ເພິ່ນຢືນຂຶ້ນທີ່ຂ້າງເສົາບ່ອນທີ່ຖືກຈັດໄວ້ສຳລັບເພິ່ນ ແລະເຮັດພັນທະສັນຍາວ່າຈະເຊື່ອຟັງພຣະເຈົ້າຢາເວ, ຈະຖືຮັກສາກົດບັນຍັດແລະຂໍ້ຄຳສັ່ງຂອງພຣະເຈົ້າຢາເວດ້ວຍສຸດໃຈ ແລະສຸດຈິດ, ແລະຈະປະຕິບັດຕາມຂໍ້ຮຽກຮ້ອງຊຶ່ງໄດ້ຄັດຕິດມາກັບພັນທະສັນຍາ ທີ່ໄດ້ມີຂຽນໄວ້ໃນໜັງສືນີ້.