ເຢເຣມີຢາ 12:13 - ພຣະຄຳພີສັກສິ13 ປະຊາຊົນຂອງເຮົາປູກເຂົ້າ ແຕ່ກ່ຽວຫຍ້າແທນ ພວກເຂົາໄດ້ເຮັດວຽກໜັກ ແຕ່ພັດບໍ່ໄດ້ຫຍັງຈັກຢ່າງ. ຍ້ອນຄວາມໂກດຮ້າຍຂອງພຣະເຈົ້າຢາເວທີ່ມີຕໍ່ພວກເຂົາ ຈຶ່ງໃຫ້ຜົນລະປູກຂອງພວກເຂົາຕົກເຮ່ຍເສຍໄປສິ້ນ.” Uka jalj uñjjattʼäta |
ພວກເຂົາລ້ວນແຕ່ເຮັດໃຫ້ໝູ່ເພື່ອນຫລົງຜິດໄປ ບໍ່ມີແມ່ນແຕ່ຄົນດຽວບອກຄວາມຈິງໃຫ້ກັນຮູ້; ພວກເຂົາໄດ້ຝຶກແອບລີ້ນຂອງພວກເຂົາໃຫ້ເວົ້າຕົວະ ພວກເຂົາຈະບໍ່ຍອມເຊົາການບາບຂອງພວກເຂົາ. ພວກເຂົາກໍ່ຄວາມຮຸນແຮງຂຶ້ນ ແລະກໍ່ອີກເທື່ອໃໝ່ ແລະກໍ່ການຫລອກລວງຂຶ້ນ ແລະກໍ່ອີກທີ. ພວກເຂົາຕ່າງກໍພາກັນປະຕິເສດທີ່ຈະຮັບຮູ້ເຮົາ ອົງພຣະຜູ້ເປັນເຈົ້າກ່າວວ່າພວກເຂົາປະຖິ້ມພຣະອົງແລ້ວ.
ເຮົາຈະລົງໂທດພວກເຈົ້າ. ເຮົາຈະນຳໄພອັນຕະລາຍມາສູ່ພວກເຈົ້າ ຄື: ພະຍາດຊໍ້າເຮື້ອແລະການເຈັບໄຂ້ໄດ້ປ່ວຍນາໆປະການ ອັນຈະເຮັດໃຫ້ພວກເຈົ້າຕາບອດ ແລະຕາຍຖິ້ມໄປລ້າໆ; ພວກເຈົ້າຈະປູກພືດນາໆຊະນິດ ແຕ່ພວກເຈົ້າຈະບໍ່ໄດ້ກິນຜົນຂອງມັນ ຍ້ອນວ່າເຫຼົ່າສັດຕູຂອງພວກເຈົ້າຈະເຂົ້າມາຢຶດຄອງ ແລະກິນສິ່ງທີ່ພວກເຈົ້າໄດ້ລົງແຮງປູກຝັງນັ້ນ.
ພວກເຈົ້າຫວັງເກັບກ່ຽວໄດ້ຫລາຍ ແຕ່ພັດໄດ້ໜ້ອຍ. ເມື່ອພວກເຈົ້ານຳຜົນລະປູກມາບ້ານ ເຮົາຊໍ້າພັດໃຫ້ມັນປິວໜີໄປ. ເປັນຫຍັງເຮົາຈຶ່ງໄດ້ເຮັດເຊັ່ນນັ້ນ? ພຣະເຈົ້າຢາເວກ່າວວ່າ: ເພາະວ່າວິຫານຂອງເຮົາຍັງຮົກຮ້າງເພພັງຢູ່ ໃນຂະນະທີ່ພວກເຈົ້າແຕ່ລະຄົນຫຍຸ້ງຢູ່ກັບເຮັດວຽກເຮັດງານເພື່ອບ້ານເຮືອນຂອງຕົນເອງ.