Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 11:21 - ພຣະຄຳພີສັກສິ

21 ພຣະເຈົ້າຢາເວ​ກ່າວ​ດັ່ງນີ້​ວ່າ: ຊາວ​ອານາທົດ​ຕ້ອງການ​ໃຫ້​ຂ້າພະເຈົ້າ​ຖືກ​ຂ້າ ແລະ​ພວກເຂົາ​ກໍ​ບອກ​ວ່າ, ພວກເຂົາ​ຈະ​ຂ້າ​ຂ້າພະເຈົ້າ​ເສຍ ຖ້າ​ຂ້າພະເຈົ້າ​ຍັງ​ສືບຕໍ່​ປະກາດ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ຢູ່.

Uka jalj uñjjattʼäta Copia luraña




ເຢເຣມີຢາ 11:21
22 Jak'a apnaqawi uñst'ayäwi  

ພວກເຂົາ​ບອກ​ພວກ​ຜູ້ທຳນວາຍ​ໃຫ້​ມິດງຽບ. ພວກເຂົາ​ເວົ້າ​ວ່າ, “ຢ່າ​ເວົ້າ​ສິ່ງ​ທີ່​ຖືກຕ້ອງ​ສູ່​ພວກເຮົາ​ຟັງ​ເລີຍ. ຈົ່ງ​ບອກ​ສິ່ງ​ທີ່​ພວກເຮົາ​ຢາກ​ຟັງ. ໃຫ້​ພວກເຮົາ​ຢຶດຖື​ສິ່ງ​ທີ່​ລວງຕາ​ລວງໃຈ​ໄວ້​ສາ.


ພຣະທຳ​ນີ້​ເປັນ​ບົດ​ບັນທຶກ​ຖ້ອຍຄຳ​ທີ່​ເຢເຣມີຢາ​ໄດ້​ກ່າວ. ເຢເຣມີຢາ​ແມ່ນ​ລູກຊາຍ​ຂອງ​ຮິນກີຢາ ປະໂຣຫິດ​ຜູ້ໜຶ່ງ​ໃນ​ຄະນະ​ປະໂຣຫິດ​ແຫ່ງ​ເມືອງ​ອານາທົດ ໃນ​ເຂດແດນ​ຂອງ​ເບັນຢາມິນ.


ຂ້ານ້ອຍ​ໄດ້ຍິນ​ຫລາຍໆ​ຄົນ​ຊີ່ມ​ໃສ່​ກັນ​ວ່າ, “ຄວາມ​ຕົກໃຈ​ຢ້ານກົວ​ມີ​ຢູ່​ທົ່ວ​ທຸກແຫ່ງ ຈົ່ງ​ຮີບ​ລາຍງານ​ສະພາບ​ການ​ໃໝ່​ໃຫ້​ເຈົ້າໜ້າທີ່​ຟັງ.” ແມ່ນແຕ່​ໝູ່ເພື່ອນ​ຜູ້​ໃກ້ຊິດ​ກໍ​ລໍເບິ່ງ​ຂ້ານ້ອຍ​ລົ້ມ. ພວກເຂົາ​ເວົ້າ​ວ່າ, “ບາງທີ​ການ​ທີ່​ພວກເຮົາ​ເວົ້າ​ໂຈມຕີ​ລາວ ອາດ​ເຮັດ​ໃຫ້​ພວກເຮົາ​ຈັບ​ລາວ​ມາ​ແກ້ແຄ້ນ​ກໍໄດ້.”


ແລະ​ພໍ​ຂ້າພະເຈົ້າ​ໄດ້​ກ່າວ​ສິ່ງ​ທັງໝົດ ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໃຫ້​ຂ້າພະເຈົ້າ​ກ່າວ​ຈົບແລ້ວ ພວກເຂົາ​ກໍ​ແລ່ນ​ເຂົ້າ​ມາ​ເພື່ອ​ຫຸ້ມ​ຈັບກຸມ​ຂ້າພະເຈົ້າ​ໄວ້ ແລະ​ຮ້ອງຂຶ້ນ​ວ່າ, “ເຈົ້າ​ຄວນ​ຈະ​ຖືກ​ຂ້າ​ຍ້ອນ​ຄຳເວົ້າ​ຂອງເຈົ້າ


ຮານາເມນ​ລູກຊາຍ​ຂອງ​ຊານລູມ​ລູງ​ຂອງ​ຂ້າພະເຈົ້າ ຈະ​ມາ​ຂໍ​ໃຫ້​ຂ້າພະເຈົ້າ​ຊື້​ນາ​ຂອງ​ລາວ ທີ່​ອານາທົດ​ຢູ່​ໃນ​ເຂດແດນ​ຂອງ​ເບັນຢາມິນ ຍ້ອນ​ຂ້າພະເຈົ້າ​ເປັນ​ພີ່ນ້ອງ​ທີ່​ໃກ້ຊິດ ແລະ​ມີ​ສິດ​ຊື້​ນາ​ນັ້ນ​ສຳລັບ​ຂ້າພະເຈົ້າ​ເອງ.


ເຮົາ​ຈະ​ມອບ​ພວກເຂົາ​ໃຫ້​ເຫຼົ່າ​ສັດຕູ​ຜູ້​ທີ່​ຢາກ​ສັງຫານ​ພວກເຂົາ ແລະ​ຊາກສົບ​ຂອງ​ພວກເຂົາ​ຈະ​ຖືກ​ຝູງນົກ​ເຈາະ​ແລະ​ຖືກ​ສັດປ່າ​ກັດກິນ.


ແຕ່​ພວກເຈົ້າ​ບັງຄັບ​ຄົນ​ນາຊີຣີ​ດື່ມ​ເຫຼົ້າ​ອະງຸ່ນ; ແລະ​ຫ້າມປາມ​ພວກ​ຜູ້ທຳນວາຍ​ບໍ່​ໃຫ້​ປະກາດ​ຖ້ອຍຄຳ​ຂອງເຮົາ.


ໃນ​ຍາມ​ນີ້​ແຫຼະ ລູກຊາຍ​ຈະ​ດູຖູກ​ພໍ່​ຂອງຕົນ​ວ່າ​ໂງ່ຈ້າ; ລູກສາວ​ກໍ​ຈະ​ຕໍ່ສູ້​ແມ່​ຂອງຕົນ ແລະ​ລູກໃພ້​ຈະ​ຕໍ່ສູ້​ແມ່ຍ່າ​ຂອງຕົນ; ແມ່ນແຕ່​ສະມາຊິກ​ຢູ່​ໃນ​ຄອບຄົວ​ດຽວກັນ​ກໍ​ຈະ​ກາຍເປັນ​ສັດຕູ​ກັນ.


“ອ້າຍ​ເອື້ອຍ​ນ້ອງ​ຈະ​ມອບ​ກັນແລະກັນ​ໃຫ້​ເຖິງ​ແກ່​ຄວາມຕາຍ ແລະ​ພໍ່​ກໍ​ຈະ​ເຮັດ​ຢ່າງ​ດຽວກັນ​ຕໍ່​ລູກ, ລູກ​ຈະ​ຫັນ​ມາ​ຕໍ່ສູ້​ພໍ່​ແມ່​ຂອງຕົນ​ໃຫ້​ເຖິງ​ແກ່​ຄວາມ​ຕາຍ.


ແຕ່​ພວກ​ຄົນ​ເຊົ່າ​ສວນ​ນັ້ນ ໄດ້​ຈັບ​ພວກ​ຜູ້ຮັບໃຊ້​ຂອງ​ເພິ່ນ, ຂ້ຽນຕີ​ຜູ້ໜຶ່ງ, ຂ້າ​ຜູ້ໜຶ່ງ ແລະ​ເອົາ​ຫີນ​ແກວ່ງ​ໃສ່​ຜູ້ໜຶ່ງ.


ສ່ວນ​ຄົນອື່ນໆ​ອີກ​ກໍ​ຈັບ​ພວກ​ຮັບໃຊ້​ມາ​ຂ້ຽນຕີ ແລະ​ຂ້າ​ເຂົາ​ເສຍ.


ແລ້ວ​ພຣະອົງ​ກໍ​ກ່າວ​ອີກ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ບໍ່ມີ​ຜູ້ທຳນວາຍ​ຄົນ​ໃດ​ດອກ ທີ່​ໄດ້​ຮັບ​ຄວາມ​ເຄົາຣົບ​ນັບຖື​ໃນ​ບ້ານ​ເມືອງ​ຂອງຕົນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka