Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 12:7 - ພຣະຄຳພີສັກສິ

7 ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ໄດ້​ປະຖິ້ມ​ຊົນຊາດ​ອິດສະຣາເອນ ເຮົາ​ໄດ້​ໂຍນ​ຊົນຊາດ​ທີ່​ເຮົາ​ໄດ້​ເລືອກເອົາ​ນັ້ນ. ເຮົາ​ໄດ້​ມອບ​ປະຊາຊົນ​ທີ່​ເຮົາ​ຮັກແພງ​ຫລາຍ ໄວ້​ໃນ​ເງື້ອມມື​ໃຕ້​ອຳນາດ​ຂອງ​ສັດຕູ​ສາ​ແລ້ວ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 12:7
23 Jak'a apnaqawi uñst'ayäwi  

ເຮົາ​ຈະ​ປະຖິ້ມ​ພວກ​ທີ່​ຍັງ​ມີ​ຊີວິດ​ຢູ່ ແລະ​ຈະ​ມອບ​ພວກເຂົາ​ໄວ້​ໃນ​ກຳມື​ຂອງ​ເຫຼົ່າ​ສັດຕູ ຜູ້​ທີ່​ຈະ​ຮົບ​ຊະນະ​ພວກເຂົາ ແລະ​ຈະ​ປຸ້ນສະດົມ​ດິນແດນ​ຂອງ​ພວກເຂົາ.


ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ໂກດຮ້າຍ​ໄພ່ພົນ​ຂອງ​ພຣະອົງ ພຣະອົງ​ເບື່ອໜ່າຍ​ກຽດຊັງ​ພວກເຂົາ.


ພຣະອົງ​ໄດ້​ໂກດຮ້າຍ​ປະຊາຊົນ​ທີ່​ຊົງ​ໄດ້​ເລືອກເອົາ ແລະ​ປ່ອຍ​ໃຫ້​ເຫຼົ່າ​ສັດຕູ​ສັງຫານ​ເຂົາເຈົ້າ.


ໂອ​ພຣະເຈົ້າ​ເອີຍ ພຣະອົງ​ໄດ້​ປະຖິ້ມ​ປະຊາຊົນ​ຂອງ​ພຣະອົງ​ສາ​ແລ້ວ ຄື​ເຊື້ອສາຍ​ຂອງ​ຢາໂຄບ ດິນແດນ​ເຕັມ​ແຕ່​ການ​ໃຊ້​ເວດມົນ​ຄາຖາ ຈາກ​ທິດ​ຕາເວັນອອກ​ແລະ​ຈາກ​ຟີລິດສະຕິນ. ປະຊາຊົນ​ຕ່າງ​ກໍ​ເຮັດ​ຕາມ​ປະເພນີ​ຂອງ​ຊາວ​ຕ່າງຊາດ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ຜູ້​ທີ່​ເຮົາ​ຮັກ​ກຳລັງ​ເຮັດ​ຊົ່ວ. ພວກເຂົາ​ມີ​ສິດ​ຫຍັງ​ຈຶ່ງ​ມາ​ຢູ່​ໃນ​ວິຫານ​ຂອງເຮົາ? ພວກເຂົາ​ຄິດວ່າ​ຈະ​ໜີພົ້ນ​ຈາກ​ຄວາມ​ຈິບຫາຍ​ໄດ້ ດ້ວຍ​ຄຳສັນຍາ​ຕ່າງໆ ແລະ​ດ້ວຍ​ເຜົາ​ສັດ​ຖວາຍບູຊາ​ບໍ? ພວກເຂົາ​ຄິດວ່າ​ຈະ​ໄດ້​ມີ​ຄວາມສຸກ​ກັບ​ສິ່ງນັ້ນ​ຊັ້ນບໍ?


ພຣະອົງ​ໄດ້​ປະຖິ້ມ​ຢູດາ​ເດັດຂາດ​ແລ້ວ​ບໍ? ພຣະອົງ​ກຽດຊັງ​ປະຊາຊົນ​ໃນ​ນະຄອນ​ຊີໂອນ​ຫລື​ນີ້? ເປັນຫຍັງ​ຈຶ່ງ​ທຳຮ້າຍ​ພວກ​ຂ້ານ້ອຍ​ໜັກ​ຫລາຍ? ຈົນ​ບໍ່​ຮັກສາ​ພວກ​ຂ້ານ້ອຍ​ໃຫ້​ດີ​ໄດ້? ສັນຕິສຸກ​ຄື​ສິ່ງ​ທີ່​ພວກ​ຂ້ານ້ອຍ​ຊອກຫາ ແຕ່​ກໍ​ບໍ່​ເຫັນ​ສິ່ງ​ທີ່​ດີ​ເກີດຂຶ້ນ​ມາ​ຈັກເທື່ອ; ພວກ​ຂ້ານ້ອຍ​ຫວັງ​ຈະ​ໄດ້​ຮັບ​ການ​ຮັກສາ​ໃຫ້​ດີ ແຕ່​ຄວາມ​ຢ້ານກົວ​ໃຫຍ່​ກໍ​ມາ​ແທນທີ່.


ພວກເຈົ້າ​ຈະ​ຕ້ອງ​ປ່ອຍປະ ດິນແດນ​ຊຶ່ງ​ເຮົາ​ໄດ້​ມອບ​ໃຫ້​ແກ່​ພວກເຈົ້າ​ນັ້ນ ແລະ​ເຮົາ​ຈະ​ກະທຳ​ໃຫ້​ພວກເຈົ້າ​ໄປ​ຮັບໃຊ້​ເຫຼົ່າ​ສັດຕູ​ຢູ່​ໃນ​ດິນແດນ​ທີ່​ພວກເຈົ້າ​ບໍ່​ຮູ້​ຫຍັງ​ເລີຍ ຍ້ອນ​ຄວາມ​ໂກດຮ້າຍ​ຂອງເຮົາ​ນັ້ນ​ເປັນ​ດັ່ງ​ໄຟ​ທີ່​ຈະ​ໄໝ້​ເຜົາຜານ​ຕະຫລອດໄປ.”


ແຕ່​ຖ້າ​ພວກເຈົ້າ​ບໍ່​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງເຮົາ ແລ້ວ​ເຮົາ​ກໍ​ສາບານ​ຕໍ່​ພວກເຈົ້າ​ວ່າ ວັງ​ນີ້​ຈະ​ລົ້ມ​ທະລາຍ​ເພພັງ​ລົງ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ເຢເຣມີຢາ​ເອີຍ ເມື່ອ​ຜູ້ໃດ​ໃນ​ປະຊາຊົນ​ຂອງເຮົາ ຫລື​ຜູ້ທຳນວາຍ​ຄົນໃດ ຫລື​ປະໂຣຫິດ​ຄົນໃດ​ຖາມ​ເຈົ້າ​ວ່າ, ‘ພຣະເຈົ້າຢາເວ​ໄດ້​ກ່າວ​ຢ່າງໃດ?’ ໃຫ້​ເຈົ້າ​ຕອບ​ຄົນ​ນັ້ນ​ວ່າ, ‘ເຈົ້າ​ເປັນ​ພາລະໜັກ ໃຫ້​ແກ່​ພຣະເຈົ້າຢາເວ ແລະ​ພຣະອົງ​ກໍ​ຈະ​ກຳຈັດ​ເຈົ້າ​ເສຍ.’


ແນ່ນອນ​ເຮົາ​ຈະ​ຢິບ​ຜູ້​ນັ້ນ​ຂຶ້ນ ແລະ​ໂຍນ​ພວກເຂົາ​ໃຫ້​ໜີໄປ​ໄກ​ຈາກ​ເຮົາ ລວມທັງ​ພວກເຂົາ​ແລະ​ນະຄອນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ແກ່​ພວກເຂົາ ແລະ​ບັນພະບຸລຸດ​ຂອງ​ພວກເຂົາ​ດ້ວຍ.


