ເຢເຣມີຢາ 12:8 - ພຣະຄຳພີສັກສິ8 ປະຊາຊົນທີ່ເຮົາໄດ້ເລືອກນັ້ນຫັນມາຕໍ່ສູ້ເຮົາ ເໝືອນດັ່ງໂຕສິງຢູ່ໃນປ່າດົງພົງໄພນັ້ນ ຕ່າງກໍຮ້ອງແຜດສຽງໃສ່ເຮົາ ດັ່ງນັ້ນ ເຮົາຈຶ່ງກຽດຊັງພວກເຂົາ. Uka jalj uñjjattʼäta |
ພຣະເຈົ້າຢາເວກ່າວວ່າ, “ຄວາມຊົ່ວຊ້າທຸກຢ່າງຂອງພວກເຂົາເລີ່ມຕົ້ນທີ່ເມືອງກິນການ. ແມ່ນບ່ອນນັ້ນແຫຼະ ທີ່ເຮົາເລີ່ມຕົ້ນກຽດຊັງພວກເຂົາ. ຍ້ອນຄວາມບາບທີ່ພວກເຂົາເຮັດນັ້ນ ເຮົາຈະຂັບໄລ່ພວກເຂົາໃຫ້ອອກໄປຈາກດິນແດນຂອງເຮົາ. ເຮົາຈະບໍ່ຮັກພວກເຂົາອີກຕໍ່ໄປ; ຜູ້ນຳທັງໝົດຂອງພວກເຂົາໄດ້ກະບົດຕໍ່ສູ້ເຮົາ.