9 ປະຊາຊົນທີ່ເຮົາໄດ້ເລືອກນັ້ນຄືນົກໂຕໜຶ່ງ ຖືກຝູງແຫລວຫຸ້ມລ້ອມໂຈມຕີທຸກດ້ານທຸກແຈ. ຈົ່ງໃຫ້ຄົນເອີ້ນເອົາສັດປ່າທັງຫລາຍມາ ຮ່ວມສັງສັນໃນງານກິນລ້ຽງເທາະ
ພຣະເຈົ້າຢາເວໄດ້ສົ່ງກອງທັບຊາວບາບີໂລນ, ຊີເຣຍ, ໂມອາບ ແລະອຳໂມນ ມາຕໍ່ສູ້ກະສັດເຢໂຮຍອາກິມເພື່ອທຳລາຍຢູດາ ຕາມຖ້ອຍຄຳທີ່ພຣະເຈົ້າຢາເວໄດ້ກ່າວໄວ້ ຜ່ານທາງພວກຜູ້ທຳນວາຍຜູ້ຮັບໃຊ້ຂອງພຣະອົງ.
ວັນໜຶ່ງຈະມາເຖິງ ເມື່ອຄວາມອວດອົ່ງຈອງຫອງຂອງມະນຸດຈະສິ້ນສຸດລົງ ແລະຄວາມອວດດີຂອງພວກເຂົາຈະຖືກທຳລາຍ. ແລ້ວແມ່ນພຣະເຈົ້າຢາເວເທົ່ານັ້ນ ທີ່ຈະໄດ້ຮັບກຽດແລະຄຳຍົກຍໍສັນລະເສີນ.
ໃນວັນນັ້ນ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ຈະເຮັດໃຫ້ທຸກຄົນທີ່ມີອຳນາດ ທຸກຄົນທີ່ອວດອົ່ງ ແລະທຸກຄົນທີ່ຈອງຫອງນັ້ນໄດ້ຖ່ອມຕົວລົງ.
ອົງພຣະຜູ້ເປັນເຈົ້າໄດ້ບອກຊາດຕ່າງດ້າວທັງຫລາຍໃຫ້ມາດັ່ງຝູງສັດປ່າ ແລະກັດກິນປະຊາຊົນຂອງພຣະອົງ.
ເຮົາຄືພຣະເຈົ້າຢາເວໄດ້ຕັດສິນໃຈແລ້ວວ່າ ຈະໃຫ້ສິ່ງທີ່ໜ້າຢ້ານສີ່ປະການນີ້ເກີດຂຶ້ນກັບພວກເຂົາເຊັ່ນ: ພວກເຂົາຈະຖືກຂ້າໃນເສິກສົງຄາມ; ຝູງໝາຈະລາກຊາກສົບຂອງພວກເຂົາໄປກິນ; ຝູງນົກຈະສັບຕອດກິນຊາກສົບເຫຼົ່ານັ້ນ ແລະອັນທີ່ເຫຼືອນັ້ນສັດປ່າຈະກິນໃຫ້ກ້ຽງ.
ພວກເຂົາຮ້ອງແຜດສຽງໃສ່ລາວ ດັ່ງໂຕສິງ ດິນແດນຂອງລາວກາຍເປັນຖິ່ນແຫ້ງແລ້ງກັນດານແລ້ວ ແລະເມືອງຕ່າງໆກໍຮົກຮ້າງເພພັງ ທັງຖືກປະຖິ້ມໄປຢ່າງສິ້ນເຊີງສາແລ້ວ.
ເຮົາຈະມອບພວກເຂົາໃຫ້ເຫຼົ່າສັດຕູຜູ້ທີ່ຢາກສັງຫານພວກເຂົາ ແລະຊາກສົບຂອງພວກເຂົາຈະຖືກຝູງນົກເຈາະແລະຖືກສັດປ່າກັດກິນ.
ຊາກສົບຕ່າງໆຈະກາຍເປັນອາຫານຂອງຝູງນົກ ແລະສັດປ່າທັງຫລາຍ ແລະຈະບໍ່ມີຜູ້ໃດໄລ່ມັນໜີໄປຈາກທີ່ນັ້ນ.
ຂ້ອຍເດ່ມືອອກເພື່ອວິ້ງວອນໃຫ້ຄົນຊ່ວຍເຫລືອ ແຕ່ກໍບໍ່ມີຜູ້ໃດຊ່ວຍເຫລືອຂ້ອຍໄດ້. ພຣະເຈົ້າຢາເວໄດ້ເອີ້ນໃຫ້ສັດຕູມາຕໍ່ສູ້ຂ້ອຍທຸກທິດທາງ ພວກເຂົາເຮັດຕໍ່ຂ້ອຍດັ່ງເຮັດກັບສິ່ງທີ່ເປິເປື້ອນ.
ຍ້ອນຝູງແກະບໍ່ມີຜູ້ລ້ຽງ ແກະຈຶ່ງໄດ້ກະຈັດກະຈາຍໄປ ແລະຝູງສັດປ່າກໍມາກັດກິນເສຍ.
ເຂົາທັງສິບກັບສັດຮ້າຍທີ່ທ່ານໄດ້ເຫັນນັ້ນ, ຈະພາກັນກຽດຊັງຍິງໂສເພນີ ຈະເຮັດໃຫ້ມັນຂາດມິດສະຫາຍແລະເປືອຍກາຍ ຈະກັດກິນຊີ້ນແລະຈະເອົາໄຟເຜົາມັນເສຍ.