ເຢເຣມີຢາ 12:16 - ພຣະຄຳພີສັກສິ16 ຖ້າພວກເຂົາຍອມຮັບເອົາວິທີທາງດຳເນີນຊີວິດ ຂອງປະຊາຊົນຂອງເຮົາດ້ວຍໝົດຈິດໝົດໃຈ ແລະຈະສາບານໃນນາມຂອງພຣະເຈົ້າຢາເວອົງຊົງພຣະຊົນຢູ່ ດັ່ງພວກເຂົາໄດ້ສັ່ງສອນປະຊາຊົນຂອງເຮົາໃຫ້ສາບານຕໍ່ພະບາອານນັ້ນ ແລ້ວພວກເຂົາກໍຈະເປັນສ່ວນໜຶ່ງຂອງປະຊາຊົນຂອງເຮົາເໝືອນກັນ ແລະພວກເຂົາຈະຈະເລີນຮຸ່ງເຮືອງດ້ວຍ. Uka jalj uñjjattʼäta |
ປະຊາຊົນຫລາຍຊົນຊາດຈະພາກັນກ່າວວ່າ, “ໃຫ້ພວກເຮົາຂຶ້ນໄປເທິງພູເຂົາຂອງພຣະເຈົ້າຢາເວເດີ ສູ່ວິຫານຂອງພຣະເຈົ້າແຫ່ງຊາດອິດສະຣາເອນ ພຣະອົງຈະສັ່ງສອນພວກເຮົາເຖິງສິ່ງທີ່ພຣະອົງຢາກໃຫ້ເຮັດ. ພວກເຮົາຈະພາກັນຍ່າງຕາມຮ່ອມແຫ່ງຫົນທາງ ທີ່ພຣະອົງໄດ້ເລືອກສັນໄວ້ແລ້ວນັ້ນ. ຖ້ອຍຄຳຂອງພຣະເຈົ້າຢາເວມາແຕ່ນະຄອນເຢຣູຊາເລັມ ແຕ່ພູເຂົາຊີໂອນທີ່ພຣະອົງກ່າວແກ່ປະຊາຊົນນັ້ນ.”
ຂ້າແດ່ພຣະເຈົ້າຢາເວ ພຣະອົງແມ່ນຜູ້ທີ່ປົກປ້ອງຄຸ້ມຄອງຂອງຂ້ານ້ອຍ ແລະໃຫ້ກຳລັງວັງຊາແກ່ຂ້ານ້ອຍ; ພຣະອົງໄດ້ຊ່ວຍຂ້ານ້ອຍໃນຍາມເດືອດຮ້ອນ. ຊົນຊາດທັງຫລາຍຈະມາຫາພຣະອົງຈາກສົ້ນສຸດແຜ່ນດິນໂລກ ແລະກ່າວວ່າ, “ບັນພະບຸລຸດຂອງພວກຂ້ານ້ອຍບໍ່ມີຫຍັງເລີຍ; ມີແຕ່ພະປອມເທົ່ານັ້ນຄືຮູບເຄົາຣົບທັງຫລາຍທີ່ບໍ່ມີປະໂຫຍດ.
ແຕ່ໂດຍຜ່ານທາງພວກຜູ້ທຳນວາຍຄືຄົນຮັບໃຊ້ຂອງເຮົາ ເຮົາໄດ້ມອບຖ້ອຍຄຳແລະຄຳຕັກເຕືອນຕ່າງໆ ໃຫ້ປູ່ຍ່າຕາຍາຍຂອງພວກເຈົ້າ; ແຕ່ພວກເຂົາບໍ່ໄດ້ເອົາໃຈໃສ່ ຈຶ່ງໄດ້ຮັບໂທດກຳ ແລ້ວພວກເຂົາກໍໄດ້ກັບໃຈໃໝ່ແລະກ່າວວ່າ, ‘ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ລົງໂທດພວກເຮົາ ສົມກັບທີ່ພວກເຮົາສົມຄວນໄດ້ຮັບ ຕາມທີ່ພຣະອົງໄດ້ຕັດສິນໃຈເຮັດເຊັ່ນນັ້ນ.”’
ຄືນນີ້ ຈົ່ງນອນຢູ່ບ່ອນນີ້ແຫຼະ ແລະໃນມື້ອື່ນເຊົ້າ ພວກເຮົາຈະຕ້ອງຖາມລາວເບິ່ງວ່າ ລາວຈະເປັນຜູ້ຮັບຜິດຊອບເບິ່ງແຍງເຈົ້າຫລືບໍ່? ຖ້າລາວຮັບກໍເປັນການດີຫລາຍ; ຖ້າລາວບໍ່ຮັບ ຂ້ອຍຂໍສາບານຕໍ່ພຣະເຈົ້າຢາເວອົງຊົງຊີວິດຢູ່ວ່າ ຂ້ອຍຈະຮັບຜິດຊອບໃນເລື່ອງນີ້. ຈົ່ງນອນສາ ແລະຢູ່ທີ່ນີ້ຈົນເຖິງມື້ອື່ນເຊົ້າ.”