ພຣະເຈົ້າ​ຂອງ​ພວກເຂົາ ອົງພຣະ​ຜູ້​ເປັນເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ບໍ່ໄດ້​ປະຖິ້ມ​ອິດສະຣາເອນ​ແລະ​ຢູດາ ເຖິງ​ແມ່ນ​ວ່າ​ພວກເຂົາ​ໄດ້​ເຮັດ​ບາບ​ຕໍ່ສູ້​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ​ກໍຕາມ.


ສະນັ້ນ ສິ່ງ​ທີ່​ເຮົາ​ໄດ້​ເຮັດ​ຕໍ່​ເມືອງ​ຊີໂລ​ນັ້ນ ເຮົາ​ກໍ​ຈະ​ເຮັດ​ຕໍ່​ພຣະວິຫານ​ຂອງເຮົາ​ເຊັ່ນກັນ ຄື​ບ່ອນ​ທີ່​ພວກເຈົ້າ​ໄວ້ວາງໃຈ​ນັ້ນ. ໃນ​ບ່ອນ​ນີ້​ເອງ​ທີ່​ເຮົາ​ໄດ້​ຍົກ​ໃຫ້​ບັນພະບຸລຸດ​ຂອງ​ພວກເຈົ້າ​ແລະ​ພວກເຈົ້າ; ແຕ່​ເຮົາ​ຈະ​ເຮັດ​ເໝືອນກັນ​ກັບ​ທີ່​ເຮົາ​ໄດ້​ເຮັດ​ຕໍ່​ເມືອງ​ຊີໂລ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ຊາວ​ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ໄວ້ທຸກ​ສາ​ເຖີດ ຈົ່ງ​ແຖ​ຜົມ​ພວກເຈົ້າ​ອອກ ແລະ​ໂຍນ​ມັນ​ຖິ້ມ​ສາ ຈົ່ງ​ຮ້ອງເພງ​ອາໄລ​ອາວອນ​ທີ່​ເທິງ​ຈອມພູ​ພຸ້ນ ເພາະ​ອົງພຣະ​ຜູ້​ເປັນເຈົ້າ​ໂກດຮ້າຍ​ໃດ ແລະ​ປະຖິ້ມ​ປະຊາຊົນ​ຂອງເຮົາ​ສາ​ແລ້ວ.”


ແກ່​ພວກເຈົ້າ​ຊາວ​ອິດສະຣາເອນ​ວ່າ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ: ‘ເຮົາ​ຈະ​ເຮັດ​ໃຫ້​ພຣະວິຫານ​ຂອງເຮົາ​ເປັນ​ມົນທິນ ຍ້ອນ​ພວກເຈົ້າ​ພາກພູມ​ໃຈ​ເຖິງ​ຄວາມ​ໝັ້ນຄົງ​ຂອງ​ພຣະວິຫານ. ພວກເຈົ້າ​ມັກ​ຈະ​ແນມເບິ່ງ​ພຣະວິຫານ​ນັ້ນ ແລະ​ມັກ​ຈະ​ເຂົ້າ​ໄປ​ໃນ​ທີ່ນັ້ນ; ພວກ​ລູກ​ຊາຍ​ຍິງ​ຂອງ​ພວກເຈົ້າ​ທີ່​ເຫຼືອ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ຈະ​ຖືກ​ຂ້າ​ໃນ​ສົງຄາມ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ຄາວ​ທີ່​ຊາດ​ອິດສະຣາເອນ​ຍັງ​ເປັນ ເດັກນ້ອຍ​ຢູ່​ນັ້ນ ເຮົາ​ຮັກ​ລາວ​ແລະ​ເອີ້ນ​ລາວ​ໃຫ້​ອອກ ມາ​ຈາກ​ປະເທດ​ເອຢິບ​ໃນ​ຖານະ​ເປັນ​ລູກຊາຍ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ຄວາມ​ຊົ່ວຊ້າ​ທຸກຢ່າງ​ຂອງ​ພວກເຂົາ​ເລີ່ມຕົ້ນ​ທີ່​ເມືອງ​ກິນການ. ແມ່ນ​ບ່ອນ​ນັ້ນ​ແຫຼະ ທີ່​ເຮົາ​ເລີ່ມຕົ້ນ​ກຽດຊັງ​ພວກເຂົາ. ຍ້ອນ​ຄວາມ​ບາບ​ທີ່​ພວກເຂົາ​ເຮັດ​ນັ້ນ ເຮົາ​ຈະ​ຂັບໄລ່​ພວກເຂົາ​ໃຫ້​ອອກ​ໄປ​ຈາກ​ດິນແດນ​ຂອງເຮົາ. ເຮົາ​ຈະ​ບໍ່​ຮັກ​ພວກເຂົາ​ອີກ​ຕໍ່ໄປ; ຜູ້ນຳ​ທັງໝົດ​ຂອງ​ພວກເຂົາ​ໄດ້​ກະບົດ​ຕໍ່ສູ້​ເຮົາ.


ຈົ່ງ​ເປົ່າແກ​ຂຶ້ນ​ຢູ່​ທີ່​ເທິງ​ພູເຂົາ​ຊີໂອນ ຈົ່ງ​ສັ່ງ​ໃຫ້​ອົດອາຫານ​ແລະ​ເອີ້ນ​ປະຊຸມກັນ​ເຖີດ


ເຮົາ​ຈະ​ນຳ​ທຸກ​ຊົນຊາດ​ໃຫ້​ມາ​ເຕົ້າໂຮມ​ກັນ ແລະ​ນຳ​ພວກເຂົາ​ໄປ​ສູ່​ຮ່ອມພູ​ແຫ່ງ​ການຕັດສິນ​ນັ້ນ. ແລ້ວ​ໃນ​ທີ່ນັ້ນ​ເຮົາ​ກໍ​ຈະ​ຕັດສິນ​ພວກເຂົາ ຕາມ​ທີ່​ພວກເຂົາ​ທັງໝົດ​ໄດ້​ເຮັດ​ຕໍ່​ປະຊາຊົນ​ຂອງເຮົາ​ນັ້ນ. ພວກເຂົາ​ໄດ້​ໃຫ້​ຊາວ​ອິດສະຣາເອນ​ແຕກຊະ​ໄປ​ແດນ​ອື່ນ​ໄກ ແບ່ງແຍກ​ອິດສະຣາເອນ ດິນແດນ​ຂອງເຮົາ​ດ້ວຍ.


ພວກເຂົາ​ຈະ​ລົ້ມ​ລົງ​ດ້ວຍ​ຄົມ​ດາບ ແລະ​ຈະ​ຖືກ​ຈັບ​ກວາດ​ໄປ​ເປັນ​ຊະເລີຍ​ໃນ​ທົ່ວ​ທຸກ​ປະເທດ ແລະ​ຄົນ​ບໍ່​ນັບຖື​ພຣະເຈົ້າ​ກໍ​ຈະ​ຢຽບຢໍ່າ​ນະຄອນ​ເຢຣູຊາເລັມ ຈົນກວ່າ​ຈະ​ຄົບ​ກຳນົດ​ເວລາ​ຂອງ​ພວກເຂົາ.”


ເພິ່ນ​ໄດ້​ເວົ້າ​ເຖິງ​ເຜົ່າ​ເບັນຢາມິນ​ວ່າ, “ຄົນ​ເຫຼົ່ານີ້ ຊຶ່ງ​ພຣະເຈົ້າຢາເວ​ຊົງຮັກ ແລະ​ປົກປັກ​ຮັກສາ ເຝົ້າ​ເບິ່ງແຍງ​ຕະຫລອດ​ມາ​ທຸກໆ​ວັນ​ບໍ່​ລະເວັ້ນ. ພຣະອົງ​ສະຖິດ​ຢູ່​ດ້ວຍ​ນຳ​ພວກເຂົາ​ທຸກໆ​ເມື່ອ ພຣະອົງ​ສະຖິດ​ຢູ່​ໃກ້​ທ່າມກາງ​ພວກເຂົາ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka