Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 12:14 - ພຣະຄຳພີສັກສິ

14 ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ມີ​ບາງ​ສິ່ງ​ທີ່​ຈະ​ກ່າວ​ຕໍ່​ປະເທດ ເພື່ອນບ້ານ​ໃກ້ຄຽງ​ທັງຫລາຍ​ຂອງ​ຊາດ​ອິດສະຣາເອນ ຄື​ປະເທດ​ທີ່​ໄດ້​ທຳລາຍ​ດິນແດນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ແກ່​ປະຊາຊົນ​ອິດສະຣາເອນ. ເຮົາ​ຈະ​ຖອນຮາກ​ຖອນ​ເຫງົ້າ​ຄົນຊົ່ວ​ເຫຼົ່ານັ້ນ ໃຫ້​ອອກ​ໄປ​ຈາກ​ດິນແດນ​ຂອງ​ພວກເຂົາ​ເໝືອນ​ຫລົກ​ຕົ້ນໄມ້ ແລະ​ເຮົາ​ຈະ​ຊ່ວຍກູ້​ເອົາ​ຢູດາ​ອອກ​ຈາກ​ພວກເຂົາ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 12:14
34 Jak'a apnaqawi uñst'ayäwi  

“ຢ່າ​ທຳຮ້າຍ​ຜູ້ຮັບໃຊ້​ທີ່​ເຮົາ​ໄດ້​ເຈີມໄວ້ ຢ່າ​ແຕະຕ້ອງ​ບັນດາ​ຜູ້ທຳນວາຍ​ຂອງເຮົາ.”


ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເອີຍ ຂໍ​ຊົງ​ໂຜດ​ຊ່ວຍ​ໃຫ້​ພົ້ນໄພ​ແລະ​ນຳ​ຄືນ​ມາ ຈາກ​ທ່າມກາງ​ບັນດາ​ຊົນຊາດ​ດ້ວຍ ເພື່ອ​ວ່າ​ຈະ​ໄດ້​ໂມທະນາ​ຂອບພຣະຄຸນ ແລະ​ສັນລະເສີນ​ພຣະນາມ​ອັນ​ບໍຣິສຸດ​ນັ້ນ.


ຊາດ​ອິດສະຣາເອນ, ເຈົ້າ​ເປັນ​ບໍຣິສຸດ​ສຳລັບ​ພຣະເຈົ້າຢາເວ ຄື​ເປັນ​ຜົນຜະລິດ​ລຸ້ນ​ທຳອິດ​ຂອງ​ພຣະອົງ. ເຮົາ​ເຮັດ​ໃຫ້​ຜູ້​ທີ່​ທຳຮ້າຍ​ເຈົ້າ​ໄດ້​ຮັບ​ທຸກ​ແລະ​ໄພພິບັດ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.


‘ເຮົາ​ຈະ​ເອີ້ນ​ເອົາ​ຊົນຊາດ​ທັງໝົດ​ຈາກ​ທາງ​ທິດເໜືອ​ມາ ພ້ອມ​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ຜູ້ຮັບໃຊ້​ຂອງເຮົາ. ເຮົາ​ຈະ​ນຳ​ພວກເຂົາ​ໄປ​ຕໍ່ສູ້​ອານາຈັກ​ຢູດາຍ​ພ້ອມ​ກັບ​ພົນລະເມືອງ​ທັງໝົດ ແລະ​ຕໍ່ສູ້​ປະເທດ​ໃກ້ຄຽງ​ທັງໝົດ​ດ້ວຍ. ເຮົາ​ຈະ​ທຳລາຍ​ປະເທດ​ນີ້ ແລະ​ປະເທດ​ໃກ້ຄຽງ​ທັງຫລາຍ​ໃຫ້​ຮົກຮ້າງ​ເພພັງ​ຕະຫລອດໄປ ຊຶ່ງ​ຈະ​ເປັນ​ສະພາບ​ຕົກ​ສະທ້ານ​ຢ້ານກົວ​ໃຈ​ຫລາຍ​ເມື່ອ​ໄດ້​ພົບເຫັນ. ເຮົາ​ຄື​ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ໃນວັນນັ້ນ ເຊື້ອສາຍ​ຂອງ​ຢູດາ​ຈະ​ຮ່ວມ​ກັບ​ເຊື້ອສາຍ​ຂອງ​ອິດສະຣາເອນ ແລະ​ພວກເຂົາ​ຈະ​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ທາງ​ທິດເໜືອ​ພ້ອມກັນ ແລະ​ຈະ​ຄືນມາ​ສູ່​ດິນແດນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ບັນພະບຸລຸດ​ຂອງ​ພວກເຂົາ ເປັນ​ກຳມະສິດ​ອັນ​ຖາວອນ.”


ເຮົາ​ຈະ​ເຕົ້າໂຮມ​ປະຊາຊົນ​ຈາກ​ທຸກ​ປະເທດ ບ່ອນ​ທີ່​ເຮົາ​ໄດ້​ໃຫ້​ພວກເຂົາ​ກະຈັດ​ກະຈາຍ​ໄປ​ນັ້ນ ເພາະ​ຄວາມ​ໂກດຮ້າຍ​ແລະ​ໂມໂຫ​ຂອງເຮົາ ແລະ​ເຮົາ​ຈະ​ນຳ​ພວກເຂົາ​ກັບຄືນ​ມາ​ບ່ອນ​ນີ້​ອີກ ແລະ​ເຮົາ​ຈະ​ໃຫ້​ພວກເຂົາ​ຢູ່​ທີ່​ນີ້​ຢ່າງ​ປອດໄພ.


ຕໍ່ໄປນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ເຖິງ​ດິນແດນ​ໂມອາບ​ວ່າ, “ຊາວ​ເມືອງ​ເນໂບ​ຊ່າງ​ໜ້າສົງສານ​ແທ້ເດ ເມືອງ​ຂອງ​ພວກເຂົາ​ຖືກ​ທຳລາຍ​ຈິບຫາຍ​ສາ​ແລ້ວ ເມືອງ​ກີຣິອາດທາອິມ​ກໍ​ຖືກ​ຢຶດ​ໄດ້​ແລ້ວ​ຄືກັນ ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ​ແໜ້ນໜາ​ກໍ​ຖືກ​ທັບມ້າງ. ຊາວ​ເມືອງ​ທຸກຄົນ​ຕ່າງ​ກໍ​ຕົກໃຈ​ຢ້ານກົວ ແລະ​ພວກເຂົາ​ກໍ​ຖືກ​ອັບອາຍ​ຂາຍໜ້າ;


ແຕ່​ໃນ​ເວລາ​ຂ້າງໜ້າ ຈະ​ເຮັດ​ໃຫ້​ໂມອາບ​ຈະເລີນ​ຮຸ່ງເຮືອງ​ຂຶ້ນໃໝ່. ສິ່ງ​ທັງໝົດ​ນີ້​ແມ່ນ​ເຫດການ​ທີ່​ພຣະເຈົ້າຢາເວ​ກ່າວ​ວ່າ ຈະ​ເກີດຂຶ້ນ​ກັບ​ໂມອາບ.


ຕໍ່ໄປນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ເຖິງ​ດິນແດນ​ອຳໂມນ​ວ່າ, “ຊາຍ​ຊາວ​ອິດສະຣາເອນ​ໄປ​ໃສ​ໝົດ​ແລ້ວ? ບໍ່ມີ​ຜູ້ໃດ​ປ້ອງກັນ​ດິນແດນ​ບໍ? ເປັນຫຍັງ​ພວກເຂົາ​ຈຶ່ງ​ປ່ອຍ​ໃຫ້​ປະຊາຊົນ​ທີ່​ຂາບໄຫວ້​ພະ​ມິນກົມ ເອົາ​ເຂດແດນ​ຂອງ​ເຜົ່າກາດ ແລະ​ຕັ້ງ​ຫຼັກແຫຼ່ງ​ຢູ່​ບ່ອນ​ນັ້ນ?


ຕໍ່ໄປນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ໄດ້​ກ່າວ​ເຖິງ​ເອໂດມ​ວ່າ, “ປະຊາຊົນ​ເມືອງ​ເຕມານ​ໝົດ​ປັນຍາ​ແລ້ວ​ບໍ? ບັນດາ​ທີ່ປຶກສາ​ຂອງ​ພວກເຂົາ​ບໍ່ໄດ້​ບອກ​ວ່າ ຄວນ​ເຮັດ​ຢ່າງໃດ​ບໍ? ສະຕິປັນຍາ​ຂອງ​ພວກເຂົາ​ໄປ​ໃສ​ໝົດແລ້ວ?


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, ‘ເຮົາ​ຈະ​ນຳ​ປະຊາຊົນ​ອິດສະຣາເອນ ກັບຄືນ​ມາ​ຈາກ​ຊົນຊາດ​ຕ່າງໆ​ທີ່​ພວກເຂົາ​ໄດ້​ຖືກ​ກະຈັດ​ກະຈາຍ​ໄປ​ນັ້ນ ແລະ​ຊົນຊາດ​ທັງປວງ​ຈະ​ຮູ້ວ່າ​ເຮົາ​ບໍຣິສຸດ. ປະຊາຊົນ​ອິດສະຣາເອນ​ຈະ​ອາໄສ​ຢູ່​ໃນ​ດິນແດນ​ຂອງ​ຕົນເອງ ຄື​ດິນແດນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ຢາໂຄບ ຜູ້ຮັບໃຊ້​ຂອງເຮົາ.


ພວກເຂົາ​ຈະ​ຢູ່​ທີ່ນັ້ນ​ຢ່າງ​ປອດໄພ. ພວກເຂົາ​ຈະ​ປຸກ​ບ້ານ​ເຮືອນ​ແລະ​ເຮັດ​ສວນອະງຸ່ນ. ເຮົາ​ຈະ​ລົງໂທດ​ບັນດາ​ປະເທດ​ໃກ້ຄຽງ​ທີ່​ໄດ້​ດູຖູກ​ພວກເຂົາ ແລະ​ຊາດ​ອິດສະຣາເອນ​ຈະ​ປອດໄພ. ແລ້ວ​ພວກເຂົາ​ກໍ​ຈະ​ຮູ້ວ່າ ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ.”’


ເຮົາ​ຈະ​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ທຸກໆ​ຊົນຊາດ ແລະ​ທຸກໆ​ປະເທດ ເພື່ອ​ນຳພາ​ພວກເຈົ້າ​ມາ​ສູ່​ດິນແດນ​ຂອງ​ພວກເຈົ້າ​ເອງ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ໄດ້​ກ່າວ​ອອກ​ໄປ ດ້ວຍ​ຄວາມ​ໂກດຮ້າຍ​ອັນ​ຮ້ອນແຮງ​ຕໍ່ສູ້​ຊົນຊາດ​ທີ່​ຢູ່​ອ້ອມແອ້ມ ແລະ​ສະເພາະ​ຢ່າງຍິ່ງ​ແລ້ວ​ຕໍ່ສູ້​ເອໂດມ. ດ້ວຍ​ຄວາມ​ຍິນດີ ແລະ​ການ​ຫຍໍ້ຫຍັນ ພວກເຂົາ​ໄດ້​ຢຶດຄອງ​ດິນແດນ​ແລະ​ໄດ້​ຄອບຄອງ​ທົ່ງຫຍ້າ​ໃນ​ດິນແດນ​ນັ້ນ.


ແລ້ວ​ຈົ່ງ​ບອກ​ພວກເຂົາ​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ: ເຮົາ​ຈະ​ເອົາ​ປະຊາຊົນ​ຂອງເຮົາ​ອອກ​ມາ​ຈາກ​ຊົນຊາດ​ທັງຫລາຍ ບ່ອນ​ທີ່​ພວກເຂົາ​ໄດ້​ຖືກ​ຈັບ​ໄປ, ຈະ​ທ້ອນໂຮມ​ພວກເຂົາ​ເຂົ້າກັນ ແລະ​ຈະ​ນຳ​ພວກເຂົາ​ກັບຄືນ​ມາ​ສູ່​ດິນແດນ​ຂອງ​ພວກເຂົາ​ເອງ.


