Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 12:12 - ພຣະຄຳພີສັກສິ

12 ຕາມ​ບ່ອນ​ສູງ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ ພວກ​ທຳລາຍ​ລ້າງຜານ​ໄດ້​ມາ​ປຸ້ນສະດົມ​ຈົນໝົດ. ເຮົາ​ໄດ້​ສົ່ງ​ເສິກ​ມາ​ທຳລາຍ​ດິນແດນ​ທັງໝົດ ຈົນ​ບໍ່ມີ​ຜູ້ໃດ​ຢູ່​ຢ່າງ​ສະຫງົບສຸກ​ໄດ້​ຕາມ​ທີ່​ຕ່າງໆ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 12:12
31 Jak'a apnaqawi uñst'ayäwi  

ດາບ​ຂອງ​ພຣະອົງ​ຈະ​ເຕັມ​ໄປ​ດ້ວຍ​ເລືອດ​ແລະ​ໄຂມັນ ດັ່ງ​ເລືອດ​ແລະ​ໄຂມັນ​ຂອງ​ແກະ ແລະ​ແບ້​ທີ່​ຄົນ​ໄດ້​ຂ້າ​ເພື່ອ​ຖວາຍບູຊາ. ພຣະເຈົ້າຢາເວ​ຈະ​ຖວາຍ​ເຄື່ອງບູຊາ​ນີ້​ຢູ່​ໃນ​ເມືອງ​ໂບຊະຣາ; ພຣະອົງ​ຈະ​ໃຫ້​ການ​ຂ້າ​ລ້າງຜານ​ນີ້​ເກີດຂຶ້ນ​ໃນ​ດິນແດນ​ເອໂດມ.


ພຣະເຈົ້າ​ຂອງ​ເຮົາ​ກ່າວ​ວ່າ, “ຄົນຊົ່ວຮ້າຍ​ຈະ​ບໍ່ໄດ້​ຮັບ​ສັນຕິສຸກ​ຈັກເທື່ອ.”


ເມື່ອ​ພວກເຂົາ​ຖາມ​ເຈົ້າ​ວ່າ, ‘ພວກເຮົາ​ຄວນ​ຈະ​ໄປ​ໃສ?’ ຈົ່ງ​ບອກ​ພວກເຂົາ​ວ່າ​ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ‘ບາງຄົນ​ຈະ​ຕາຍ​ຍ້ອນ​ເຄາະກຳ​ພະຍາດ​ໂຣຄາ ບ່ອນນັ້ນແຫລະ ທີ່​ພວກເຂົາ​ຈະ​ພາກັນ​ໄປ​ນັ້ນ ຄົນອື່ນ​ອີກ​ຈະ​ຕາຍ​ຍ້ອນ​ເຄາະກຳ​ໃນ​ສົງຄາມ ບ່ອນນັ້ນແຫລະ ທີ່​ພວກເຂົາ​ຈະ​ພາກັນ​ໄປ​ນັ້ນ ບາງຄົນ​ຈະ​ຕາຍ​ຍ້ອນ​ເຄາະກຳ​ການອຶດຢາກ​ນາໆ ບ່ອນນັ້ນແຫລະ ທີ່​ພວກເຂົາ​ຈະ​ພາກັນ​ໄປ​ນັ້ນ ຄົນອື່ນ​ອີກ​ຮັບ​ເຄາະກຳ​ຍ້ອນ​ຖືກ​ຈັບ​ເປັນ​ຊະເລີຍ ບ່ອນນັ້ນແຫລະ ທີ່​ພວກເຂົາ​ຈະ​ພາກັນ​ໄປ​ນັ້ນ.’


ເພາະ​ພຣະເຈົ້າຢາເວ​ກ່າວ​ວ່າ​ດັ່ງນີ້: “ເຈົ້າ​ບໍ່​ຕ້ອງ​ເຂົ້າ​ໄປ​ໃນ​ເຮືອນ​ທີ່​ກຳລັງ​ໄວ້ທຸກ. ຢ່າ​ໂສກເສົ້າ​ໃຫ້​ຜູ້ໃດ​ຜູ້ໜຶ່ງ. ເຮົາ​ຈະ​ບໍ່​ອວຍພອນ​ປະຊາຊົນ​ຂອງເຮົາ​ໃຫ້​ມີ​ສັນຕິສຸກ ຫລື​ສະແດງ​ຄວາມຮັກ​ແລະ​ເມດຕາ​ແກ່​ພວກເຂົາ​ຕໍ່ໄປ​ອີກ​ແລ້ວ. ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນ.


