ ໜ້າອັບອາຍ​ຂອງເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka