ເຢເຣມີຢາ 11:17 - ພຣະຄຳພີສັກສິ17 ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ໄດ້ປູກຝັງອິດສະຣາເອນ ແລະຢູດາ, ແຕ່ບັດນີ້ເຮົານາບຂູ່ພວກເຂົາດ້ວຍຄວາມຈິບຫາຍ. ພວກເຂົາໄດ້ນຳເອົາຄວາມຈິບຫາຍນີ້ມາສູ່ພວກເຂົາເອງຍ້ອນໄດ້ເຮັດຜິດ; ພວກເຂົາໄດ້ເຮັດໃຫ້ເຮົາໂກດຮ້າຍໂດຍຖວາຍບູຊາແກ່ພະບາອານ.” Uka jalj uñjjattʼäta |
ເພື່ອໃຫ້ພວກທີ່ໄວ້ທຸກທີ່ເທິງພູເຂົາຊີໂອນ ໄດ້ຊົມຊື່ນຍິນດີແທນທີ່ຈະໂສກເສົ້າ; ພວກເຂົາຈະຮ້ອງເພງສັນລະເສີນພຣະເຈົ້າໃດ ແທນທີ່ຈະເສົ້າໂສກເສຍໃຈຢູ່ເລື້ອຍໆ. ພວກເຂົາຈະເປັນດັ່ງຕົ້ນໄມ້ທີ່ພຣະເຈົ້າຢາເວໄດ້ປູກໄວ້ເອງ ພວກເຂົາທຸກຄົນຈະກະທຳແຕ່ສິ່ງທີ່ຖືກຕ້ອງ ແລະພຣະເຈົ້າກໍຈະໄດ້ຮັບຄຳຍ້ອງຍໍສັນລະເສີນ ສຳລັບສິ່ງທີ່ພຣະອົງໄດ້ກະທຳມານັ້ນ.
ກະສັດເຮເຊກີຢາແລະປະຊາຊົນຢູດາບໍ່ໄດ້ປະຫານຊີວິດມີກາ. ແຕ່ເຈົ້າເຮເຊກີຢາກັບໄດ້ຢຳເກງພຣະເຈົ້າຢາເວ ແລະໄດ້ພະຍາຍາມປະພຶດຕົນໃຫ້ພຣະອົງພໍໃຈ. ແລ້ວພຣະເຈົ້າຢາເວກໍໄດ້ປ່ຽນຄວາມຕັ້ງໃຈໂດຍບໍ່ໄດ້ນຳໄພພິບັດ ທີ່ພຣະອົງໄດ້ກ່າວໄວ້ນັ້ນມາສູ່ພວກເຂົາແຕ່ຢ່າງໃດ. ແຕ່ບັດນີ້ ພວກເຮົາກຳລັງນຳໄພພິບັດອັນໜ້າຢ້ານກົວມາສູ່ພວກເຮົາເອງ.” (
ສະນັ້ນ ບັດນີ້ພຣະເຈົ້າຢາເວ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນຈຶ່ງກ່າວວ່າ, ‘ເຮົາຈະນຳເອົາການທຳລາຍທັງໝົດ ທີ່ເຮົາໄດ້ສັນຍາໄວ້ນັ້ນ ມາສູ່ປະຊາຊົນຢູດາຍ ແລະຊາວນະຄອນເຢຣູຊາເລັມ. ເຮົາຈະເຮັດເຊັ່ນນີ້ເພາະພວກເຈົ້າບໍ່ໄດ້ເຊື່ອຟັງ ເມື່ອເຮົາໄດ້ກ່າວແກ່ພວກເຈົ້າ ແລະພວກເຈົ້າບໍ່ໄດ້ຂານຕອບເມື່ອເຮົາໄດ້ເອີ້ນຫາພວກເຈົ້າ.”’
ເປັນຫຍັງພວກເຈົ້າຈຶ່ງເຮັດໃຫ້ເຮົາໂກດຮ້າຍ ໂດຍຂາບໄຫວ້ຮູບເຄົາຣົບ ແລະຖວາຍບູຊາແກ່ບັນດາພະອື່ນໃນປະເທດເອຢິບ ຄືບ່ອນທີ່ພວກເຈົ້າໄດ້ມາພັກອາໄສຢູ່ນີ້? ພວກເຈົ້າຢາກເຮັດສິ່ງນີ້ເພື່ອທຳລາຍພວກເຈົ້າເອງບໍ? ເພື່ອທຸກຊົນຊາດໃນໂລກຈະຫົວເຍາະເຍີ້ຍພວກເຈົ້າ ແລະໃຊ້ຊື່ຂອງພວກເຈົ້າເປັນຄຳສາບແຊ່ງບໍ?