Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 11:9 - ພຣະຄຳພີສັກສິ

9 ຕໍ່ມາ ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່​ຂ້າພະເຈົ້າ​ວ່າ, “ປະຊາຊົນ​ຢູດາ ແລະ​ຊາວ​ນະຄອນ​ເຢຣູຊາເລັມ​ກຳລັງ​ກະບົດ​ຕໍ່ສູ້​ເຮົາ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 11:9
13 Jak'a apnaqawi uñst'ayäwi  

ຄື​ບັນດາ​ຜູ້ທຳນວາຍ​ກໍ​ເວົ້າ​ແຕ່​ຄຳ​ບໍ່ຈິງ ພວກ​ປະໂຣຫິດ​ກໍ​ປົກຄອງ​ຕາມ​ຄຳສັ່ງ​ຂອງ​ພວກ​ຜູ້ທຳນວາຍ ແລະ​ປະຊາຊົນ​ຂອງເຮົາ​ກໍ​ບໍ່ໄດ້​ຄັດຄ້ານ​ຫຍັງ​ເລີຍ. ແຕ່​ພວກເຂົາ​ຈະ​ເຮັດ​ຢ່າງໃດ​ໃນ​ບັ້ນປາຍ?”


ຍ້ອນ​ທຸກຄົນ​ບໍ່​ວ່າ​ໃຫຍ່​ຫລື​ນ້ອຍ ພະຍາຍາມ​ຈະ​ຫາ​ເງິນ​ໃນ​ທາງ​ທີ່​ບໍ່​ສັດຊື່; ແມ່ນແຕ່​ພວກ​ຜູ້ທຳນວາຍ ແລະ​ພວກ​ປະໂຣຫິດ​ກໍ​ສໍ້ໂກງ​ປະຊາຊົນ.


ສະນັ້ນ ເຮົາ​ຈຶ່ງ​ຈະ​ມອບ​ທົ່ງນາ​ຂອງ​ພວກເຂົາ​ໃຫ້​ຄົນ​ໃໝ່​ເປັນ​ເຈົ້າຂອງ ແລະ​ມອບ​ເມຍ​ຂອງ​ພວກເຂົາ​ໃຫ້​ເປັນ​ຂອງ​ຊາຍ​ອື່ນ. ທຸກຄົນ​ບໍ່​ວ່າ​ໃຫຍ່​ຫລື​ນ້ອຍ​ພະຍາຍາມ​ຫາ​ເງິນ​ໃນ​ທາງ​ບໍ່​ສັດຊື່. ແມ່ນແຕ່​ພວກ​ຜູ້ທຳນວາຍ ແລະ​ພວກ​ປະໂຣຫິດ​ກໍ​ສໍ້ໂກງ​ປະຊາຊົນ.


ພວກ​ປະໂຣຫິດ​ເປັນ​ດັ່ງ​ກຸ່ມ​ໂຈນ​ທີ່​ຄອຍ​ດັກ​ທຳຮ້າຍ​ຄົນ. ແມ່ນແຕ່​ຕາມ​ຖະໜົນ​ຫົນທາງ​ໄປ​ສູ່​ສະຖານທີ່​ຊີເຄມ ກໍ​ມີ​ການ​ຂ້າຟັນ​ລັນແທງ​ກັນ. ພວກເຂົາ​ໄດ້​ເຮັດ​ຊົ່ວ​ໂດຍ​ເຈດຕະນາ​ແທ້ໆ


ພວກ​ຜູ້ປົກຄອງ​ເມືອງ ກໍ​ປົກຄອງ​ດ້ວຍ​ເຫັນ​ແກ່​ສິນບົນ ພວກ​ປະໂຣຫິດ​ກໍ​ແປ​ກົດບັນຍັດ​ດ້ວຍ​ເຫັນ​ແກ່​ຄ່າຈ້າງ​ລາງວັນ ພວກ​ຜູ້ທຳນວາຍ​ກໍ​ບອກ​ນິມິດ​ຂອງຕົນ​ດ້ວຍ​ເຫັນ​ແກ່​ເງິນ ແລະ​ພວກເຂົາ​ທຸກຄົນ​ຕ່າງ​ກໍ​ອ້າງ​ວ່າ ພຣະເຈົ້າຢາເວ​ຢູ່​ກັບ​ພວກຕົນ ພວກເຂົາ​ເວົ້າ​ວ່າ, “ເຫດຮ້າຍ​ໃດໆ​ຈະ​ບໍ່​ມາ​ຖືກ​ພວກເຮົາ​ດອກ ເພາະ​ພຣະເຈົ້າຢາເວ​ສະຖິດ​ຢູ່​ນຳ​ພວກເຮົາ.”


ແລະ​ຖາມ​ວ່າ, “ຖ້າ​ຂ້ານ້ອຍ​ມອບ​ພຣະເຢຊູເຈົ້າ​ໃຫ້​ພວກທ່ານ ພວກທ່ານ​ຈະ​ໃຫ້​ຂ້ານ້ອຍ​ຫລາຍ​ເທົ່າ​ໃດ?” ພວກເຂົາ​ຈຶ່ງ​ເອົາ​ເງິນ​ສາມສິບ​ຫລຽນ​ໃຫ້​ລາວ.


ຕັ້ງແຕ່​ວັນ​ນັ້ນ​ມາ ພວກເຂົາ​ກໍໄດ້​ວາງແຜນ​ຂ້າ​ພຣະເຢຊູເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka