ເຢເຣມີຢາ 12:4 - ພຣະຄຳພີສັກສິ4 ດິນແດນນັ້ນຈະແຫ້ງແລ້ງຢູ່ຢ່າງນີ້ບໍ? ຫຍ້າຕາມທົ່ງນາຈະແຫ້ງຢູ່ຢ່າງນີ້ດົນປານໃດ? ຝູງສັດ ຝູງນົກລົ້ມຕາຍຍ້ອນປະຊາຊົນຊົ່ວຊາມ ຄືຜູ້ທີ່ເວົ້າວ່າ, ‘ພຣະເຈົ້າບໍ່ເຫັນພວກເຮົາເຮັດດອກ.”’ Uka jalj uñjjattʼäta |
ພວກເຂົາເວົ້າວ່າ, “ພວກຜູ້ທຳນວາຍບໍ່ມີຫຍັງດອກ ເປັນພຽງແຕ່ຖົງລົມເທົ່ານັ້ນ. ພວກເຂົາບໍ່ມີຖ້ອຍຄຳຫຍັງທີ່ມາຈາກອົງພຣະຜູ້ເປັນເຈົ້າ.” ພຣະເຈົ້າຢາເວ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ກ່າວແກ່ຂ້າພະເຈົ້າວ່າ, “ເຢເຣມີຢາເອີຍ ເພາະປະຊາຊົນເຫຼົ່ານີ້ໄດ້ເວົ້າເຊັ່ນນັ້ນ ເຮົາຈະກະທຳໃຫ້ຖ້ອຍຄຳຂອງເຮົາເປັນດັ່ງໄຟທີ່ປາກຂອງເຈົ້າ. ປະຊາຊົນຈະເປັນດັ່ງຟືນ ແລະໄຟຈະໄໝ້ເຜົາຜານພວກເຂົາຖິ້ມ.”