ດິນແດນ​ທັງໝົດ​ນີ້​ຈະ​ຖືກ​ປະປ່ອຍ​ໃຫ້​ຮົກຮ້າງ​ເພພັງ ຊຶ່ງ​ຈະ​ເປັນ​ສະພາບ​ຕົກ​ສະທ້ານ​ຢ້ານກົວ​ໃຈ​ຫລາຍ​ເມື່ອ​ໄດ້​ພົບເຫັນ; ແລະ​ປະເທດ​ໃກ້ຄຽງ​ຈະ​ຮັບໃຊ້​ກະສັດ​ແຫ່ງ​ບາບີໂລນ​ເປັນ​ເວລາ​ເຈັດສິບ​ປີ.


ຈົ່ງ​ເງີຍໜ້າ​ເບິ່ງ​ທີ່​ຈອມພູ​ພຸ້ນດູ. ມີ​ບ່ອນໃດ​ແດ່​ທີ່​ເຈົ້າ​ບໍ່ໄດ້​ປະພຶດ​ຢ່າງ​ຍິງ​ແມ່ຈ້າງ? ເຈົ້າ​ຄອງຄອຍ​ຄູ່ຮັກ​ຢູ່​ຕາມ​ແຄມ​ຖະໜົນ​ຫົນທາງ ເໝືອນ​ຊາວ​ອາຣັບ​ຄອຍ​ຖ້າ​ເຫຍື່ອ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ. ການ​ເປັນ​ແມ່ຈ້າງ​ຂອງ​ເຈົ້າ​ນັ້ນ​ເຮັດ​ໃຫ້​ດິນແດນ​ເປັນ​ມົນທິນ.


ມີ​ສຽງ​ໜຶ່ງ​ດັງ​ຂຶ້ນ​ເທິງ​ທີ່ສູງ​ທັງຫລາຍ ປະຊາຊົນ​ອິດສະຣາເອນ​ກຳລັງ​ຮ້ອງໄຫ້ ແລະ​ວອນຂໍ ເພາະ​ພວກເຂົາ​ໄດ້​ໃຊ້​ຊີວິດ​ໃນ​ການບາບ​ຂອງ​ພວກເຂົາ ແລະ​ລືມໄລ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ໄດ້ຍິນ​ສຽງ​ຮ້ອງ​ແຕກຕື່ນ​ຕົກໃຈ ເປັນ​ສຽງ​ຮ້ອງ​ຕົກໃຈກົວ​ແລະ​ບໍ່ມີ​ຄວາມ​ສະຫງົບສຸກ.


ເພາະສະນັ້ນ ບັດນີ້​ພຣະເຈົ້າຢາເວ​ກ່າວ​ວ່າ ພວກເຈົ້າ​ບໍ່ໄດ້​ເຊື່ອຟັງ​ເຮົາ; ພວກເຈົ້າ​ບໍ່​ໃຫ້​ພີ່ນ້ອງ​ຊາວ​ອິດສະຣາເອນ​ໄດ້​ຮັບ​ອິດສະຫລະ​ພາບ. ດີ​ແລ້ວ ບັດນີ້​ເຮົາ​ຈະ​ໃຫ້​ພວກເຈົ້າ​ໄດ້​ມີ​ອິດສະຫລະ​ພາບ, ພຣະເຈົ້າຢາເວ​ກ່າວ​ວ່າ ຄື​ອິດສະຫລະ​ພາບ​ທີ່​ຈະ​ຕາຍ​ໂດຍ​ສົງຄາມ, ການ​ເຈັບໄຂ້​ໄດ້ປ່ວຍ ແລະ​ການ​ຕາຍອຶດ​ຕາຍຫິວ. ເຮົາ​ຈະ​ເຮັດ​ໃຫ້​ທຸກໆ​ຊົນຊາດ​ໃນ​ໂລກນີ້​ຢ້ານກົວ​ຫຼາຍ ຕໍ່​ສິ່ງ​ທີ່​ເຮົາ​ຈະ​ເຮັດ​ກັບ​ພວກເຂົາ.


ພຣະເຈົ້າຢາເວ​ໄດ້​ກ່າວ​ວ່າ ແຜ່ນດິນ​ໂລກ​ທັງໝົດ​ຈະ​ກາຍເປັນ​ບ່ອນ​ຮົກຮ້າງ​ຫວ່າງເປົ່າ ແຕ່​ພຣະອົງ​ຈະ​ບໍ່​ທຳລາຍ​ແຜ່ນດິນ​ໂລກ​ໃຫ້​ຈົນກ້ຽງ.)


ນີ້​ຄື​ວັນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ວັນ​ນີ້​ຄື​ວັນ​ທີ່​ພຣະອົງ​ຈະ​ແກ້ແຄ້ນ​ຄືນ​ສາ​ແລ້ວ ວັນ​ນີ້​ພຣະອົງ​ຈະ​ລົງໂທດ​ເຫຼົ່າ​ສັດຕູ​ຂອງ​ພຣະອົງ ດາບ​ຂອງ​ພຣະອົງ​ຈະ​ກິນ​ພວກເຂົາ​ໃຫ້​ຈົນ​ອີ່ມ ແລະ​ດື່ມ​ເລືອດ​ພວກເຂົາ​ໃຫ້​ອີ່ມໜຳ​ສຳລານ ວັນ​ນີ້​ຄື​ການ​ຖວາຍບູຊາ​ແກ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ຄື​ຖວາຍ​ເຫຍື່ອ​ໃຫ້​ເປັນ​ເຄື່ອງ​ບູຊາ​ແກ່​ພຣະອົງ ຖວາຍ​ຢູ່​ທິດເໜືອ​ຕາມ​ຝັ່ງ​ແມ່ນໍ້າ​ເອີຟຣັດ.


ພວກເຈົ້າ​ຜູ້​ຮ້ອງ​ວ່າ, ‘ດາບ​ຂອງ​ພຣະເຈົ້າຢາເວ​ເອີຍ ຈະ​ສືບຕໍ່​ຂ້າຟັນ​ເຫິງນານ​ປານໃດ​ແທ້? ຈົ່ງ​ສອດ​ດາບ​ນັ້ນ​ເຂົ້າ​ໄວ້​ໃນ​ຝັກ​ຂອງ​ມັນ​ສາ ແລະ​ໃຫ້​ມັນ​ພັກຜ່ອນ​ນອນ​ຢູ່​ໃນ​ຝັກ​ນັ້ນ.’


ຄວາມ​ຍິ່ງໃຫຍ່​ຂອງ​ໂມອາບ​ສິ້ນສຸດ​ລົງ​ແລ້ວ​ເດ ເຫຼົ່າ​ສັດຕູ​ຢຶດ​ເມືອງ​ເຮັດຊະໂບນ​ໄດ້​ແລ້ວ ແລະ​ວາງ​ອຸບາຍ​ທຳລາຍ​ເມືອງ​ເຮັດຊະໂບນ ແລະ​ຊົນຊາດ​ໂມອາບ​ໃຫ້​ໝົດສິ້ນ. ເມືອງ​ມັດເມນ​ກໍ​ຈະ​ກາຍເປັນ​ເມືອງ​ມິດງຽບ​ໄປ ເພາະ​ກອງທັບ​ທັງຫລາຍ​ຍົກ​ໄປ​ຕໍ່ສູ້​ເມືອງ​ນີ້.


ພວກເຮົາ​ຫວັງ​ໄດ້​ເຫັນ​ຄວາມ​ສະຫງົບສຸກ ແລະ​ຍາມ​ປິ່ນປົວ​ໃຫ້​ດີ ແຕ່​ຄວາມ​ແຕກຕື່ນ​ຕົກໃຈກົວ​ໄດ້​ເຂົ້າ​ມາ​ແທນທີ່; ມັນ​ບໍ່ມີ​ປະໂຫຍດ​ຫຍັງ​ແລ້ວ.


ຈິດໃຈ​ຂ້ອຍ​ຂາດ​ສັນຕິສຸກ​ຈົນ​ຫລົງ​ລືມ​ໄປ​ວ່າ ຄວາມສຸກ​ນັ້ນ​ເປັນ​ຢ່າງໃດ​ແທ້.


ຫລື​ເຮົາ​ອາດ​ນຳ​ສົງຄາມ​ມາ​ສູ່​ປະເທດ​ນັ້ນ ທັງ​ນຳ​ອາວຸດ​ອັນ​ຮ້າຍແຮງ​ທີ່ສຸດ​ມາ​ທຳລາຍ​ຊີວິດ​ມະນຸດ ຕະຫລອດ​ທັງ​ສັດ​ທັງຫລາຍ​ໃຫ້​ພິນາດ​ໄປ​ໝົດ


“ມະນຸດ​ເອີຍ ຈົ່ງ​ທຳນວຍ​ແລະ​ກ່າວ​ວ່າ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກຳລັງ​ກ່າວ​ຕໍ່​ຊາວ​ອຳໂມນ ຄື​ພວກ​ທີ່​ດູຖູກ​ຊາວ​ອິດສະຣາເອນ​ວ່າ: ‘ດາບ​ດວງ​ໜຶ່ງ​ພ້ອມ​ແລ້ວ​ທີ່​ຈະ​ທຳລາຍ ຂັດ​ເຫລື້ອມ​ໃຫ້​ສັງຫານ​ເປັນ​ແສງ​ດັ່ງ​ຟ້າແມບ.


ເຮົາ​ຈະ​ໃຊ້​ດາບ​ຂອງເຮົາ​ຕໍ່ສູ້​ທຸກຄົນ​ຈາກ​ທິດເໜືອ​ເຖິງ​ທິດໃຕ້.


ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່າວວ່າ,


“ມະນຸດ​ເອີຍ ຈົ່ງ​ທຳນວາຍ​ເຖີດ. ຈົ່ງ​ບອກ​ປະຊາຊົນ​ວ່າ ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ດັ່ງນີ້: ມີ​ດາບ​ດວງ​ໜຶ່ງ ມີ​ດາບ​ດວງ​ໜຶ່ງ​ເດີ ຊຶ່ງ​ຖືກ​ຝົນ​ແລ້ວ​ແລະ​ຂັດ​ໃຫ້​ເຫລື້ອມ​ດີ​ດ້ວຍ.


ຈົ່ງ​ເຜົາ​ສ່ວນ​ທີ​ໜຶ່ງ​ໃນ​ເມືອງ ເມື່ອ​ການ​ປິດລ້ອມ​ໄດ້​ສິ້ນສຸດ​ລົງ​ແລ້ວ. ຈົ່ງ​ໃຊ້​ດາບ​ຂອງ​ເຈົ້າ​ຟັນ​ສ່ວນ​ໜຶ່ງ​ອີກ ເມື່ອ​ເຈົ້າ​ຍ່າງ​ອ້ອມ​ໄປມາ​ທີ່​ນອກເມືອງ. ສ່ວນ​ທີ່​ເຫຼືອ​ນັ້ນ ຈົ່ງ​ຫວ່ານ​ຂຶ້ນ​ໃຫ້​ລົມ​ພັດ​ກະຈັດ​ກະຈາຍ​ໄປ ແລະ​ເຮົາ​ຈະ​ໃຊ້​ດາບ​ຂອງເຮົາ​ໄລ່​ຕາມ​ຟັນ.


ເຮົາ​ຈະ​ເອົາ​ການ​ລົບລາ​ຂ້າຟັນ​ກັນ​ມາ​ສູ່​ພວກເຈົ້າ ແລະ​ເຮັດ​ໃຫ້​ພວກເຈົ້າ​ແຕກ​ກະຈັດ​ກະຈາຍ​ໄປ​ຢູ່​ໃນ​ປະເທດ​ຕ່າງໆ. ດິນແດນ​ຂອງ​ພວກເຈົ້າ​ຈະ​ຮົກຮ້າງ​ວ່າງເປົ່າ ແລະ​ຕົວເມືອງ​ທັງຫລາຍ​ຂອງ​ພວກເຈົ້າ​ກໍ​ຈະ​ຖືກ​ປະ​ໃຫ້​ເປັນ​ເມືອງ​ຮ້າງ.


ຖ້າ​ພວກເຂົາ​ຖືກ​ສັດຕູ​ຈັບ​ໄປ ເຮົາ​ກໍ​ຈະ​ສັ່ງ​ໃຫ້​ສັດຕູ​ຂ້າ​ພວກເຂົາ​ຖິ້ມ. ເຮົາ​ໄດ້​ຕັດສິນໃຈ​ທຳລາຍ​ພວກເຂົາ ແລະ​ບໍ່ແມ່ນ​ຊ່ວຍເຫລືອ​ພວກເຂົາ.”


ພຣະອົງ​ຍັງ​ຈະ​ສັງຫານ​ປະຊາຊົນ​ຊາວ​ເອທິໂອເປຍ ​ຄືກັນ.


ລູກທະນູ​ຂອງເຮົາ​ເປື້ອນ​ຍ້ອນ​ເລືອດ​ຫລັ່ງ​ອອກ​ມາ ແລະ​ດາບ​ຂອງເຮົາ​ຈະ​ຕັດ​ຊີວາ​ຜູ້​ທີ່​ມາ​ຂັດຂວາງ​ເຮົາ​ນັ້ນ. ເຮົາ​ຈະ​ບໍ່​ໄວ້​ຊີວິດ​ຕໍ່​ຜູ້​ຄິດ​ຕໍ່ສູ້​ເຮົາ ແມ່ນແຕ່​ຜູ້​ບາດເຈັບ ແລະ​ຊະເລີຍ​ກໍ​ບໍ່​ມົ້ມ.’


ແລະ​ມີ​ມ້າ​ສີແດງເຂັ້ມ​ໂຕໜຶ່ງ​ອີກ​ອອກ​ມາ ຜູ້​ທີ່​ຂີ່​ມ້າ​ໂຕ​ນີ້​ໄດ້​ຮັບ​ຣິດອຳນາດ​ໃຫ້​ນຳ​ສັນຕິສຸກ​ໄປ​ຈາກ​ແຜ່ນດິນ​ໂລກ ເພື່ອ​ໃຫ້​ມະນຸດ​ທັງປວງ​ສູ້ຮົບ ຂ້າ​ຟັນ​ກັນ ແລະ​ທັງ​ໄດ້​ຮັບ​ດາບ​ໃຫຍ່​ດວງ​ໜຶ່ງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka