Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 13:23 - ພຣະຄຳພີສັກສິ

23 ຄົນ​ຜິວ​ດຳ​ປ່ຽນ​ຜິວໜັງ​ຂອງຕົນ​ໄດ້​ບໍ? ຫລື​ເສືອດາວ​ຈະ​ລືບ​ຈຸດ​ຕາມ​ໜັງ​ຂອງ​ມັນ​ໄດ້​ບໍ? ຖ້າ​ໄດ້ ຖ້າດັ່ງນັ້ນ ເຈົ້າ​ຜູ້​ເຄີຍ​ເຮັດ​ແຕ່​ການ​ຊົ່ວ​ກໍ​ຮຽນຮູ້​ເຮັດ​ການ​ດີ​ໄດ້.

Uka jalj uñjjattʼäta Copia luraña




ເຢເຣມີຢາ 13:23
13 Jak'a apnaqawi uñst'ayäwi  

ແຕ່​ປະຊາຊົນ​ເຫຼົ່ານີ້​ບໍ່​ຍອມ​ຟັງ ແລະ​ພວກເຂົາ​ຍັງ​ສືບຕໍ່​ປະຕິບັດ​ຕາມ​ຮີດຄອງ​ເກົ່າ​ຂອງ​ພວກເຂົາ​ຢູ່.


ເຖິງ​ແມ່ນ​ເຈົ້າ​ຕີ​ຄົນ​ໂງ່ຈ້າ​ຈົນ​ລາວ​ເກືອບ​ຕາຍ, ແຕ່​ເຈົ້າ​ກໍ​ຕີ​ຄວາມ​ໂງ່ງ່າວ​ອອກ​ຈາກ​ລາວ​ບໍ່ໄດ້.


ທ່ານ​ເຮັດ​ສິ່ງ​ທີ່​ຄົດ​ໃຫ້​ຊື່​ບໍ່ໄດ້​ສັນໃດ ທ່ານ​ກໍ​ນັບ​ສິ່ງ​ທີ່​ບໍ່ມີ​ຕົນ​ຕົວ​ບໍ່ໄດ້​ສັນນັ້ນ.


ເປັນຫຍັງ​ພວກເຈົ້າ​ຈຶ່ງ​ສືບຕໍ່​ກະບົດ? ພວກເຈົ້າ​ຢາກ​ຈະ​ໃຫ້​ເຮົາ​ລົງໂທດ​ໜັກ​ຂຶ້ນ​ຊັ້ນບໍ? ຊາດ​ອິດສະຣາເອນ​ເອີຍ ຫົວ​ເຈົ້າ​ມີ​ແຕ່​ບາດແຜ ແລະ​ແນວຄິດ​ຈິດໃຈ​ຂອງເຈົ້າ​ກໍ​ເສື່ອມເສຍ.


ບໍ່ມີ​ສິ່ງໃດ​ຫລອກລວງ​ສໍ່າກັບ​ຈິດໃຈ​ຄົນ ຊຶ່ງ​ປິ່ນປົວ​ໃຫ້​ດີ​ແລະ​ເຂົ້າໃຈ​ບໍ່ໄດ້.


ເຖິງ​ແມ່ນ​ເຈົ້າ​ຈະ​ລ້າງ​ດ້ວຍ​ສະບູ​ຟອງ​ແຮງ​ກໍດີ ເຮົາ​ກໍ​ຍັງ​ຈະ​ເຫັນ​ຄວາມຜິດ​ອັນ​ເປິເປື້ອນ​ຂອງເຈົ້າ​ຢູ່​ຕໍ່ໜ້າ​ເຮົາ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫລະ


ເຮົາ​ໄດ້​ລົງໂທດ​ພວກເຈົ້າ​ແຕ່​ກໍ​ບໍ່​ໄດ້​ຜົນ​ເລີຍ; ພວກເຈົ້າ​ບໍ່​ຍອມ​ໃຫ້​ເຮົາ​ຕີສອນ. ເໝືອນ​ໂຕສິງ​ທີ່​ຮ້າຍກາດ ພວກເຈົ້າ​ໄດ້​ຂ້າ​ພວກ​ຜູ້ທຳນວາຍ​ຂອງ​ພວກ​ເຈົ້າເອງ.


ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ກ່າວ​ວ່າ, “ປະຊາຊົນ​ຂອງເຮົາ​ນີ້​ຊ່າງໂງ່ຈ້າ​ຫລາຍ ພວກເຂົາ​ຕ່າງ​ກໍ​ພາກັນ​ບໍ່​ຮູ້ຈັກ​ເຮົາ​ເລີຍ. ພວກເຂົາ​ເປັນ​ດັ່ງ​ເດັກນ້ອຍ​ທີ່​ໂງ່ຈ້າ​ເຕັມທີ ພວກເຂົາ​ບໍ່ມີ​ຄວາມ​ເຂົ້າໃຈ​ສິ່ງໃດໆ. ພວກເຂົາ​ເປັນ​ຜູ້​ຊຳນິ​ຊຳນານ​ເລື່ອງ​ການ​ເຮັດ​ຊົ່ວ ແຕ່​ເລື່ອງ​ການ​ເຮັດ​ດີ ພວກເຂົາ​ພັດ​ບໍ່​ຮູ້ຈັກ​ຊໍ້າ.”


ແມ່ນແທ້ ພຣະເຈົ້າຢາເວ​ຊອກຫາ​ຄວາມສັດຊື່ ພຣະອົງ​ຂ້ຽນຕີ​ພວກເຈົ້າ ແຕ່​ກໍ​ບໍ່​ສົນໃຈ​ຮໍ່າຮຽນ; ພຣະອົງ​ໄດ້​ຢຽບຢໍ່າ​ພວກເຈົ້າ ແຕ່​ກໍ​ບໍ່​ຍອມ​ຮໍ່າຮຽນ ພວກເຈົ້າ​ດື້ດ້ານ​ທັງ​ບໍ່​ຍອມ​ຫັນໜີ​ຈາກ​ການບາບ.


ພວກເຂົາ​ລ້ວນແຕ່​ເຮັດ​ໃຫ້​ໝູ່ເພື່ອນ​ຫລົງ​ຜິດ​ໄປ ບໍ່ມີ​ແມ່ນແຕ່​ຄົນດຽວ​ບອກ​ຄວາມຈິງ​ໃຫ້​ກັນ​ຮູ້; ພວກເຂົາ​ໄດ້​ຝຶກແອບ​ລີ້ນ​ຂອງ​ພວກເຂົາ​ໃຫ້​ເວົ້າ​ຕົວະ ພວກເຂົາ​ຈະ​ບໍ່​ຍອມ​ເຊົາ​ການບາບ​ຂອງ​ພວກເຂົາ. ພວກເຂົາ​ກໍ່​ຄວາມ​ຮຸນແຮງ​ຂຶ້ນ ແລະ​ກໍ່​ອີກ​ເທື່ອ​ໃໝ່ ແລະ​ກໍ່​ການ​ຫລອກລວງ​ຂຶ້ນ ແລະ​ກໍ່​ອີກ​ທີ. ພວກເຂົາ​ຕ່າງ​ກໍ​ພາກັນ​ປະຕິເສດ​ທີ່​ຈະ​ຮັບຮູ້​ເຮົາ ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ​ພວກເຂົາ​ປະຖິ້ມ​ພຣະອົງ​ແລ້ວ.


ເມື່ອ​ກະສັດ​ໂຊນ​ໄດ້ຍິນ​ດັ່ງນັ້ນ ເພິ່ນ​ຈຶ່ງ​ສົ່ງ​ຄົນອື່ນ​ອອກ​ໄປ​ຕື່ມ ແລະ​ພວກ​ເຫຼົ່ານີ້​ກໍ​ເຂົ້າ​ຮ່ວມ​ຟ້ອນ ແລະ​ໂຮຮ້ອງ​ຄືກັນ. ເພິ່ນ​ສົ່ງ​ອອກ​ໄປ​ອີກ​ເປັນ​ພວກ​ທີ​ສາມ ແລະ​ເຫດການ​ນັ້ນ​ກໍ​ເກີດ​ກັບ​ຄົນ​ເຫຼົ່ານີ້​ຄືກັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka