Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 12:2 - ພຣະຄຳພີສັກສິ

2 ພຣະອົງ​ປູກ​ພວກເຂົາ​ໄວ້ ແລະ​ພວກເຂົາ​ກໍ​ຢັ່ງຮາກ​ລົງ ພວກເຂົາ​ໃຫຍ່​ຂຶ້ນ​ມາ ແລະ​ເກີດດອກ​ອອກຜົນ​ທັງນັ້ນ. ພວກເຂົາ​ເວົ້າຈາ​ຊົມເຊີຍ​ກ່ຽວກັບ​ພຣະອົງ​ຢູ່​ສະເໝີ ແຕ່​ໃນ​ໃຈ​ຂອງ​ພວກເຂົາ​ພັດ​ບໍ່​ສົນໃຈ​ພຣະອົງ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 12:2
15 Jak'a apnaqawi uñst'ayäwi  

ຄົນ​ບາດເຈັບ​ກຳລັງ​ຈະ​ຕາຍ​ຮ້ອງໄຫ້​ໃນ​ເມືອງ ແຕ່​ພຣະເຈົ້າ​ບໍ່​ຕອບ​ຄຳພາວັນນາ​ອະທິຖານ​ຂອງ​ພວກ​ເຂົາເຈົ້າ.


ຂ້ອຍ​ໄດ້​ເຫັນ​ຄົນໂງ່ຈ້າ ແຕ່​ເບິ່ງ​ຄື​ວ່າ​ໝັ້ນຄົງ ແຕ່​ເມື່ອ​ຂ້ອຍ​ຮ້ອງຂໍ ທັນໃດນັ້ນ ເຮືອນ​ຂອງ​ພວກເຂົາ​ກໍ​ຖືກ​ສາບແຊ່ງ.


ຂ້ອຍ​ໄດ້​ເຫັນ​ຄົນຊົ່ວຮ້າຍ​ແລະ​ຜູ້​ກົດຂີ່​ຄົນ ຖື​ຕົວ​ສູງ​ດັ່ງ​ຕົ້ນ​ສົນສີດາ​ທີ່​ເລບານອນ​ພຸ້ນ;


ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ວ່າ, “ປະຊາຊົນ​ເຫຼົ່ານີ້​ອ້າງ​ວ່າ​ນະມັດສະການ​ເຮົາ ແຕ່​ຄຳເວົ້າ​ຂອງ​ພວກເຂົາ​ໄຮ້​ຄວາມໝາຍ ແລະ​ຈິດໃຈ​ຂອງ​ພວກເຂົາ​ກໍ​ສຸມ​ຢູ່​ທີ່​ອື່ນ. ຄວາມ​ເຊື່ອຖື​ຂອງ​ພວກເຂົາ​ບໍ່ມີ​ຫຍັງ, ແຕ່​ເປັນ​ກົດເກນ ແລະ​ຮີດຄອງ​ຂອງ​ມະນຸດ ຊຶ່ງ​ພວກເຂົາ​ໄດ້​ທ່ອງ​ຂຶ້ນໃຈ​ເທົ່ານັ້ນ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ໄດ້​ປູກຝັງ​ອິດສະຣາເອນ ແລະ​ຢູດາ, ແຕ່​ບັດນີ້​ເຮົາ​ນາບຂູ່​ພວກເຂົາ​ດ້ວຍ​ຄວາມ​ຈິບຫາຍ. ພວກເຂົາ​ໄດ້​ນຳ​ເອົາ​ຄວາມ​ຈິບຫາຍ​ນີ້​ມາ​ສູ່​ພວກ​ເຂົາເອງ​ຍ້ອນ​ໄດ້​ເຮັດ​ຜິດ; ພວກເຂົາ​ໄດ້​ເຮັດ​ໃຫ້​ເຮົາ​ໂກດຮ້າຍ​ໂດຍ​ຖວາຍບູຊາ​ແກ່​ພະບາອານ.”


ເຖິງ​ແມ່ນ​ນາງ​ໄດ້​ເຮັດ​ສິ່ງ​ທັງໝົດ​ນັ້ນ​ແລ້ວ​ກໍດີ; ຢູດາ ນ້ອງສາວ​ຜູ້​ທີ່​ບໍ່​ສັດຊື່​ຂອງ​ອິດສະຣາເອນ​ກໍ​ແກ້ງ​ກັບຄືນ​ມາ​ຫາ​ເຮົາ ພຽງແຕ່​ປາກ​ເທົ່ານັ້ນ; ແຕ່​ນາງ​ບໍ່ໄດ້​ມີ​ຄວາມ​ຈິງໃຈ​ເລີຍ.” ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫລະ.


