ເຢເຣມີຢາ 13:13 - ພຣະຄຳພີສັກສິ13 ແລ້ວຈົ່ງບອກພວກເຂົາວ່າ ‘ເຮົາຄືພຣະເຈົ້າຢາເວກຳລັງໃຫ້ປະຊາຊົນໃນດິນແດນ ມີເຫຼົ້າອະງຸ່ນດື່ມຢ່າງຫລວງຫລາຍຈົນມືນເມົາ ເຊັ່ນ: ບັນດາກະສັດທີ່ເປັນເຊື້ອສາຍຂອງດາວິດ, ພວກປະໂຣຫິດ, ພວກຜູ້ທຳນວາຍ ແລະຊາວນະຄອນເຢຣູຊາເລັມທັງໝົດ.’ Uka jalj uñjjattʼäta |
ແມ່ນແຕ່ເມືອງທີ່ເຮົາໄດ້ເລືອກໄວ້ເອງ ເຮົາກໍຈະລົງມືທຳລາຍ. ສ່ວນພວກເຂົານັ້ນຄິດວ່າພວກຕົນຈະບໍ່ຖືກລົງໂທດບໍ? ບໍ່ເປັນຢ່າງນັ້ນດອກ ພວກເຂົາຈະຖືກລົງໂທດ ເພາະເຮົາຈະສົ່ງເສິກສົງຄາມ ມາສູ່ປະຊາຊົນທັງໝົດເທິງແຜ່ນດິນໂລກນີ້. ເຮົາຄືພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້ແຫຼະ.”