Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 13:1 - ພຣະຄຳພີສັກສິ

1 ພຣະເຈົ້າຢາເວ​ໄດ້​ບອກ​ຂ້າພະເຈົ້າ​ໄປ​ຊື້​ເສື້ອຊ້ອນ​ບາງ​ຜືນ ທີ່​ເປັນ​ຜ້າປ່ານ​ສຳລັບ​ຂ້າພະເຈົ້າ ແລະ​ໃຫ້​ນຸ່ງ​ເສື້ອ​ນັ້ນ; ແຕ່​ພຣະອົງ​ໄດ້​ບອກ​ຂ້າພະເຈົ້າ​ບໍ່​ໃຫ້​ຈຸ່ມ​ນໍ້າ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 13:1
9 Jak'a apnaqawi uñst'ayäwi  

ເມື່ອ​ເມືອງ​ອາຊະໂດດ​ຖືກ​ຢຶດເອົາ​ແລ້ວ ພຣະເຈົ້າຢາເວ​ໄດ້​ກ່າວ​ວ່າ, “ເອຊາຢາ ຜູ້ຮັບໃຊ້​ຂອງເຮົາ​ໄດ້​ຍ່າງ​ໄປມາ​ຕີນ​ເປົ່າ ແລະ​ເປືອຍຕົວ ເປັນ​ເວລາ​ເຖິງ​ສາມ​ປີ. ອັນ​ນີ້​ແມ່ນ​ໝາຍສຳຄັນ​ທີ່​ບອກ​ໃຫ້​ຮູ້​ເຖິງ ສິ່ງ​ທີ່​ຈະ​ເກີດຂຶ້ນ​ກັບ​ປະເທດ​ເອຢິບ ແລະ​ປະເທດ​ເອທີໂອເປຍ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ເສື້ອຊ້ອນ​ຮັດ​ກາຍ​ດີ​ສັນໃດ ເຮົາ​ກໍ​ຢາກ​ໃຫ້​ປະຊາຊົນ​ອິດສະຣາເອນ​ແລະ​ຢູດາ​ທັງໝົດ​ເຂົ້າ​ສະໜິດ​ກັບ​ເຮົາ​ດີ​ສັນນັ້ນ. ເຮົາ​ໄດ້​ເຮັດ​ເຊັ່ນນີ້​ເພື່ອ​ພວກເຂົາ​ຈະ​ໄດ້​ເປັນ​ປະຊາຊົນ​ຂອງເຮົາ ຄື​ຜູ້​ທີ່​ໃຫ້​ຄຳ​ຍ້ອງຍໍ​ສັນລະເສີນ ແລະ​ນຳ​ກຽດສັກສີ​ມາ​ສູ່​ນາມ​ຂອງເຮົາ; ແຕ່​ພວກເຂົາ​ບໍ່​ເຊື່ອຟັງ​ເຮົາ.”


“ຈົ່ງ​ລົງ​ໄປ​ທີ່​ເຮືອນ​ຂອງ​ຊ່າງ​ປັ້ນໝໍ້ ແລະ​ເຮົາ​ຈະ​ໃຫ້​ຖ້ອຍຄຳ​ຂອງເຮົາ​ແກ່​ເຈົ້າ​ຢູ່​ທີ່​ນັ້ນ.”


ພຣະເຈົ້າຢາເວ​ໄດ້​ບອກ​ຂ້າພະເຈົ້າ​ໃຫ້​ໄປ​ຊື້​ເອົາ​ໝໍ້ດິນ​ໜ່ວຍ​ໜຶ່ງ. ພຣະອົງ​ຍັງ​ບອກ​ຂ້າພະເຈົ້າ​ໃຫ້​ເອົາ​ພວກ​ເຖົ້າແກ່​ຂອງ​ປະຊາຊົນ ພ້ອມ​ທັງ​ພວກ​ປະໂຣຫິດ​ຜູ້​ອາວຸໂສ​ບາງຄົນ


ພຣະເຈົ້າຢາເວ​ໄດ້ກ່າວ​ແກ່​ຂ້າພະເຈົ້າ​ວ່າ ໃຫ້​ເອົາ​ທ່ອນ​ໄມ້​ເຮັດ​ແອກ​ສຳລັບ​ຂ້າພະເຈົ້າ​ເອງ ໂດຍ​ໃຊ້​ໜັງ​ເປັນ​ສາຍພາຍ​ໃສ່​ເທິງ​ຄໍ​ຂອງ​ຂ້າພະເຈົ້າ.


“ຈົ່ງ​ເອົາ​ຫີນ​ໃຫຍ່​ບາງ​ກ້ອນ​ມາ​ຝັງ​ໄວ້ ຢູ່​ຕໍ່ໜ້າ​ທາງ​ເຂົ້າ​ສູ່​ພະຣາຊວັງ​ຂອງ​ຟາໂຣ ແລະ​ໃຫ້​ພວກ​ອິດສະຣາເອນ​ບາງຄົນ​ຮູ້​ເຫັນ​ສິ່ງ​ທີ່​ເຈົ້າ​ເຮັດ.


ລາວ​ມາ​ຫາ​ພວກເຮົາ ແລະ​ເອົາ​ສາຍຮັດແອວ​ຂອງ​ໂປໂລ​ມັດ​ຕີນ​ມັດ​ມື​ຂອງ​ຕົນເອງ ແລະ​ກ່າວ​ວ່າ, “ພຣະວິນຍານ​ບໍຣິສຸດເຈົ້າ​ກ່າວ​ດັ່ງນີ້: ເຈົ້າຂອງ​ສາຍຮັດແອວ​ນີ້ ຈະ​ຖືກ​ມັດ​ຢ່າງ​ດຽວກັນ​ນີ້ ໂດຍ​ພວກ​ຢິວ​ໃນ​ນະຄອນ​ເຢຣູຊາເລັມ ແລະ​ພວກເຂົາ​ຈະ​ມອບ​ເພິ່ນ​ໃຫ້​ແກ່​ຄົນຕ່າງຊາດ.”


ໃນ​ອະດີດ​ຕະການ​ນັ້ນ ພຣະເຈົ້າ​ຊົງ​ກ່າວ​ແກ່​ບັນພະບຸລຸດ​ຂອງ​ພວກເຮົາ​ຫລາຍ​ເທື່ອ​ດ້ວຍ​ວິທີ​ຕ່າງໆ ໂດຍ​ທາງ​ບັນດາ​ຜູ້ທຳນວາຍ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka