ເຢເຣມີຢາ 11:13 - ພຣະຄຳພີສັກສິ13 ປະຊາຊົນຢູດາມີພະຫລາຍເທົ່າກັບເມືອງທັງຫລາຍທີ່ຕົນມີຢູ່ ແລະຊາວນະຄອນເຢຣູຊາເລັມກໍຕັ້ງແທ່ນຂຶ້ນເພື່ອຖວາຍບູຊາແກ່ພະບາອານ ຫລາຍເທົ່າກັບມີຖະໜົນຫົນທາງໃນນະຄອນເຢຣູຊາເລັມ. Uka jalj uñjjattʼäta |
ເຮົາຈະເຮັດຢ່າງນີ້ກໍເພາະວ່າປະຊາຊົນໄດ້ປະຖິ້ມເຮົາ ແລະເຮັດໃຫ້ສະຖານທີ່ນີ້ເປັນມົນທິນ ໂດຍການເຜົາເຄື່ອງບູຊາຖວາຍແກ່ພະອື່ນ ຄືບັນດາພະທີ່ພວກເຂົາເອງແລະບັນພະບຸລຸດຂອງພວກເຂົາ ຕະຫລອດທັງກະສັດແຫ່ງຢູດາຍບໍ່ເຄີຍຮູ້ຈັກມາກ່ອນ. ພວກເຂົາໄດ້ເຮັດໃຫ້ບ່ອນນີ້ເປິເປື້ອນ ເຕັມໄປດ້ວຍເລືອດຂອງຄົນບໍ່ມີຄວາມຜິດ
ພວກຂ້ານ້ອຍຄວນນອນລົງດ້ວຍຄວາມລະອາຍໃຈ ແລະໃຫ້ພວກຂ້ານ້ອຍຮັບເອົາຄວາມອັບອາຍຂາຍໜ້ານີ້ສາ. ພວກຂ້ານ້ອຍພ້ອມທັງບັນພະບຸລຸດຂອງພວກຂ້ານ້ອຍ ຕ່າງກໍໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍເລື້ອຍມາ. ພວກຂ້ານ້ອຍບໍ່ເຄີຍເຊື່ອຟັງຂໍ້ຄຳສັ່ງຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍ.”
“ສຳລັບເຄື່ອງຖວາຍບູຊາຕ່າງໆທີ່ພວກເຈົ້າ ແລະບັນພະບຸລຸດຂອງພວກເຈົ້າ, ບັນດາກະສັດແລະພວກເຈົ້ານາຍຂອງພວກເຈົ້າ ແລະປະຊາຊົນໃນດິນແດນໄດ້ຖວາຍໃນເມືອງຂອງຢູດາຍ ແລະຕາມທ້ອງຖະໜົນຫົນທາງຂອງນະຄອນເຢຣູຊາເລັມນັ້ນ; ພວກເຈົ້າຄິດວ່າ ພຣະເຈົ້າຢາເວບໍ່ຮູ້ກ່ຽວກັບສິ່ງເຫຼົ່ານັ້ນບໍ? ພຣະອົງລືມໄລສິ່ງເຫຼົ່ານັ້ນຊັ້ນບໍ?
ອົງພຣະຜູ້ເປັນເຈົ້າກ່າວວ່າ, “ເມື່ອເຮົາພົບເຫັນຊາດອິດສະຣາເອນເທື່ອທຳອິດ ກໍເໝືອນໄດ້ພົບໝາກອະງຸ່ນທີ່ກຳລັງເກີດຂຶ້ນໃນຖິ່ນແຫ້ງແລ້ງກັນດານ. ເມື່ອເຮົາໄດ້ເຫັນບັນພະບຸລຸດຂອງພວກເຈົ້າເທື່ອທຳອິດ ກໍເໝືອນໄດ້ເຫັນໝາກເດື່ອເທດສຸກໃນຕົ້ນລະດູການ. ແຕ່ເມື່ອພວກເຂົາໄດ້ມາເຖິງພູເປອໍແລ້ວ ພວກເຂົາກໍໄດ້ເລີ່ມຂາບໄຫວ້ພະບາອານ ແລະບໍ່ດົນພວກເຂົາກໍເປັນໜ້າກຽດຊັງ ດັ່ງບັນດາຮູບພະທີ່ພວກເຂົາຮັກນັ້ນ.