Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 13:16 - ພຣະຄຳພີສັກສິ

16 ຈົ່ງ​ຍ້ອງຍໍ​ໃຫ້ກຽດ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ກ່ອນ​ທີ່​ພຣະອົງ​ນຳ​ຄວາມ​ມືດໜາ​ມາ​ໃຫ້ ຕາມ​ເທິງ​ໜ່ວຍ​ພູເຂົາ​ນັ້ນ​ພວກເຈົ້າ​ຕ່າງ​ກໍ​ຊູນ​ສະດຸດ ກ່ອນ​ແຈ້ງ​ທີ່​ພວກເຈົ້າ​ຫວັງ​ກາຍເປັນ​ມືດ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 13:16
36 Jak'a apnaqawi uñst'ayäwi  

ຈົ່ງ​ເຮັດ​ໃຫ້​ວັນ​ນັ້ນ​ມົວເສົ້າ​ມືດຕຶບ​ສາ ຂໍ​ໃຫ້​ເມກ​ຫຸ້ມ​ແສງ​ອາທິດ​ໃຫ້​ມືດ​ດຳ​ເຖີດ.


ບາງຄົນ​ຢູ່​ໃນ​ຄວາມມືດ​ຢ່າງ​ໂສກເສົ້າ​ລະທົມ​ໃຈ ຄື​ນັກໂທດ​ທັງຫລາຍ​ທີ່​ທົນທຸກ​ເພາະ​ຖືກ​ລ່າມໂສ້


ພຣະອົງ​ເຮັດ​ໃຫ້​ພົ້ນ​ໂສກເສົ້າ​ແລະ​ມືດມົວ ແລະ​ຫັກ​ໂສ້​ທີ່​ໄດ້​ລ່າມ​ພວກເຂົາ​ໃຫ້​ເປັນ​ຕ່ອນໆ.


ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະນາມ​ອັນ​ຮຸ່ງເຮືອງ​ຂອງ​ພຣະເຈົ້າຢາເວ ຈົ່ງ​ກົ້ມຂາບ​ອົງ​ບໍຣິສຸດ ເມື່ອ​ພຣະອົງ​ມາ​ປາກົດ​ນັ້ນ.


ແຕ່​ພຣະອົງ​ໄດ້​ປະປ່ອຍ​ພວກ​ຂ້ານ້ອຍ​ໄວ້​ທ່າມກາງ​ສັດປ່າ​ທັງຫລາຍ ປັດສະຈາກ​ການ​ຊ່ວຍຊູ ພຣະອົງ​ໄດ້​ປະປ່ອຍ​ພວກ​ຂ້ານ້ອຍ​ໄວ້​ໃນ​ບ່ອນ​ມືດໜາ.


ຕໍ່ມາ ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ, “ຈົ່ງ​ຍົກ​ມື​ຂຶ້ນ​ສູ່​ຟ້າ​ສະຫວັນ ແລະ​ທົ່ວ​ປະເທດ​ເອຢິບ​ຈະ​ມືດ​ໄປ​ໝົດ.”


ສ່ວນ​ທາງ​ຂອງ​ຄົນຊົ່ວຮ້າຍ​ນັ້ນ​ກໍ​ມືດມິດ​ດັ່ງ​ກາງຄືນ. ພວກເຂົາ​ລົ້ມລົງ​ແຕ່​ບໍ່​ເຫັນ​ສິ່ງ​ທີ່​ພວກເຂົາ​ສະດຸດ​ລົ້ມ​ນັ້ນ​ໄດ້.


ຈົ່ງ​ຂອບພຣະຄຸນ​ສຳລັບ​ແຕ່ລະປີ ທີ່​ອຳນວຍ​ໃຫ້​ເຈົ້າ​ມີ​ຊີວິດ​ຢູ່. ບໍ່​ວ່າ​ເຈົ້າ​ຈະ​ອາຍຸ​ຍືນຍາວ​ເທົ່າໃດ​ກໍຕາມ ຈົ່ງ​ຈຳ​ໄວ້​ວ່າ​ເຈົ້າ​ຈະ​ຕາຍ​ຢູ່​ຢ່າງ​ຍາວນານ. ໃນ​ທີ່ນັ້ນ​ບໍ່ມີ​ຫຍັງ​ພໍ​ທີ່​ຈະ​ຫວັງ​ໄດ້​ເລີຍ.


ເມື່ອ​ວັນ​ນັ້ນ​ມາ​ເຖິງ ພວກເຂົາ​ຈະ​ໂຮຮ້ອງ​ໃສ່​ຊາດ​ອິດສະຣາເອນ​ດັ່ງ​ຄື້ນ​ອຶກກະທຶກ​ຂອງ​ທະເລ. ເບິ່ງ​ປະເທດ​ນີ້​ແມ ຊ່າງ​ມືດມິດ ແລະ​ທຸກລະທົມ​ແທ້ ຄວາມ​ສະຫວ່າງ​ກາຍເປັນ​ມືດມົວ​ສາແລ້ວ.


ແລະ​ພວກເຮົາ​ກໍ​ງົມໆ​ທາວໆ​ໄປ​ເໝືອນ​ຄົນ​ຕາບອດ. ພວກເຮົາ​ລົ້ມລົງ​ໃນ​ຕອນທ່ຽງ ຄື​ກັບ​ວ່າ​ເດີນ​ໄປ​ໃນ​ຕອນ​ກາງຄືນ ຄື​ກັບ​ວ່າ​ພວກເຮົາ​ຢູ່​ໃນ​ທີ່​ມືດ​ຂອງ​ແດນ​ມໍຣະນາ.


ປະຊາຊົນ​ເວົ້າ​ວ່າ, “ບັດນີ້ ພວກເຮົາ​ຮູ້​ແລ້ວ​ວ່າ ເປັນຫຍັງ​ພຣະເຈົ້າ​ຈຶ່ງ​ບໍ່​ຊ່ວຍ​ພວກເຮົາ​ໃຫ້​ພົ້ນ​ຈາກ​ພວກ​ທີ່​ກົດຂີ່​ພວກເຮົາ​ນັ້ນ. ພວກເຮົາ​ຫວັງ​ຈະ​ໃຫ້​ມີ​ແຈ້ງ​ຕາມ​ທາງເດີນ ພັດ​ມີ​ແຕ່​ມືດ​ເທົ່ານັ້ນ


ສ່ວນ​ຊົນຊາດ​ອື່ນໆ​ນັ້ນ ມືດ​ຈະ​ປົກຄຸມ​ພວກເຂົາ ແຕ່​ສຳລັບ​ເຈົ້າເອງ​ແສງແຈ້ງ​ຈະ​ສ່ອງ​ໃສ່​ເຈົ້າ; ເປັນ​ແສງແຈ້ງ​ທີ່​ມາ​ຈາກ​ພຣະເຈົ້າຢາເວ ຄື​ພຣະອົງ​ຈະ​ມາ​ຢູ່​ນຳ​ດ້ວຍ​ສະຫງ່າຣາສີ​ນັ້ນ.


ແຕ່​ພວກເຂົາ​ຈະ​ບໍ່​ເຫັນ​ຫຍັງ​ເລີຍ ມີ​ແຕ່​ຄວາມ​ເດືອດຮ້ອນ​ແລະ​ຄວາມມືດ​ເທົ່ານັ້ນ ຄື​ຄວາມມືດ​ອັນ​ໜ້າຢ້ານກົວ​ຍິ່ງ ຊຶ່ງ​ພວກເຂົາ​ຕ້ອງ​ພົບ. ພວກເຂົາ​ບໍ່ມີ​ທາງ​ທີ່​ຈະ​ຫລົບ​ໜີ​ຈາກ​ຄວາມ​ເດືອດຮ້ອນ​ອັນ​ນີ້​ໄດ້​ເລີຍ.


ພຣະອົງ​ໄດ້​ປະຖິ້ມ​ຢູດາ​ເດັດຂາດ​ແລ້ວ​ບໍ? ພຣະອົງ​ກຽດຊັງ​ປະຊາຊົນ​ໃນ​ນະຄອນ​ຊີໂອນ​ຫລື​ນີ້? ເປັນຫຍັງ​ຈຶ່ງ​ທຳຮ້າຍ​ພວກ​ຂ້ານ້ອຍ​ໜັກ​ຫລາຍ? ຈົນ​ບໍ່​ຮັກສາ​ພວກ​ຂ້ານ້ອຍ​ໃຫ້​ດີ​ໄດ້? ສັນຕິສຸກ​ຄື​ສິ່ງ​ທີ່​ພວກ​ຂ້ານ້ອຍ​ຊອກຫາ ແຕ່​ກໍ​ບໍ່​ເຫັນ​ສິ່ງ​ທີ່​ດີ​ເກີດຂຶ້ນ​ມາ​ຈັກເທື່ອ; ພວກ​ຂ້ານ້ອຍ​ຫວັງ​ຈະ​ໄດ້​ຮັບ​ການ​ຮັກສາ​ໃຫ້​ດີ ແຕ່​ຄວາມ​ຢ້ານກົວ​ໃຫຍ່​ກໍ​ມາ​ແທນທີ່.


ພວກເຂົາ​ບໍ່ໄດ້​ເອົາໃຈໃສ່​ຕໍ່​ພຣະເຈົ້າຢາເວ​ແຕ່​ຢ່າງໃດ​ເລີຍ ເຖິງ​ວ່າ​ເຮົາ​ໄດ້​ນຳພາ​ພວກເຂົາ​ອອກ​ຈາກ​ເອຢິບ​ກໍ​ຕາມ ທັງ​ພາ​ພວກເຂົາ​ຍ່າງ​ຜ່ານ​ຖິ່ນ​ແຫ້ງແລ້ງ​ກັນດານ ຄື​ດິນແດນ​ເປົ່າປ່ຽວ​ມີ​ປ່າ​ດິນ​ຊາຍ​ດ້ວຍ ເປັນ​ດິນແດນ​ທີ່​ແຫ້ງແລ້ງ ແລະ ມີ​ອັນຕະລາຍ ບໍ່ມີ​ຄົນ​ຢູ່​ອາໄສ​ທັງ​ບໍ່ມີ​ຜູ້ໃດ​ທ່ອງທ່ຽວ​ໄປມາ​ດ້ວຍ.


ທາງ​ທີ່​ພວກເຂົາ​ທຽວ​ໄປ​ນັ້ນ​ຈະ​ມື່ນ​ແລະ​ມືດມົນ ເຮົາ​ຈະ​ເຮັດ​ໃຫ້​ພວກເຂົາ​ເຕະ​ສະດຸດ​ລົ້ມລົງ​ທັງນັ້ນ. ເມື່ອ​ເຮົາ​ນຳ​ການທຳລາຍ ແລະ​ການລົງໂທດ​ມາ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ຂ້ານ້ອຍ​ຈ້ອງ​ຕາ​ເບິ່ງ​ແຜ່ນດິນ​ໂລກ ເຫັນ​ເປັນ​ທີ່​ຮ້າງ​ຫວ່າງເປົ່າ​ທັງໝົດ ແລະ​ແນມເບິ່ງ​ຟ້າ​ສະຫວັນ​ກໍ​ບໍ່​ເຫັນ ແສງ​ສະຫວ່າງ​ໃດໆ​ທັງສິ້ນ.


ປະຊາຊົນ​ຂອງເຮົາ​ເປັນ​ດັ່ງ​ຝູງແກະ​ທີ່​ຜູ້ລ້ຽງ​ໄດ້​ປະປ່ອຍ​ໃຫ້​ເສຍໄປ​ຕາມ​ພູ. ພວກເຂົາ​ເປັນ​ດັ່ງ​ແກະ​ທີ່​ເລາະໄປ​ເລາະມາ​ຈາກ​ພູ​ໜ່ວຍ​ນີ້​ຫາ​ພູ​ໜ່ວຍ​ອື່ນ ແລະ​ພວກເຂົາ​ກໍ​ລືມ​ວ່າ​ບ້ານ​ຂອງ​ພວກເຂົາ​ນັ້ນ​ຢູ່​ໃສ.


ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ຈະ​ເຮັດ​ໃຫ້​ປະຊາຊົນ​ເຫຼົ່ານີ້​ຕຳ​ສະດຸດ​ແລະ​ລົ້ມລົງ. ບັນດາ​ພໍ່​ກັບ​ບັນດາ​ລູກຊາຍ​ຈະ​ຕາຍ ເຊັ່ນດຽວ​ກັນ​ກັບ​ບັນດາ​ໝູ່ເພື່ອນ​ມິດ​ສະຫາຍ ແລະ​ບັນດາ​ເພື່ອນບ້ານ​ດ້ວຍ.”


ພວກເຮົາ​ຫວັງ​ໄດ້​ເຫັນ​ຄວາມ​ສະຫງົບສຸກ ແລະ​ຍາມ​ປິ່ນປົວ​ໃຫ້​ດີ ແຕ່​ຄວາມ​ແຕກຕື່ນ​ຕົກໃຈກົວ​ໄດ້​ເຂົ້າ​ມາ​ແທນທີ່; ມັນ​ບໍ່ມີ​ປະໂຫຍດ​ຫຍັງ​ແລ້ວ.


ພວກເຮົາ​ຫລຽວເບິ່ງ​ຈົນ​ອິດເມື່ອຍ ແຕ່​ບໍ່​ເຫັນ​ຄວາມ​ຊ່ວຍເຫລືອ​ໃດໆ ພວກເຮົາ​ຄອງຄອຍ​ຖ້າ​ຄວາມ​ຊ່ວຍຊູ ຈາກ​ປະເທດ​ທີ່​ບໍ່ມີ​ຫຍັງ​ຊ່ວຍ​ໄດ້.


ມັນ​ເຮັດ​ໃຫ້​ປະຊາຊົນ​ຂອງເຮົາ​ສູນເສຍ​ຄວາມ​ກ້າຫານ​ແລະ​ເຕະ​ສະດຸດ. ເຮົາ​ກຳລັງ​ນາບຂູ່​ເມືອງ​ຂອງ​ພວກເຂົາ​ດ້ວຍ​ດາບ​ດວງ​ໜຶ່ງ ເຫລື້ອມ​ດັ່ງ​ແສງຟ້າແມບ ແລະ​ຕຽມພ້ອມ​ທີ່​ຈະ​ສັງຫານ.


ດັ່ງ​ຜູ້ລ້ຽງ​ເອົາໃຈໃສ່​ເຕົ້າໂຮມ​ແກະ​ທີ່​ໄດ້​ແຕກຝູງ​ໄປ​ນັ້ນ ມາ​ໂຮມເຂົ້າ​ກັນ​ອີກ​ສັນໃດ; ເຮົາ​ກໍ​ຈະ​ນຳ​ເອົາ​ແກະ​ທີ່​ໄດ້​ແຕກຝູງ​ໄປ ໃນ​ຍາມ​ອັນຕະລາຍ​ແລະ​ໃນ​ຍາມ​ອັນ​ມືດມົນ​ກັບຄືນ​ມາ​ຈາກ​ທຸກບ່ອນ​ສັນນັ້ນ.


ດິນແດນ​ຈະ​ບໍ່​ຟັງ​ສຽງ​ຊົນຊາດ​ທັງຫລາຍ​ທີ່​ຫຍໍ້ຫຍັນ ຫລື​ເຫັນ​ປະຊາຊົນ​ທັງປວງ​ຫົວ​ເຍາະເຍີ້ຍ​ໃສ່​ຕົນ​ອີກ​ຕໍ່ໄປ. ດິນແດນ​ຈະ​ບໍ່​ສັງຫານ​ພວກ​ເດັກນ້ອຍ​ຂອງຕົນ​ອີກ​ຕໍ່ໄປ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.


