Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 13:12 - ພຣະຄຳພີສັກສິ

12 ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ເຢເຣມີຢາ​ເອີຍ ຈົ່ງ​ບອກ​ປະຊາຊົນ​ອິດສະຣາເອນ​ວ່າ ໄຫ​ທີ່​ພວກເຂົາ​ເຮັດ​ໄວ້​ນັ້ນ​ແມ່ນ​ສຳລັບ​ໃສ່​ເຫຼົ້າ​ອະງຸ່ນ, ແຕ່​ຖ້າ​ພວກເຂົາ​ຕອບ​ວ່າ, ‘ແມ່ນ​ແລ້ວ ພວກເຮົາ​ຮູ້​ດີ.’

Uka jalj uñjjattʼäta Copia luraña




ເຢເຣມີຢາ 13:12
4 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ກ່າວ​ວ່າ, “ເສື້ອຊ້ອນ​ຮັດ​ກາຍ​ດີ​ສັນໃດ ເຮົາ​ກໍ​ຢາກ​ໃຫ້​ປະຊາຊົນ​ອິດສະຣາເອນ​ແລະ​ຢູດາ​ທັງໝົດ​ເຂົ້າ​ສະໜິດ​ກັບ​ເຮົາ​ດີ​ສັນນັ້ນ. ເຮົາ​ໄດ້​ເຮັດ​ເຊັ່ນນີ້​ເພື່ອ​ພວກເຂົາ​ຈະ​ໄດ້​ເປັນ​ປະຊາຊົນ​ຂອງເຮົາ ຄື​ຜູ້​ທີ່​ໃຫ້​ຄຳ​ຍ້ອງຍໍ​ສັນລະເສີນ ແລະ​ນຳ​ກຽດສັກສີ​ມາ​ສູ່​ນາມ​ຂອງເຮົາ; ແຕ່​ພວກເຂົາ​ບໍ່​ເຊື່ອຟັງ​ເຮົາ.”


ແລ້ວ​ຈົ່ງ​ບອກ​ພວກເຂົາ​ວ່າ ‘ເຮົາ​ຄື​ພຣະເຈົ້າຢາເວ​ກຳລັງ​ໃຫ້​ປະຊາຊົນ​ໃນ​ດິນແດນ ມີ​ເຫຼົ້າ​ອະງຸ່ນ​ດື່ມ​ຢ່າງ​ຫລວງຫລາຍ​ຈົນ​ມືນເມົາ ເຊັ່ນ: ບັນດາ​ກະສັດ​ທີ່​ເປັນ​ເຊື້ອສາຍ​ຂອງ​ດາວິດ, ພວກ​ປະໂຣຫິດ, ພວກ​ຜູ້ທຳນວາຍ ແລະ​ຊາວ​ນະຄອນ​ເຢຣູຊາເລັມ​ທັງໝົດ.’


ເມື່ອ​ພວກເຂົາ​ດື່ມ​ແລ້ວ ພວກເຂົາ​ຈະ​ໂຊເຊ​ແລະ​ເສຍ​ສະຕິໄປ ເພາະ​ເສິກ​ສົງຄາມ​ທີ່​ເຮົາ​ຈະ​ສົ່ງ​ມາ​ຕໍ່ສູ້​ພວກເຂົາ.”


ປະຊາຊົນ​ໄດ້​ຖາມ​ຂ້າພະເຈົ້າ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ເຮັດ​ເຊັ່ນນີ້?”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka