ເຢເຣມີຢາ 11:8 - ພຣະຄຳພີສັກສິ8 ແຕ່ພວກເຂົາບໍ່ໄດ້ເຊື່ອຟັງ ຫລືປະຕິບັດຕາມນັ້ນເລີຍ. ພວກເຂົາທຸກຄົນຊໍ້າໄດ້ສືບຕໍ່ດື້ດ້ານ ແລະເຮັດຊົ່ວເໝືອນເດີມ. ເຮົາໄດ້ສັ່ງພວກເຂົາໃຫ້ຮັກສາພັນທະສັນຍາ, ແຕ່ພວກເຂົາພັດປະຕິເສດ. ດັ່ງນັ້ນ ເຮົາຈຶ່ງນຳເອົາໂທດກຳທັງໝົດທີ່ໄດ້ກ່າວໄວ້ໃນພັນທະສັນຍານັ້ນມາສູ່ພວກເຂົາ.” Uka jalj uñjjattʼäta |
ເຮົາໄດ້ສືບຕໍ່ສົ່ງຜູ້ທຳນວາຍທຸກຄົນ ຜູ້ຮັບໃຊ້ຂອງເຮົາມາຫາພວກເຈົ້າ ແລະບອກພວກເຈົ້າໃຫ້ຫັນໜີຈາກວິທີດຳເນີນຊີວິດອັນຊົ່ວຊ້າ ແລະມາເຮັດໃນສິ່ງທີ່ຖືກຕ້ອງ. ພວກເຂົາໄດ້ເຕືອນພວກເຈົ້າບໍ່ໃຫ້ຂາບໄຫວ້ ແລະຮັບໃຊ້ບັນດາພະອື່ນ ເພື່ອພວກເຈົ້າຈະໄດ້ອາໄສຢູ່ໃນດິນແດນ ທີ່ເຮົາໄດ້ມອບໃຫ້ພວກເຈົ້າ ແລະບັນພະບຸລຸດຂອງພວກເຈົ້ານັ້ນ. ແຕ່ພວກເຈົ້າບໍ່ຟັງເຮົາກ່າວຫລືເອົາໃຈໃສ່ຕໍ່ເຮົາ.
ສະນັ້ນ ບັດນີ້ພຣະເຈົ້າຢາເວ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນຈຶ່ງກ່າວວ່າ, ‘ເຮົາຈະນຳເອົາການທຳລາຍທັງໝົດ ທີ່ເຮົາໄດ້ສັນຍາໄວ້ນັ້ນ ມາສູ່ປະຊາຊົນຢູດາຍ ແລະຊາວນະຄອນເຢຣູຊາເລັມ. ເຮົາຈະເຮັດເຊັ່ນນີ້ເພາະພວກເຈົ້າບໍ່ໄດ້ເຊື່ອຟັງ ເມື່ອເຮົາໄດ້ກ່າວແກ່ພວກເຈົ້າ ແລະພວກເຈົ້າບໍ່ໄດ້ຂານຕອບເມື່ອເຮົາໄດ້ເອີ້ນຫາພວກເຈົ້າ.”’
ພວກເຮົາຈະເຮັດທຸກສິ່ງຕາມທີ່ພວກເຮົາເວົ້າວ່າຈະເຮັດ. ພວກເຮົາຈະຖວາຍບູຊາແກ່ເຈົ້າແມ່ແຫ່ງສະຫວັນຂອງພວກເຮົາ ແລະພວກເຮົາຈະຖອກເຫຼົ້າອະງຸ່ນຖວາຍແກ່ນາງ ດັ່ງທີ່ພວກເຮົາແລະບັນພະບຸລຸດຂອງພວກເຮົາ, ບັນດາກະສັດແລະພວກເຈົ້ານາຍຂອງພວກເຮົາ, ເຄີຍໄດ້ເຮັດໃນເມືອງຕ່າງໆຂອງຢູດາຍ ແລະຕາມທ້ອງຖະໜົນຫົນທາງທີ່ນະຄອນເຢຣູຊາເລັມນັ້ນ. ແລ້ວພວກເຮົາກໍເຄີຍມີອາຫານການກິນຢ່າງຫລວງຫລາຍ ພວກເຮົາເຄີຍຈະເລີນຮຸ່ງເຮືອງ ແລະທັງບໍ່ໄດ້ມີຄວາມເດືອດຮ້ອນຫຍັງເລີຍ.