ເຢເຣມີຢາ 13:18 - ພຣະຄຳພີສັກສິ18 ພຣະເຈົ້າຢາເວກ່າວແກ່ຂ້າພະເຈົ້າວ່າ, “ຈົ່ງບອກກະສັດແລະແມ່ຂອງລາວໃຫ້ລົງຈາກບັນລັງສາ ເພາະມົງກຸດອັນງົດງາມນັ້ນໄດ້ຕົກລົງຈາກຫົວຂອງລາວແລ້ວ. Uka jalj uñjjattʼäta |
ຄຳພາວັນນາອະທິຖານຂອງກະສັດພ້ອມທັງຄຳຕອບຂອງພຣະເຈົ້າ ແລະເລື່ອງການເຮັດບາບຕ່າງໆກ່ອນເພິ່ນກັບໃຈໃໝ່ ເຊັ່ນ: ການກະທຳຊົ່ວຂອງເພິ່ນ, ບ່ອນຂາບໄຫວ້ຂອງຄົນບໍ່ນັບຖືພຣະເຈົ້າ ສັນຍາລັກຂອງເຈົ້າແມ່ອາເຊຣາ ຊຶ່ງເພິ່ນໄດ້ເຮັດຂຶ້ນ ແລະຮູບເຄົາຣົບທີ່ເພິ່ນຂາບໄຫວ້ ແມ່ນໄດ້ບັນທຶກໄວ້ໃນ ປຶ້ມປະຫວັດສາດຂອງພວກຜູ້ທຳນວາຍ.
ອົງພຣະຜູ້ເປັນເຈົ້າກ່າວວ່າ, “ຈົ່ງລົງຈາກບັນລັງເຖີດ ນະຄອນບາບີໂລນເອີຍ ແລະນັ່ງເທິງພື້ນຕາມຂີ້ຝຸ່ນດິນສາເຖີດ ຄັ້ງໜຶ່ງ ເຈົ້າເປັນດັ່ງສາວປອດຜູ້ໜຶ່ງໃດ ເປັນນະຄອນໜຶ່ງທີ່ບໍ່ມີຜູ້ໃດກ້າໂຈມຕີເອົາໄດ້ ແຕ່ເຈົ້າຈະບໍ່ອ່ອນໂຍນແລະໜ້າຈັບໃຈຕໍ່ໄປ ບັດນີ້ ເຈົ້າໄດ້ຕົກເປັນທາດຮັບໃຊ້ສາແລ້ວ