ປະຊາຊົນ​ຢູດາ​ແລະ​ອິດສະຣາເອນ​ຈະ​ຮ່ວມ​ເຂົ້າ​ກັນ​ອີກ. ພວກເຂົາ​ຈະ​ເລືອກເອົາ​ຜູ້ນຳ​ຄົນດຽວ​ສຳລັບ​ພວກຕົນ ພວກເຂົາ​ຈະ​ຮຸ່ງເຮືອງ​ແລະ​ອຸດົມສົມບູນ​ອີກເທື່ອໜຶ່ງ. ແມ່ນແລ້ວ ວັນ​ຂອງ​ຢິດຊະເຣນ ຈະ​ເປັນ​ວັນ​ຍິ່ງໃຫຍ່!


ແລະ​ເຮົາ​ກໍ​ໂກດຮ້າຍ​ຢ່າງ​ເຫລືອຫລາຍ​ຕໍ່​ຊົນຊາດ​ຕ່າງໆ ທີ່​ມ່ວນຊື່ນ​ຢູ່​ກັບ​ຄວາມ​ມິດງຽບ​ແລະ​ຄວາມ​ສະຫງົບສຸກ. ດ້ວຍວ່າ, ໃນ​ເມື່ອ​ເຮົາ​ຖອນ​ເອົາ​ຄວາມ​ໂກດຮ້າຍ​ຂອງເຮົາ ທີ່​ມີ​ຕໍ່​ປະຊາຊົນ​ຂອງເຮົາ​ຄືນ​ນັ້ນ ຊົນຊາດ​ເຫຼົ່ານັ້ນ​ກໍໄດ້​ເຮັດ​ໃຫ້​ປະຊາຊົນ​ຂອງເຮົາ​ທົນທຸກ​ຍິ່ງ​ຂຶ້ນ.’


ຜູ້ໃດ​ຜູ້ໜຶ່ງ​ທີ່​ຕົບຕີ​ພວກເຈົ້າ ກໍ​ສໍ່າກັບ​ຕົບຕີ​ແກ້ວ​ຕາ​ຂອງເຮົາ.” ດັ່ງນັ້ນ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຈຶ່ງ​ໄດ້​ໃຊ້​ຂ້າພະເຈົ້າ​ພ້ອມ​ນຳ​ຖ້ອຍຄຳ​ນີ້​ໄປ​ບອກ​ຊົນຊາດ​ຕ່າງໆ ທີ່​ໄດ້​ປຸ້ນຈີ້​ປະຊາຊົນ​ຂອງ​ພຣະອົງ​ວ່າ,


ພຣະເຈົ້າຢາເວ​ໄດ້​ມີ​ຄວາມ​ສຸກໃຈ ທີ່​ໄດ້​ເຮັດ​ໃຫ້​ພວກເຈົ້າ​ຈະເລີນ​ຮຸ່ງເຮືອງ​ແລະ​ມີ​ຈຳນວນພົນ​ຫລາຍ​ຂຶ້ນ​ສັນໃດ ພຣະເຈົ້າຢາເວ​ກໍ​ຈະ​ມີ​ຄວາມ​ສຸກໃຈ ທີ່​ຈະ​ທຳລາຍ​ພວກເຈົ້າ​ແລະ​ເຮັດ​ໃຫ້​ພວກເຈົ້າ​ໝຸ່ນ​ທະລາຍ​ສັນນັ້ນ. ພວກເຈົ້າ​ຈະ​ຖືກ​ຖອດຖອນ​ອອກ​ຈາກ​ດິນແດນ​ຫຼັກແຫຼ່ງ ທີ່​ພວກເຈົ້າ​ກຳລັງ​ຈະ​ເຂົ້າ​ໄປ​ຢຶດຄອງ​ນັ້ນ.


ແລ້ວ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກໍ​ຈະ​ຫັນ​ມາ​ເມດຕາ​ພວກເຈົ້າ. ພຣະອົງ​ຈະ​ນຳ​ພວກເຈົ້າ​ກັບຄືນ​ມາ​ຈາກ​ຊົນຊາດ​ຕ່າງໆ ບ່ອນ​ທີ່​ພຣະອົງ​ໄດ້​ເຮັດ​ໃຫ້​ພວກເຈົ້າ​ກະຈັດ​ກະຈາຍ​ໄປ​ອາໄສ​ຢູ່​ນັ້ນ ແລະ​ຈະ​ເຮັດ​ໃຫ້​ພວກເຈົ້າ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ​ໃໝ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka