ເຢເຣມີຢາ 11:4 - ພຣະຄຳພີສັກສິ4 ມັນແມ່ນພັນທະສັນຍາທີ່ເຮົາໄດ້ເຮັດໄວ້ກັບບັນພະບຸລຸດຂອງພວກເຂົາ ສະໄໝທີ່ເຮົາໄດ້ນຳພວກເຂົາອອກມາຈາກປະເທດເອຢິບ ຄືດິນແດນ ຊຶ່ງເປັນດັ່ງເຕົາຫລອມເຫຼັກສຳລັບພວກເຂົາ. ເຮົາໄດ້ບອກພວກເຂົາໃຫ້ເຊື່ອຟັງເຮົາ ແລະໃຫ້ກະທຳທຸກຢ່າງທີ່ເຮົາໄດ້ສັ່ງ. ເຮົາໄດ້ບອກພວກເຂົາວ່າຖ້າພວກເຂົາເຊື່ອຟັງ ພວກເຂົາຈະໄດ້ເປັນປະຊາຊົນຂອງເຮົາ ແລະເຮົາກໍຈະເປັນພຣະເຈົ້າຂອງພວກເຂົາ. Uka jalj uñjjattʼäta |
ພວກເຂົາຈະບໍ່ປະພຶດຕົນໃຫ້ເປັນມົນທິນ ໂດຍຂາບໄຫວ້ຮູບເຄົາຣົບອັນໜ້າກຽດຊັງ ຫລືປະພຶດຕົນເອງໃຫ້ເສື່ອມເສຍຍ້ອນການບາບອີກ. ເຮົາຈະໃຫ້ພວກເຂົາພົ້ນຈາກການເຮັດຊົ່ວ ແລະການທໍລະຍົດທຸກຢ່າງທີ່ຕໍ່ສູ້ເຮົາ. ເຮົາຈະຊຳລະພວກເຂົາໃຫ້ບໍຣິສຸດ; ພວກເຂົາຈະເປັນປະຊາຊົນຂອງເຮົາ ແລະເຮົາກໍຈະເປັນພຣະເຈົ້າຂອງພວກເຂົາ.
ແລ້ວເຮົາກໍຈະທົດສອບເບິ່ງປະຊາຊົນສ່ວນທີສາມ ທີ່ລອດຊີວິດຢູ່ນັ້ນ ແລະເຮົາຈະຫລໍ່ຫລອມພວກເຂົາໃຫ້ບໍຣິສຸດ ດັ່ງເງິນທີ່ຖືກຫລໍ່ຫລອມດ້ວຍໄຟ. ເຮົາຈະທົດສອບເບິ່ງພວກເຂົາ ດັ່ງມະນຸດທົດສອບເບິ່ງຄຳ. ພວກເຂົາຈະພາວັນນາອະທິຖານໃນນາມຊື່ຂອງເຮົາ ແລະເຮົາຈະຕອບພວກເຂົາ. ເຮົາຈະບອກວ່າ, ‘ພວກເຂົາເປັນປະຊາຊົນຂອງເຮົາ.’ ແລະພວກເຂົາກໍຈະກ່າວວ່າ, ‘ພຣະເຈົ້າຢາເວ ເປັນພຣະເຈົ້າຂອງພວກເຮົາ.”’
ຜູ້ທີ່ຢູ່ຫ່າງໄກກໍຈະມາຊ່ວຍສ້າງພຣະວິຫານຂອງພຣະເຈົ້າຢາເວຂຶ້ນໃໝ່. ແລະເມື່ອສ້າງຂຶ້ນໃໝ່ແລ້ວ ພວກເຈົ້າຈະຮູ້ວ່າພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ໄດ້ໃຊ້ຂ້າພະເຈົ້າມາຫາພວກເຈົ້າ. ເຫດການທັງໝົດນີ້ຈະເກີດຂຶ້ນແທ້ ຖ້າພວກເຈົ້າເຮັດຕາມຂໍ້ຄຳສັ່ງຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຢ່າງຄົບຖ້ວນ.