ເຢເຣມີຢາ 12:3 - ພຣະຄຳພີສັກສິ3 ຂ້າແດ່ພຣະເຈົ້າຢາເວ ແຕ່ພຣະອົງຮູ້ຂ້ານ້ອຍດີ ເຫັນສິ່ງທີ່ຂ້ານ້ອຍກະທຳ ແລະຮູ້ວ່າຂ້ານ້ອຍຮັກພຣະອົງດ້ວຍ. ຈົ່ງດຶງຄົນຊົ່ວອອກມາເບິ່ງດູ ດັ່ງດຶງແກະໄປຂ້າ ຈົ່ງເຝົ້າເບິ່ງພວກເຂົາຈົນກວ່າພວກເຂົາຖືກຂ້າຖິ້ມ. Uka jalj uñjjattʼäta |
ຂ້າແດ່ພຣະເຈົ້າຂອງຂ້ານ້ອຍ ຂ້ານ້ອຍຮູ້ວ່າພຣະອົງທົດສອບເບິ່ງຈິດໃຈຂອງມະນຸດທຸກຄົນ ແລະພໍໃຈກັບປະຊາຊົນທີ່ເປັນນໍ້າໜຶ່ງໃຈດຽວກັນ. ຂ້ານ້ອຍຂໍມອບສິ່ງທັງໝົດນີ້ໃຫ້ພຣະອົງດ້ວຍໃຈເຫລື້ອມໃສສັດທາ ແລະຂ້ານ້ອຍເຫັນວ່າປະຊາຊົນທີ່ມາເຕົ້າໂຮມກັນທີ່ນີ້ ພວກເຂົາມີຄວາມສຸກໃຈຫລາຍສໍ່າໃດ ທີ່ໄດ້ນຳເອົາເຄື່ອງຂອງມາຖວາຍແກ່ພຣະອົງ.
ແລ້ວຂ້າພະເຈົ້າກໍກ່າວວ່າ, “ຂ້າແດ່ພຣະເຈົ້າຢາເວ ພຣະອົງເຂົ້າໃຈ. ຈົ່ງລະນຶກເຖິງຂ້ານ້ອຍແລະຊ່ວຍຊູຂ້ານ້ອຍດ້ວຍ. ໂຜດໃຫ້ຂ້ານ້ອຍໄດ້ແກ້ແຄ້ນພວກທີ່ຂົ່ມເຫັງຂ້ານ້ອຍເຖີດ. ຢ່າອົດທົນຕໍ່ພວກເຂົາຜູ້ທີ່ຫວັງຢາກຂ້າຂ້ານ້ອຍໃຫ້ໄດ້. ຈົ່ງລະນຶກວ່າ ການທີ່ຂ້ານ້ອຍໄດ້ຮັບການດູໝິ່ນນິນທານີ້ ກໍເພື່ອເຫັນແກ່ພຣະອົງ.
ແລ້ວພຣະອົງກໍກ່າວແກ່ເປໂຕເປັນຄັ້ງທີສາມວ່າ, “ຊີໂມນລູກໂຢຮັນເອີຍ ເຈົ້າຮັກເຮົາບໍ?” ເປໂຕທຸກໃຈທີ່ພຣະເຢຊູເຈົ້າໄດ້ຖາມຕົນເຖິງສາມເທື່ອວ່າ, “ເຈົ້າຮັກເຮົາບໍ?” ສະນັ້ນ ເປໂຕຈຶ່ງຕອບພຣະອົງວ່າ, “ຂ້າແດ່ພຣະອົງເຈົ້າ ພຣະອົງຮູ້ຈັກທຸກໆສິ່ງ ພຣະອົງຮູ້ຈັກວ່າ ຂ້ານ້ອຍຮັກພຣະອົງ.” ພຣະເຢຊູເຈົ້າສັ່ງເປໂຕວ່າ, “ຈົ່ງລ້ຽງແກະທັງຫລາຍຂອງເຮົາເດີ.