ແຕ່​ພຣະເຈົ້າຢາເວ​ກ່າວ​ຕໍ່​ເຈົ້າ​ວ່າ, ‘ເຮົາ​ກຳລັງ​ດຶງ​ສິ່ງ​ທີ່​ເຮົາ​ໄດ້​ສ້າງ​ຂຶ້ນ​ນັ້ນ​ລົງ ແລະ​ຫລົກ​ສິ່ງ​ທີ່​ເຮົາ​ໄດ້​ປູກ​ໄວ້​ນັ້ນ​ຖິ້ມ. ເຮົາ​ຈະ​ກະທຳ​ສິ່ງ​ນີ້​ແຫຼະ ແກ່​ແຜ່ນດິນ​ໂລກ​ທັງໝົດ.


ສະນັ້ນ ປະຊາຊົນ​ຂອງເຮົາ​ຈຶ່ງ​ຫລັ່ງໄຫລ​ກັນ​ມາ​ຟັງ​ສິ່ງ​ທີ່​ເຈົ້າ​ຕ້ອງ​ກ່າວ, ແຕ່​ພວກເຂົາ​ບໍ່ໄດ້​ເຮັດ​ຕາມ. ພວກເຂົາ​ຖື​ຄຳເວົ້າ​ຂອງເຈົ້າ​ນັ້ນ​ເປັນ​ດັ່ງ​ບົດເພງ​ງ່າຍໆ ແລະ​ພວກເຂົາ​ຍັງ​ສືບຕໍ່​ໂລບມາກ​ໂລພາ.


ພວກເຂົາ​ບໍ່ໄດ້​ພາວັນນາ​ອະທິຖານ​ຫາ​ເຮົາ​ດ້ວຍ​ຄວາມ​ຈິງໃຈ; ແຕ່​ໄດ້​ນອນ​ລົງ​ແລະ​ຮ້ອງໄຫ້​ຄໍ່າຄວນ​ດັ່ງ​ຄົນ​ບໍ່​ນັບຖື​ພຣະເຈົ້າ. ເມື່ອ​ພາວັນນາ​ອະທິຖານ​ຂໍ​ເຂົ້າ​ສາລີ​ແລະ​ເຫຼົ້າ​ອະງຸ່ນ​ນັ້ນ ພວກເຂົາ​ກໍ​ປາດເນື້ອ​ເຖືອໜັງ​ຕົນເອງ ຄື​ກັບ​ຄົນ​ບໍ່​ນັບຖື. ພວກເຂົາ​ເປັນ​ກະບົດ​ຕໍ່​ເຮົາ.


ແຕ່​ພຣະອົງ​ທົນ​ເບິ່ງ​ຄົນ​ເລ້ຫລ່ຽມ​ຫລອກລວງ ຄື​ຄົນຊົ່ວຊ້າ​ເຫຼົ່ານີ້​ໄດ້​ຢ່າງໃດ? ຕາ​ຂອງ​ພຣະອົງ​ແສນ​ບໍຣິສຸດ​ຍິ່ງ ເກີນກວ່າ​ທີ່​ຈະ​ເບິ່ງ​ຄວາມ​ຊົ່ວຊ້າ​ໄດ້ ແລະ​ພຣະອົງ​ກໍ​ບໍ່​ອາດ​ທົນ​ຕໍ່​ພາບ​ຂອງ​ປະຊາຊົນ​ທີ່​ເຮັດ​ຜິດ​ໄດ້. ດ້ວຍເຫດໃດ ພຣະອົງ​ຈຶ່ງ​ມິດງຽບ​ຢູ່ ໃນ​ເມື່ອ​ພວກເຂົາ​ທຳລາຍ​ປະຊາຊົນ ຜູ້​ທີ່​ຊອບທຳ​ກວ່າ​ພວກເຂົາ?


‘ຄົນ​ເຫຼົ່ານີ້​ໃຫ້ກຽດ​ເຮົາ​ແຕ່​ປາກ ສ່ວນ​ຈິດໃຈ​ຫ່າງ​ໄກ​ຈາກ​ເຮົາ.


ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ວ່າ, “ເອຊາຢາ​ໄດ້​ທຳນວາຍ​ຄັກແນ່ ເຖິງ​ພວກເຈົ້າ​ຜູ້​ເປັນ​ຄົນ​ໜ້າຊື່​ໃຈຄົດ ຕາມ​ທີ່​ເພິ່ນ​ໄດ້​ຂຽນ​ໄວ້​ວ່າ, ‘ຄົນ​ພວກ​ນີ້​ໃຫ້ກຽດ​ເຮົາ​ແຕ່​ປາກ ສ່ວນ​ວ່າ​ຈິດໃຈ​ຫ່າງ​ໄກ​ຈາກ​ເຮົາ.


ພວກເຂົາ​ອ້າງ​ວ່າ​ພວກເຂົາ​ຮູ້ຈັກ​ພຣະເຈົ້າ, ແຕ່​ການ​ກະທຳ​ຂອງ​ພວກເຂົາ​ກັບ​ປະຕິເສດ​ພຣະອົງ ພວກເຂົາ​ເປັນ​ຄົນ​ໜ້າກຽດ​ໜ້າຊັງ, ບໍ່​ເຊື່ອຟັງ ແລະ ເຮັດ​ຄວາມດີ​ອັນ​ໃດ​ບໍ່ໄດ້​ຈັກ​ປະການ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka