ເຢເຣມີຢາ 13:17 - ພຣະຄຳພີສັກສິ17 ຖ້າພວກເຈົ້າບໍ່ຍອມຟັງຂ້າພະເຈົ້າກ່າວ ຂ້າພະເຈົ້າຈະລີ້ຮ້ອງໄຫ້ຍ້ອນພວກເຈົ້າຈອງຫອງ. ຂ້າພະເຈົ້າຈະຮ້ອງໄຫ້ຢ່າງຂົມຂື່ນນໍ້າຕາຫລັ່ງໄຫລ ເພາະປະຊາຊົນຂອງພຣະເຈົ້າຢາເວຖືກຈັບໄປເປັນຊະເລີຍສາແລ້ວ. Uka jalj uñjjattʼäta |
ຕໍ່ໄປນີ້ແມ່ນຖ້ອຍຄຳຂອງພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນທີ່ມີກ່າວເຖິງບັນດາພວກຜູ້ລ້ຽງແກະ ຄືຜູ້ມີໜ້າທີ່ລ້ຽງດູປະຊາຊົນຂອງພຣະອົງວ່າ, “ພວກເຈົ້າບໍ່ໄດ້ລ້ຽງດູປະຊາຊົນຂອງເຮົາ; ພວກເຈົ້າໄດ້ເຮັດໃຫ້ພວກເຂົາກະຈັດກະຈາຍໄປ ແລະຂັບໄລ່ພວກເຂົາໃຫ້ໜີໄປ ແລະບໍ່ໄດ້ເອົາໃຈໃສ່ພວກເຂົາ. ບັດນີ້ ເຮົາຈະລົງໂທດພວກເຈົ້າສຳລັບການຊົ່ວຊ້າທີ່ພວກເຈົ້າໄດ້ເຮັດນັ້ນ. ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ພວກເຈົ້າຕ້ອງຍ້ອງຍໍໃຫ້ກຽດເຮົາໃນສິ່ງທີ່ພວກເຈົ້າກະທຳ. ຖ້າພວກເຈົ້າບໍ່ຍອມຟັງໃນສິ່ງທີ່ເຮົາກ່າວ ເຮົາຈະນຳຄຳສາບແຊ່ງມາສູ່ພວກເຈົ້າ. ເຮົາຈະນຳຄຳສາບແຊ່ງມາສູ່ສິ່ງຕ່າງໆທີ່ພວກເຈົ້າໄດ້ຮັບໃນຖານະເປັນປະໂຣຫິດ. ຕາມຄວາມເປັນຈິງ ເຮົາໄດ້ນຳຄຳສາບແຊ່ງນັ້ນມາແລ້ວ ເພາະວ່າພວກເຈົ້າບໍ່ໄດ້ຢຶດຖືຂໍ້ຄຳສັ່ງຂອງເຮົາຢ່າງແທ້ຈິງ.