Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 12:15 - ພຣະຄຳພີສັກສິ

15 ແຕ່​ຫລັງຈາກ​ເຮົາ​ໄດ້​ກວາດຕ້ອນ​ພວກເຂົາ​ໄປ​ແລ້ວ ເຮົາ​ຈະ​ເມດຕາ​ພວກເຂົາ; ເຮົາ​ຈະ​ນຳ​ແຕ່ລະ​ຊົນຊາດ​ໃຫ້​ກັບຄືນ​ມາ​ສູ່​ດິນແດນ​ທີ່​ເປັນ​ຂອງຕົນເອງ ແລະ​ສູ່​ປະເທດ​ທີ່​ເປັນ​ຂອງ​ພວກເຂົາ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 12:15
16 Jak'a apnaqawi uñst'ayäwi  

ແຕ່​ພວກເຂົາ​ຈະ​ກ່າວ​ວ່າ, ‘ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນຢູ່ ຜູ້​ໄດ້​ນຳ​ປະຊາຊົນ​ອິດສະຣາເອນ​ອອກ​ມາ​ຈາກ​ດິນແດນ​ທາງ​ທິດເໜືອ ແລະ​ອອກ​ມາ​ຈາກ​ປະເທດ​ຕ່າງໆ ທີ່​ພຣະອົງ​ໄດ້​ເຮັດ​ໃຫ້​ພວກເຂົາ​ກະຈັດ​ກະຈາຍ​ໄປ​ນັ້ນ.’ ເຮົາ​ຈະ​ນຳ​ພວກເຂົາ​ກັບຄືນ​ມາ​ສູ່​ດິນແດນ​ເດີມ​ຂອງ​ພວກເຂົາ ຄື​ດິນແດນ​ຊຶ່ງ​ເຮົາ​ໄດ້​ໃຫ້​ແກ່​ບັນພະບຸລຸດ​ຂອງ​ພວກເຂົາ​ນັ້ນ.”


ເຮົາ​ຈະ​ເຝົ້າເບິ່ງ​ພວກເຂົາ ແລະ​ຈະ​ນຳ​ພວກເຂົາ​ກັບຄືນ​ມາ​ສູ່​ດິນແດນ​ນີ້. ເຮົາ​ຈະ​ກໍ່ສ້າງ ແລະ​ຫລໍ່ຫລອມ​ພວກເຂົາ​ຂຶ້ນ ແລະ​ຈະ​ບໍ່​ທຳລາຍ​ພວກເຂົາ​ລົງ; ເຮົາ​ຈະ​ປູກ​ພວກເຂົາ​ໄວ້ ແລະ​ຈະ​ບໍ່​ຫລົກ​ພວກເຂົາ​ຖິ້ມ.


ພວກເຈົ້າ​ຈະ​ພົບ​ເຮົາ​ແທ້ໆ,’ ພຣະເຈົ້າຢາເວ​ກ່າວ​ວ່າ, ‘ແລະ​ເຮົາ​ຈະ​ປົວແປງ​ພວກເຈົ້າ​ຂຶ້ນ​ໃໝ່​ຢູ່​ໃນ​ປະເທດ​ຂອງ​ພວກເຈົ້າ​ເອງ. ເຮົາ​ຈະ​ເຕົ້າໂຮມ​ພວກເຈົ້າ​ຈາກ​ທຸກໆ​ປະເທດ​ແລະ​ຈາກ​ທຸກໆ​ບ່ອນ ຊຶ່ງ​ເຮົາ​ໄດ້​ໃຫ້​ພວກເຈົ້າ​ກະຈັດ​ກະຈາຍ​ໄປ​ນັ້ນ’ ພຣະເຈົ້າຢາເວ​ກ່າວ​ວ່າ ‘ແລະ​ເຮົາ​ຈະ​ນຳ​ພວກເຈົ້າ​ກັບຄືນ​ມາ​ສູ່​ດິນແດນ ຊຶ່ງ​ເຮົາ​ໄດ້​ສົ່ງ​ພວກເຈົ້າ​ໄປ​ເປັນ​ຊະເລີຍ​ນັ້ນ.’


ພຣະອົງ​ໄດ້​ບອກ​ຂ້າພະເຈົ້າ​ໄປ​ກ່າວ​ຕໍ່​ຊາດ​ອິດສະຣາເອນ​ວ່າ, “ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ຊາດ​ອິດສະຣາເອນ​ຜູ້​ບໍ່​ສັດຊື່​ເອີຍ ຈົ່ງ​ກັບຄືນ​ມາ​ຫາ​ເຮົາ​ເຖີດ. ພຣະເຈົ້າຢາເວ​ກ່າວ​ວ່າ ເຮົາ​ມີ​ຄວາມ​ເມດຕາປານີ ແລະ​ເຮົາ​ຈະ​ບໍ່​ໂກດຮ້າຍ; ພຣະເຈົ້າຢາເວ​ກ່າວ​ວ່າ ເຮົາ​ຈະ​ບໍ່​ໂກດຮ້າຍ​ເຈົ້າ​ຕະຫລອດໄປ.


ເມື່ອ​ເວລາ​ນັ້ນ​ມາ​ເຖິງ ຄົນ​ຈະ​ເອີ້ນ​ນະຄອນ​ເຢຣູຊາເລັມ​ວ່າ, ‘ບັນລັງ​ຂອງ​ພຣະເຈົ້າຢາເວ’ ແລະ​ທຸກ​ຊົນຊາດ​ຈະ​ມາ​ໂຮມກັນ​ທີ່​ນັ້ນ​ເພື່ອ​ນະມັດສະການ​ຖວາຍກຽດ​ໃນ​ນາມຊື່​ຂອງ​ພຣະເຈົ້າຢາເວ. ພວກເຂົາ​ຈະ​ບໍ່​ເຮັດ​ຕາມ​ຈິດໃຈ​ດື້ດ້ານ​ແລະ​ຊົ່ວຊ້າ​ຂອງ​ພວກເຂົາ​ອີກ​ຕໍ່ໄປ.


ການ​ທີ່​ພວກເຈົ້າ​ຈະ​ສາບານ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນຢູ່​ກໍ​ເປັນ​ການ​ຖືກຕ້ອງ​ແລ້ວ ທຸກໆ​ຊົນຊາດ​ກໍ​ຈະ​ຂໍ​ເຮົາ​ອວຍພອນ​ພວກເຂົາ ແລະ​ພວກເຂົາ​ກໍ​ຈະ​ສັນລະເສີນ​ເຮົາ.”


ແຕ່​ໃນ​ເວລາ​ຂ້າງໜ້າ ຈະ​ເຮັດ​ໃຫ້​ໂມອາບ​ຈະເລີນ​ຮຸ່ງເຮືອງ​ຂຶ້ນໃໝ່. ສິ່ງ​ທັງໝົດ​ນີ້​ແມ່ນ​ເຫດການ​ທີ່​ພຣະເຈົ້າຢາເວ​ກ່າວ​ວ່າ ຈະ​ເກີດຂຶ້ນ​ກັບ​ໂມອາບ.


ແຕ່​ພາຍລຸນ​ມາ ເຮົາ​ຈະ​ເຮັດ​ໃຫ້​ປະຊາຊົນ​ເອລາມ​ຈະເລີນ​ຮຸ່ງເຮືອງ​ຂຶ້ນໃໝ່.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ແຕ່​ພາຍລຸນ​ມາ ເຮົາ​ຈະ​ເຮັດ​ໃຫ້​ອຳໂມນ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ແຕ່​ໃນ​ເວລາ​ທີ່​ເພິ່ນ​ມີ​ອຳນາດ​ຍິ່ງໃຫຍ່​ນັ້ນ ອານາຈັກ​ຂອງ​ເພິ່ນ​ຈະ​ແຕກແຍກ ແລະ​ຈະ​ຖືກ​ແບ່ງ​ອອກ​ເປັນ​ສີ່​ສ່ວນ. ບັນດາ​ກະສັດ​ທີ່​ບໍ່ໄດ້​ສືບ​ເຊື້ອສາຍ​ມາ​ຈາກ​ເພິ່ນ​ຈະ​ປົກຄອງ​ແທນ​ເພິ່ນ, ແຕ່​ພວກ​ນີ້​ຈະ​ບໍ່ມີ​ອຳນາດ​ດັ່ງ​ທີ່​ເພິ່ນ​ໄດ້​ມີ.


ເຮົາ​ຈະ​ນຳ​ປະຊາຊົນ​ຂອງເຮົາ​ຄືນ​ສູ່​ດິນ​ເດີມ​ຂອງ​ພວກເຂົາ ສ້າງ​ເມືອງ​ເພພັງ​ຂຶ້ນ​ໃໝ່ ແລະ​ອາໄສ​ຢູ່​ທີ່​ນັ້ນ; ພວກເຂົາ​ຈະ​ເຮັດ​ສວນອະງຸ່ນ​ອີກ ແລະ​ດື່ມ​ເຫຼົ້າ​ອະງຸ່ນ ພວກເຂົາ​ຈະ​ເຮັດ​ສວນ​ຜັກ​ແລະ​ກິນ​ເຄື່ອງ​ປູກຝັງ​ນັ້ນ.


ພວກເຮົາ​ຈະ​ບໍ່​ຍິນຍອມ​ກັບ​ມາ​ບ້ານ​ເມືອງ ຈົນກວ່າ​ພີ່ນ້ອງ​ອິດສະຣາເອນ​ທັງໝົດ​ໄດ້​ຮັບ​ດິນແດນ ທີ່​ຖືກ​ມອບໝາຍ​ໃຫ້​ນັ້ນ​ມາ​ເປັນ​ກຳມະສິດ​ຂອງ​ພວກເຂົາ.


‘ພາຍ​ຫລັງ​ເຫດການ​ນີ້​ແລ້ວ​ເຮົາ​ຈະ​ກັບ​ມາ ແລະ​ສ້າງ​ຫໍເຕັນ​ຂອງ​ດາວິດ ທີ່​ເພພັງ​ນັ້ນ​ໃຫ້​ຟື້ນ​ຂຶ້ນ​ໃໝ່. ເຮົາ​ຈະ​ສ້າງ​ບ່ອນ​ທີ່ ຮົກຮ້າງ​ເພພັງ​ຂຶ້ນ​ໃໝ່ ແລະ​ຈະ​ຕັ້ງ​ຂຶ້ນ​ມາ​ອີກ.


ຈົ່ງ​ຊ່ວຍເຫລືອ​ພີ່ນ້ອງ​ຊາວ​ອິດສະຣາເອນ​ຂອງ​ພວກເຈົ້າ ຈົນກວ່າ​ພວກເຂົາ​ໄດ້​ຢຶດຄອງ​ດິນແດນ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ມອບ​ໃຫ້​ພວກເຂົາ ຢູ່​ທາງ​ຟາກ​ຕາເວັນຕົກ​ແມ່ນໍ້າ​ຈໍແດນ ແລະ​ຈົນກວ່າ​ພວກເຂົາ​ຢູ່​ໃນ​ທີ່ນັ້ນ​ຢ່າງ​ສະຫງົບສຸກ ເໝືອນ​ດັ່ງ​ພຣະອົງ​ໄດ້​ເຮັດ​ໃຫ້​ພວກເຈົ້າ​ຢູ່​ຢ່າງ​ສະຫງົບສຸກ​ແລ້ວ​ທາງ​ຟາກ​ນີ້. ຫລັງຈາກ​ນັ້ນ​ແລ້ວ ພວກເຈົ້າ​ຈົ່ງ​ກັບຄືນ​ເມືອ​ສູ່​ດິນແດນ ທີ່​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ແກ່​ພວກເຈົ້າ​ທາງ​ຟາກ​ນີ້.


ແລ້ວ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກໍ​ຈະ​ຫັນ​ມາ​ເມດຕາ​ພວກເຈົ້າ. ພຣະອົງ​ຈະ​ນຳ​ພວກເຈົ້າ​ກັບຄືນ​ມາ​ຈາກ​ຊົນຊາດ​ຕ່າງໆ ບ່ອນ​ທີ່​ພຣະອົງ​ໄດ້​ເຮັດ​ໃຫ້​ພວກເຈົ້າ​ກະຈັດ​ກະຈາຍ​ໄປ​ອາໄສ​ຢູ່​ນັ້ນ ແລະ​ຈະ​ເຮັດ​ໃຫ້​ພວກເຈົ້າ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ​ໃໝ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka