Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 11:16 - ພຣະຄຳພີສັກສິ

16 ຄັ້ງໜຶ່ງ ເຮົາ​ໄດ້​ເອີ້ນ​ພວກເຂົາ​ວ່າ ກົກ​ໝາກກອກເທດ​ທີ່​ມີ​ໃບ​ຂຽວງາມ​ດີ ແລະ​ມີ​ໝາກ​ງາມ​ເຕັມ​ກົກ, ແຕ່​ບັດນີ້​ໃນ​ທ່າມກາງ​ສຽງ​ຟ້າຮ້ອງ​ຢ່າງ​ຄຶກຄະນອງ ເຮົາ​ຈະ​ມາ​ເພື່ອ​ຈູດ​ໃບ​ແລະ​ຫັກ​ງ່າ​ຂອງ​ມັນ​ຖິ້ມ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 11:16
18 Jak'a apnaqawi uñst'ayäwi  

ຄົນຊົ່ວ​ງອກ​ຂຶ້ນ​ດັ່ງ​ຕົ້ນຫຍ້າ​ໃຕ້​ແສງ​ຕາເວັນ ດັ່ງ​ຕົ້ນຫຍ້າ​ແຜ່​ຂະຫຍາຍ​ທົ່ວ​ທັງສວນ​ນັ້ນ.


ແຕ່​ຂ້ານ້ອຍ​ເປັນ​ດັ່ງ​ຕົ້ນ​ໝາກກອກເທດ​ຕົ້ນ​ໜຶ່ງ ທີ່​ໃຫຍ່​ຂຶ້ນ​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າ ຂ້ານ້ອຍ​ໄວ້ວາງໃຈ ໃນ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະເຈົ້າ​ຕະຫລອດໄປ.


ສັດຕູ​ຂອງ​ພວກ​ຂ້ານ້ອຍ​ໄດ້​ຕັດ​ມັນ​ລົງ​ແລະ​ຈູດ​ມັນ​ຖິ້ມ ຂໍ​ພຣະອົງ​ຫລຽວເບິ່ງ​ດ້ວຍ​ຄວາມ​ໂກດຮ້າຍ​ແລະ​ທຳລາຍ​ພວກເຂົາ​ດ້ວຍ


ຂໍ​ຊົງ​ໂຜດ​ປົກປ້ອງ​ຄຸ້ມຄອງ​ປະຊາຊົນ​ຂອງ​ພຣະອົງ​ທີ່​ຊົງ​ເລືອກເອົາ ຄື​ຊົນຊາດ​ທີ່​ພຣະອົງ​ໄດ້​ເຮັດ​ໃຫ້​ເຂັ້ມແຂງ​ນັ້ນ.


ເບິ່ງດູ ສັດຕູ​ຂອງ​ພຣະອົງ​ກຳລັງ​ກໍ່​ການ​ຈາລະຈົນ ຄົນ​ທີ່​ກຽດຊັງ​ພຣະອົງ​ກຳລັງ​ກໍ່​ການ​ກະບົດ​ຂຶ້ນ.


ງ່າໄມ້​ກໍ​ຫ່ຽວແຫ້ງ​ແລະ​ຫັກ​ລົງ ແລະ​ພວກຜູ້ຍິງ​ກໍ​ໄປ​ເກັບ​ເອົາ​ມາ​ເຮັດ​ຟືນ. ຍ້ອນ​ປະຊາຊົນ​ບໍ່ໄດ້​ເຂົ້າໃຈ​ຫຍັງ ພຣະເຈົ້າ​ອົງ​ເປັນ​ພຣະຜູ້​ສ້າງ​ຂອງ​ພວກເຂົາ​ຈຶ່ງ​ຈະ​ບໍ່​ໃຫ້​ຄວາມ​ເມດຕາປານີ ຫລື​ສະແດງ​ຄວາມ​ອີດູຕົນ​ໃດໆ​ແກ່​ພວກເຂົາ​ເລີຍ.


ເຮົາ​ໄດ້​ປູກ​ເຈົ້າ​ໄວ້​ດັ່ງ​ປູກ​ຕົ້ນອະງຸ່ນ​ພັນ​ດີ ໂດຍ​ເລືອກເຟັ້ນ​ເອົາ​ມາ​ຈາກ​ພັນ​ດີທີ່ສຸດ​ດ້ວຍ. ແຕ່​ເບິ່ງແມ! ເຈົ້າ​ກາຍເປັນຫຍັງ​ໄປ​ແລ້ວ​ຮູ້​ບໍ ເຈົ້າ​ເປັນ​ດັ່ງ​ຕົ້ນອະງຸ່ນ​ເໜົ່າ​ຫາ​ຄຸນຄ່າ​ບໍ່ໄດ້.


ແຕ່​ເຮົາ​ຈະ​ລົງໂທດ​ໃນ​ສິ່ງ​ທີ່​ເຈົ້າ​ໄດ້​ເຮັດ. ເຮົາ​ຈະ​ຈູດ​ວັງ​ຂອງ​ເຈົ້າ ແລະ​ໄຟ​ຈະ​ໄໝ້​ເຜົາຜານ​ທຸກສິ່ງ​ທີ່​ຢູ່​ອ້ອມ​ນັ້ນ.” ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫລະ.


ສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈຶ່ງ​ຈະ​ເທ​ຄວາມ​ໂກດຮ້າຍ​ອັນ​ຮຸນແຮງ​ຂອງເຮົາ​ລົງ​ໃສ່​ພຣະວິຫານ​ນີ້. ເຮົາ​ຈະ​ເທ​ລົງ​ໃສ່​ທັງ​ຄົນ ແລະ​ສັດເດຍລະສານ ຕະຫລອດ​ທັງ​ກົກໄມ້ ແລະ​ເຄື່ອງປູກ​ຂອງຝັງ​ດ້ວຍ. ຄວາມ​ໂກດຮ້າຍ​ຂອງເຮົາ​ຈະ​ລຸກໄໝ້ ດັ່ງ​ໄຟ​ທີ່​ບໍ່ມີ​ຜູ້ໃດ​ມອດ​ໄດ້.”


ພວກເຂົາ​ຈະ​ມີ​ຊີວິດ​ຈະເລີນ​ແບບ​ໃໝ່​ຂຶ້ນ​ມາ ຈະ​ສວຍງາມ​ດັ່ງ​ກົກ​ໝາກກອກເທດ. ພວກເຂົາ​ຈະ​ມີ​ກິ່ນ​ຫອມຫວນ​ຊວນໃຈ ດັ່ງ​ຕົ້ນ​ສົນສີດາ​ໃນ​ເລບານອນ​ພຸ້ນ.


ບັດນີ້ ຂວານ​ກໍ​ມີ​ຢູ່​ແລ້ວ ທີ່​ວາງ​ໄວ້​ພ້ອມ​ຈະ​ຕັດ​ຕົ້ນໄມ້​ໃຫ້​ຄຸງ​ເຫງົ້າ. ສະນັ້ນ ໄມ້​ທຸກ​ຕົ້ນ​ທີ່​ບໍ່​ເກີດຜົນ​ດີ​ຈະ​ຖືກ​ຕັດ ແລະ​ຖືກ​ໂຍນ​ຖິ້ມ​ໃສ່​ໄຟ​ເສຍ.


ຖ້າ​ຜູ້ໃດ​ບໍ່​ເຂົ້າ​ສະໜິດ​ຢູ່​ໃນ​ເຮົາ ຜູ້ນັ້ນ​ກໍ​ຕ້ອງ​ຖືກ​ຕັດ​ຖິ້ມ​ເສຍ​ເໝືອນ​ກິ່ງ ແລ້ວ​ກໍ​ຫ່ຽວແຫ້ງ​ໄປ​ແລະ​ຖືກ​ເກັບ​ເອົາ​ໄປ​ເຜົາ​ໄຟ​ເສຍ.


ຕົ້ນ​ໝາກກອກເທດ​ຈະ​ເກີດ​ໃນ​ທຸກທີ່​ທຸກບ່ອນ​ໃນ​ດິນແດນ​ຂອງ​ພວກເຈົ້າ, ແຕ່​ພວກເຈົ້າ​ຈະ​ບໍ່ໄດ້​ນໍ້າມັນ ເພາະ​ໝາກ​ຂອງ​ມັນ​ລົ່ນ​ຖິ້ມ​ເສຍໝົດ.


ພະຍານ​ທັງສອງ​ໄດ້​ແກ່​ຕົ້ນ​ກອກເທດ​ສອງ​ຕົ້ນ ແລະ​ຄັນ​ຕະກຽງ​ຄຳ​ສອງ​ອັນ ຊຶ່ງ​ຕັ້ງ​ໄວ້​ຢູ່​ຕໍ່ໜ້າ​ອົງພຣະ​ຜູ້​ເປັນເຈົ້າ​ແຫ່ງ​ແຜ່ນດິນ​ໂລກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka