ເຢເຣມີຢາ 12:10 - ພຣະຄຳພີສັກສິ10 ຜູ້ປົກຄອງຕ່າງດ້າວທຳລາຍສວນອະງຸ່ນຂອງເຮົາ ພວກເຂົາຢຽບຢໍ່າທົ່ງນາຂອງເຮົາລົງສາແລ້ວ; ພວກເຂົາໄດ້ພາກັນປ່ຽນດິນແດນທີ່ໜ້າຮັກຂອງເຮົາ ໃຫ້ກາຍເປັນຖິ່ນແຫ້ງແລ້ງກັນດານສາແລ້ວ. Uka jalj uñjjattʼäta |
‘ເຮົາຈະເອີ້ນເອົາຊົນຊາດທັງໝົດຈາກທາງທິດເໜືອມາ ພ້ອມກະສັດເນບູກາດເນັດຊາແຫ່ງບາບີໂລນຜູ້ຮັບໃຊ້ຂອງເຮົາ. ເຮົາຈະນຳພວກເຂົາໄປຕໍ່ສູ້ອານາຈັກຢູດາຍພ້ອມກັບພົນລະເມືອງທັງໝົດ ແລະຕໍ່ສູ້ປະເທດໃກ້ຄຽງທັງໝົດດ້ວຍ. ເຮົາຈະທຳລາຍປະເທດນີ້ ແລະປະເທດໃກ້ຄຽງທັງຫລາຍໃຫ້ຮົກຮ້າງເພພັງຕະຫລອດໄປ ຊຶ່ງຈະເປັນສະພາບຕົກສະທ້ານຢ້ານກົວໃຈຫລາຍເມື່ອໄດ້ພົບເຫັນ. ເຮົາຄືພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.