ເຢເຣມີຢາ 11:11 - ພຣະຄຳພີສັກສິ11 ສະນັ້ນ ເຮົາຄືພຣະເຈົ້າຢາເວຈຶ່ງເຕືອນພວກເຂົາວ່າ ເຮົາກຳລັງຈະນຳໄພພິບັດມາສູ່ພວກເຂົາ ແລະພວກເຂົາຈະຫລົບຫລີກໜີໄປບໍ່ໄດ້. ເມື່ອພວກເຂົາຮ້ອງຂໍເຮົາໃຫ້ຊ່ວຍເຫລືອ ເຮົາຈະບໍ່ຟັງສຽງຂອງພວກເຂົາ. Uka jalj uñjjattʼäta |
ເມື່ອພວກເຂົາຖາມເຈົ້າວ່າ, ‘ພວກເຮົາຄວນຈະໄປໃສ?’ ຈົ່ງບອກພວກເຂົາວ່າພຣະເຈົ້າຢາເວກ່າວດັ່ງນີ້: ‘ບາງຄົນຈະຕາຍຍ້ອນເຄາະກຳພະຍາດໂຣຄາ ບ່ອນນັ້ນແຫລະ ທີ່ພວກເຂົາຈະພາກັນໄປນັ້ນ ຄົນອື່ນອີກຈະຕາຍຍ້ອນເຄາະກຳໃນສົງຄາມ ບ່ອນນັ້ນແຫລະ ທີ່ພວກເຂົາຈະພາກັນໄປນັ້ນ ບາງຄົນຈະຕາຍຍ້ອນເຄາະກຳການອຶດຢາກນາໆ ບ່ອນນັ້ນແຫລະ ທີ່ພວກເຂົາຈະພາກັນໄປນັ້ນ ຄົນອື່ນອີກຮັບເຄາະກຳຍ້ອນຖືກຈັບເປັນຊະເລີຍ ບ່ອນນັ້ນແຫລະ ທີ່ພວກເຂົາຈະພາກັນໄປນັ້ນ.’
ສະນັ້ນ ບັດນີ້ພຣະເຈົ້າຢາເວ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນຈຶ່ງກ່າວວ່າ, ‘ເຮົາຈະນຳເອົາການທຳລາຍທັງໝົດ ທີ່ເຮົາໄດ້ສັນຍາໄວ້ນັ້ນ ມາສູ່ປະຊາຊົນຢູດາຍ ແລະຊາວນະຄອນເຢຣູຊາເລັມ. ເຮົາຈະເຮັດເຊັ່ນນີ້ເພາະພວກເຈົ້າບໍ່ໄດ້ເຊື່ອຟັງ ເມື່ອເຮົາໄດ້ກ່າວແກ່ພວກເຈົ້າ ແລະພວກເຈົ້າບໍ່ໄດ້ຂານຕອບເມື່ອເຮົາໄດ້ເອີ້ນຫາພວກເຈົ້າ.”’