ເຢເຣມີຢາ 11:5 - ພຣະຄຳພີສັກສິ5 ແລ້ວເຮົາກໍຈະຮັກສາພັນທະສັນຍາຂອງເຮົາທີ່ວ່າ ຈະມອບດິນແດນອັນອຸດົມສົມບູນແລະຮັ່ງມີໃຫ້ແກ່ບັນພະບຸລຸດຂອງພວກເຂົາ ດັ່ງທີ່ພວກເຂົາໄດ້ຮັບແລ້ວໃນທຸກວັນນີ້.” ຂ້າພະເຈົ້າຈຶ່ງຕອບວ່າ, “ຂ້າແດ່ພຣະເຈົ້າຢາເວ ຖືກຕ້ອງແລ້ວ.” Uka jalj uñjjattʼäta |
ພຣະເຈົ້າຢາເວໄດ້ສັນຍາຢ່າງໜັກແໜ້ນກັບບັນພະບຸລຸດຂອງພວກເຈົ້າວ່າ ພຣະອົງຈະຍົກດິນແດນຂອງຊາວການາອານ, ຊາວຮິດຕີ, ຊາວອາໂມ, ຊາວຮີວີ ແລະຊາວເຢບຸດໃຫ້ພວກເຈົ້າ. ເມື່ອພຣະອົງໄດ້ນຳພວກເຈົ້າ ເຂົ້າໄປໃນດິນແດນອັນອຸດົມສົມບູນແລະຮັ່ງມີນັ້ນແລ້ວ ພວກເຈົ້າຕ້ອງສະຫລອງເທດສະການນີ້ທຸກໆປີໃນເດືອນທີໜຶ່ງ.
ປະຊາຊົນອິດສະຣາເອນເອີຍ ຈົ່ງເຊື່ອຟັງແລະປະຕິບັດຕາມກົດບັນຍັດຂອງອົງພຣະຜູ້ເປັນເຈົ້າ ແລ້ວພວກເຈົ້າກໍຈະຢູ່ເຢັນເປັນສຸກ ແລະກາຍເປັນຊົນຊາດໜຶ່ງທີ່ມີອຳນາດ ພວກເຈົ້າຈະມີຊີວິດຢູ່ໃນດິນແດນທີ່ອຸດົມສົມບູນແລະຮັ່ງມີ ຕາມທີ່ພຣະຜູ້ເປັນເຈົ້າ ພຣະເຈົ້າຂອງປູ່ຍ່າຕາຍາຍຂອງພວກເຈົ້າໄດ້ສັນຍາໄວ້.