ວັນນັ້ນ​ຈະ​ມືດຄື້ມ ແລະ​ມືດມົວ​ຫລາຍ ເປັນ​ວັນ​ທີ່​ມີ​ເມກຕຶບ ແລະ​ມືດໜາ​ແທ້ໆ. ຝູງຕັກແຕນ​ບຸກໜ້າ​ເປັນ​ກອງທັບ​ອັນ​ໃຫຍ່ ດັ່ງ​ມືດ​ກຳລັງ​ແຜ່​ອອກ​ໄປ​ທົ່ວ​ໜ່ວຍ​ພູເຂົາ. ບໍ່ເຄີຍ​ມີ​ຜູ້ໃດ​ເຫັນ​ສິ່ງ​ນີ້​ມາ​ແຕ່​ກ່ອນ​ເລີຍ ແລະ​ຈະ​ບໍ່ມີ​ຜູ້ໃດ​ເຫັນ​ເຊັ່ນນີ້​ຕໍ່ໄປ​ອີກ.


ພຣະອົງ​ໄດ້​ສ້າງ​ໜ່ວຍ​ພູ​ທັງຫລາຍ ແລະ​ໄດ້​ບັນດານ​ໃຫ້​ລົມ​ພັດ​ມາ​ດ້ວຍ. ພຣະອົງ​ໄດ້​ໃຫ້​ມະນຸດ​ຮູ້​ຄວາມຄິດ​ຂອງ​ພຣະອົງ ພຣະອົງ​ປ່ຽນແປງ​ກາງເວັນ​ໃຫ້​ເປັນ​ກາງຄືນ​ໄດ້. ພຣະອົງ​ດຳເນີນການ​ຢູ່​ເໜືອ​ແຜ່ນດິນ​ໂລກ​ເຮົາ ພຣະນາມ​ຂອງ​ພຣະອົງ​ຄື ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່.


ຄວາມ​ທຸກ​ລຳບາກ​ໃຫຍ່​ເປັນ​ຂອງ​ຜູ້​ທີ່​ຄອຍຖ້າ​ວັນ​ຂອງ​ພຣະເຈົ້າຢາເວ, ວັນ​ຂອງ​ພຣະເຈົ້າຢາເວ​ຈະ​ມີ​ຫຍັງ​ດີ​ແດ່​ສຳລັບ​ພວກເຈົ້າ? ເພາະວ່າ​ສຳລັບ​ພວກເຈົ້າ​ແລ້ວ ວັນ​ນັ້ນ​ຈະ​ເປັນ​ວັນ​ແຫ່ງ​ຄວາມ​ມືດມົນ ແລະ​ບໍ່ແມ່ນ​ວັນ​ແຫ່ງ​ຄວາມ​ສະຫວ່າງ.


ພວກເຈົ້າ​ຕ້ອງ​ຍ້ອງຍໍ​ໃຫ້ກຽດ​ເຮົາ​ໃນ​ສິ່ງ​ທີ່​ພວກເຈົ້າ​ກະທຳ. ຖ້າ​ພວກເຈົ້າ​ບໍ່​ຍອມ​ຟັງ​ໃນ​ສິ່ງ​ທີ່​ເຮົາ​ກ່າວ ເຮົາ​ຈະ​ນຳ​ຄຳສາບແຊ່ງ​ມາ​ສູ່​ພວກເຈົ້າ. ເຮົາ​ຈະ​ນຳ​ຄຳສາບແຊ່ງ​ມາ​ສູ່​ສິ່ງ​ຕ່າງໆ​ທີ່​ພວກເຈົ້າ​ໄດ້​ຮັບ​ໃນ​ຖານະ​ເປັນ​ປະໂຣຫິດ. ຕາມ​ຄວາມ​ເປັນຈິງ ເຮົາ​ໄດ້​ນຳ​ຄຳສາບແຊ່ງ​ນັ້ນ​ມາ​ແລ້ວ ເພາະວ່າ​ພວກເຈົ້າ​ບໍ່ໄດ້​ຢຶດຖື​ຂໍ້ຄຳສັ່ງ​ຂອງເຮົາ​ຢ່າງ​ແທ້ຈິງ.


ພຣະເຢຊູເຈົ້າ​ຕອບ​ວ່າ, “ຄວາມ​ສະຫວ່າງ​ຈະ​ຍັງ​ຢູ່​ກັບ​ພວກເຈົ້າ​ອີກ​ໜ້ອຍໜຶ່ງ ເມື່ອ​ຍັງ​ມີ​ຄວາມ​ສະຫວ່າງ​ຢູ່​ກໍ​ຈົ່ງ​ຍ່າງ​ໄປ​ເທາະ ເພາະ​ຢ້ານ​ວ່າ​ຄວາມມືດ​ຈະ​ຕາມ​ມາ​ທັນ​ພວກເຈົ້າ. ດ້ວຍວ່າ, ຜູ້​ທີ່​ຍ່າງ​ໃນ​ຄວາມມືດ​ນັ້ນ ກໍ​ບໍ່​ຮູ້​ວ່າ​ຕົນ​ກຳລັງ​ໄປ​ໃສ.


ສະນັ້ນ ໂຢຊວຍ​ຈຶ່ງ​ໄດ້​ກ່າວ​ແກ່​ອາການ​ວ່າ, “ລູກ​ເອີຍ ຂໍ​ໃຫ້​ເຈົ້າ​ຈົ່ງ​ຖວາຍ​ສະຫງ່າຣາສີ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ແລະ​ສາລະພາບ​ຜິດບາບ​ຕໍ່​ພຣະອົງ​ສາ. ຈົ່ງ​ບອກ​ເຮົາ​ມາ​ດຽວ​ນີ້​ວ່າ​ເຈົ້າ​ໄດ້​ເຮັດ​ຫຍັງ​ແດ່? ຢ່າ​ພະຍາຍາມ​ປິດບັງ​ເຮົາ​ເລີຍ.”


ແລະ “ເປັນ​ຫີນ​ທີ່​ຈະ​ເຮັດ​ໃຫ້​ຄົນ​ຕຳ​ສະດຸດ ແລະ​ເປັນ​ຫີນ​ທີ່​ເຮັດ​ໃຫ້​ ພວກເຂົາ​ສະດຸດ​ລົ້ມ” ທີ່​ພວກເຂົາ​ສະດຸດ​ນັ້ນ ກໍ​ເພາະ​ພວກເຂົາ​ບໍ່​ເຊື່ອຟັງ​ພຣະທຳ ພວກເຂົາ​ກໍ​ຖືກ​ຊົງ​ກຳນົດ​ໄວ້ ສຳລັບ​ການ​ນີ້​ແຫຼະ.


ພວກເຈົ້າ​ຕ້ອງ​ເຮັດ​ແບບ​ຂອງ​ຕຸ່ມຝີ​ແລະ​ຮູບ​ໜູ ຊຶ່ງ​ພວມ​ທຳລາຍ​ດິນແດນ​ຂອງ​ພວກເຈົ້າ​ນັ້ນ ແລະ​ພວກເຈົ້າ​ຕ້ອງ​ຍ້ອງຍໍ​ໃຫ້ກຽດ​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ. ບາງທີ​ພຣະອົງ​ຈະ​ເຊົາ​ລົງໂທດ​ພວກເຈົ້າ, ບັນດາ​ພະ​ຂອງ​ພວກເຈົ້າ ແລະ​ດິນແດນ​ຂອງ​ພວກເຈົ້າ​ກໍໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka