Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 11:10 - ພຣະຄຳພີສັກສິ

10 ພວກເຂົາ​ໄດ້​ກັບຄືນ​ໄປ​ເຮັດ​ບາບ​ທີ່​ບັນພະບຸລຸດ​ຂອງ​ພວກເຂົາ​ໄດ້​ເຮັດ​ນັ້ນ ຄື​ພວກເຂົາ​ບໍ່​ຍອມ​ເຮັດ​ຕາມ​ສິ່ງ​ທີ່​ເຮົາ​ໄດ້​ບອກ, ແຕ່​ພວກເຂົາ​ໄດ້​ຂາບໄຫວ້​ບັນດາ​ພະອື່ນ. ທັງສອງ​ຄື​ອິດສະຣາເອນ​ແລະ​ຢູດາ ຕ່າງ​ກໍ​ລະເມີດ​ພັນທະສັນຍາ​ທີ່​ເຮົາ​ໄດ້​ເຮັດ​ໄວ້​ກັບ​ບັນພະບຸລຸດ​ຂອງ​ພວກເຂົາ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 11:10
36 Jak'a apnaqawi uñst'ayäwi  

ພວກເຂົາ​ບໍ່ໄດ້​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ​ເລີຍ ແລະ​ບໍ່ໄດ້​ສັດຊື່​ດັ່ງ​ບັນພະບຸລຸດ​ຂອງ​ເຂົາເຈົ້າ ຄື​ເປັນ​ພວກ​ທີ່​ຂາດ​ຄວາມ​ໄວ້ວາງໃຈ ແລະ​ຄົດ​ດັ່ງ​ລູກໜ້າ​ທະນູ​ບ້ຽວ.


ປະຊາກອນ​ໄດ້​ເຮັດ​ໃຫ້​ໂລກນີ້​ເປັນ​ມົນທິນ ໂດຍ​ລະເມີດ​ກົດບັນຍັດ​ຂອງ​ພຣະເຈົ້າ ແລະ​ຝ່າຝືນ​ພັນທະສັນຍາ​ທີ່​ພຣະອົງ​ໄດ້​ເຮັດ​ໄວ້​ກັບ​ພວກເຂົາ​ຕະຫລອດໄປ.


ຄົນຊົ່ວ​ເຫຼົ່ານີ້​ປະຕິເສດ​ບໍ່​ຍອມ​ເຊື່ອຟັງ​ເຮົາ. ພວກເຂົາ​ດື້ດ້ານ ແລະ​ຊົ່ວຊ້າ​ເໝືອນ​ເດີມ; ພວກເຂົາ​ໄດ້​ຂາບໄຫວ້ ແລະ​ຮັບໃຊ້​ບັນດາ​ພະອື່ນ. ສະນັ້ນ ພວກເຂົາ​ຈຶ່ງ​ຈະ​ເປັນ​ດັ່ງ​ເສື້ອຊ້ອນ​ເຫຼົ່ານີ້​ຊຶ່ງ​ບໍ່ມີ​ຫຍັງ​ດີ​ເລີຍ.”


ພວກເຂົາ​ບໍ່ໄດ້​ເຊື່ອຟັງ​ເຮົາ ແລະ​ພວກເຂົາ​ກໍ​ບໍ່ໄດ້​ເອົາໃຈໃສ່​ຕໍ່​ວັນ​ນີ້ ແຕ່​ພວກເຂົາ​ຊໍ້າພັດ​ດື້ດ້ານ, ບໍ່​ຍອມ​ເຊື່ອຟັງ ທັງ​ບໍ່​ຍອມ​ຮຽນຮູ້​ຈາກ​ເຮົາ​ດ້ວຍ.


ແລ້ວ​ພວກເຂົາ​ຕ່າງ​ກໍ​ຈະ​ຕອບ​ວ່າ, ‘ຍ້ອນ​ພວກເຂົາ​ໄດ້​ປະຖິ້ມ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ ແລະ​ໄປ​ຂາບໄຫວ້​ແລະ​ຮັບໃຊ້​ບັນດາ​ພະອື່ນ.”’


ພັນທະສັນຍາ​ນີ້​ຈະ​ບໍ່​ຄື​ພັນທະສັນຍາ​ເກົ່າ ທີ່​ເຮົາ​ໄດ້​ເຮັດ​ກັບ​ບັນພະບຸລຸດ​ຂອງ​ພວກເຂົາ ເມື່ອ​ເຮົາ​ໄດ້​ຈູງ​ແຂນ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ. ເຖິງ​ແມ່ນ​ວ່າ​ເຮົາ​ເປັນ​ດັ່ງ​ຜົວ​ຂອງ​ພວກເຂົາ​ກໍຕາມ ພວກເຂົາ​ກໍ​ບໍ່ໄດ້​ຮັກສາ​ພັນທະສັນຍາ​ນັ້ນ​ເລີຍ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


“ພວກເຮົາ​ບໍ່​ຍອມ​ຟັງ​ສິ່ງ​ທີ່​ທ່ານ​ໄດ້​ບອກ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ​ດອກ.


ແຕ່​ພວກເຈົ້າ​ບໍ່ໄດ້​ຍອມ​ຟັງ ຫລື​ເອົາໃຈໃສ່​ເລີຍ. ພວກເຈົ້າ​ບໍ່​ຍອມ​ເລີກ​ຄວາມ​ປະພຶດ​ອັນ​ຊົ່ວຊ້າ​ສຳລັບ​ຖວາຍບູຊາ​ໃຫ້​ບັນດາ​ພະອື່ນ.


ເຈົ້າ​ຈະ​ບອກ​ພວກເຂົາ​ວ່າ ຊົນຊາດ​ຂອງ​ພວກເຂົາ​ບໍ່​ຍອມ​ເຊື່ອຟັງ​ເຮົາ ຄື​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ ຫລື​ບໍ່​ຍອມ​ຖອດຖອນ​ບົດຮຽນ​ຈາກ​ການ​ທີ່​ພວກເຂົາ​ຖືກ​ລົງໂທດ. ຄວາມສັດຊື່​ໄດ້​ສູນຫາຍ​ໄປ​ຈາກ​ພວກເຂົາ​ສາ​ແລ້ວ. ບໍ່ມີ​ຜູ້ໃດ​ເລີຍ​ຢາກ​ເອີ່ຍ​ເຖິງ​ເລື່ອງນີ້​ອີກ​ຕໍ່ໄປ.”


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ ເຮົາ​ຈະ​ເຮັດ​ກັບ​ເຈົ້າ​ຕາມ​ທີ່​ເຈົ້າ​ສົມຄວນ​ໄດ້​ຮັບ ເພາະ​ເຈົ້າ​ໄດ້​ເມີນເສີຍ​ຕໍ່​ຄຳສັນຍາ​ຕ່າງໆ​ຂອງ​ເຈົ້າ ແລະ​ໄດ້​ຝ່າຝືນ​ພັນທະສັນຍາ​ດ້ວຍ.


ພວກເຂົາ​ໄດ້​ເຮັດ​ໃຫ້​ພຣະວິຫານ​ຂອງເຮົາ​ເປັນ​ມົນທິນ ໂດຍ​ຍອມ​ໃຫ້​ຊາວ​ຕ່າງດ້າວ​ຜູ້​ທີ່​ບໍ່ໄດ້​ຮັບ​ພິທີຕັດ​ຄື​ປະຊາຊົນ​ທີ່​ບໍ່​ເຊື່ອຟັງ​ເຮົາ​ນັ້ນ ເຂົ້າ​ໄປ​ໃນ​ພຣະວິຫານ​ເມື່ອ​ພວກເຂົາ​ກຳລັງ​ຖວາຍ​ໄຂມັນ ແລະ​ເລືອດ​ໃຫ້​ແກ່​ເຮົາ. ສະນັ້ນ ປະຊາຊົນ​ຂອງເຮົາ​ຈຶ່ງ​ໄດ້​ຝ່າຝືນ​ພັນທະສັນຍາ​ຂອງເຮົາ ໂດຍ​ໄດ້​ເຮັດ​ສິ່ງ​ທີ່​ໜ້າກຽດຊັງ​ທັງໝົດ​ເຫຼົ່ານັ້ນ.


ແຕ່​ນະຄອນ​ເຢຣູຊາເລັມ​ໄດ້​ກະບົດ​ຕໍ່​ຂໍ້ຄຳສັ່ງ​ຂອງເຮົາ ແລະ​ສະແດງ​ວ່າ​ນາງ​ຊົ່ວຊ້າ​ກວ່າ​ບັນດາ​ປະເທດ​ອື່ນໆ ແລະ​ບໍ່​ເຊື່ອຟັງ​ກວ່າ​ບັນດາ​ປະເທດ​ທີ່​ຢູ່​ອ້ອມຮອບ​ນາງ​ນັ້ນ. ນະຄອນ​ເຢຣູຊາເລັມ​ປະຖິ້ມ​ຂໍ້ຄຳສັ່ງ​ຂອງ​ເຮົາ ແລະ​ທັງ​ບໍ່​ຍອມ​ນັບຖື​ກົດບັນຍັດ​ຕ່າງໆ​ຂອງເຮົາ​ດ້ວຍ.


“ເອຟຣາອິມ ແລະ​ຢູດາ​ເອີຍ ເຮົາ​ຈະ​ເຮັດ​ແນວໃດ​ກັບ​ພວກເຈົ້າ? ຄວາມຮັກ​ທີ່​ພວກເຈົ້າ​ມີ​ຕໍ່​ເຮົາ​ນັ້ນ ກໍ​ຈືດຈາງ​ເຫືອດຫາຍ​ໄປ​ຢ່າງ​ໄວວາ ເໝືອນ​ນໍ້າໝອກ​ໃນ​ຕອນເຊົ້າ.


ແຕ່​ພໍ​ເມື່ອ​ພວກເຂົາ​ໄດ້​ເຂົ້າ​ໄປ​ໃນ​ດິນແດນ​ທີ່​ອາດາມ ພວກເຂົາ​ກໍໄດ້​ລະເມີດ​ພັນທະສັນຍາ ທີ່​ເຮົາ​ໄດ້​ມີ​ໄວ້​ກັບ​ພວກເຂົາ​ນັ້ນ.


ພວກເຂົາ​ສືບຕໍ່​ຫັນໜີ​ຈາກ​ເຮົາ​ໄປ​ຫາ​ພະອື່ນ​ທີ່​ບໍ່ມີ​ຣິດອຳນາດ. ພວກເຂົາ​ເປັນ​ຜູ້​ທີ່​ວາງໃຈ​ບໍ່ໄດ້​ເລີຍ​ເໝືອນ​ໜ້າທະນູ​ຄົດ. ເພາະ​ພວກ​ຜູ້ນຳ​ຂອງ​ພວກເຂົາ​ເວົ້າ​ອວດ​ຢ່າງ​ຈອງຫອງ ພວກເຂົາ​ຈະ​ຕາຍ​ຢ່າງ​ທາລຸນ ແລະ​ຊາວ​ເອຢິບ​ກໍ​ຈະ​ຫົວຂວັນ​ພວກເຂົາ.”


ຖ້າ​ພວກເຈົ້າ​ປະຕິເສດ​ທີ່​ຈະ​ເຊື່ອຟັງ​ກົດບັນຍັດ​ທັງ​ຂໍ້ຄຳສັ່ງ​ທັງຫລາຍ​ຂອງເຮົາ ແລະ​ທຳລາຍ​ພັນທະສັນຍາ​ທີ່​ເຮົາ​ໄດ້​ເຮັດ​ໄວ້​ກັບ​ພວກເຈົ້າ


ເຮົາ​ຈະ​ທຳລາຍ​ພວກ​ທີ່​ໄດ້​ຫັນ​ໜີໄປ​ຈາກ​ເຮົາ ແລະ​ບໍ່​ຕິດຕາມ​ພຣະເຈົ້າຢາເວ​ອີກ​ຕໍ່ໄປ ຄື​ພວກ​ທີ່​ບໍ່​ມາ​ຫາ​ພຣະເຈົ້າຢາເວ ຫລື​ບໍ່​ມາ​ຂໍ​ໃຫ້​ເຮົາ​ນຳພາ​ພວກເຂົາ.”


‘ຢ່າ​ສູ່​ເປັນ​ດັ່ງ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ ນານ​ມາ​ແລ້ວ​ບັນດາ​ຜູ້ທຳນວາຍ​ໄດ້​ບອກ​ວ່າ ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ບອກ​ພວກເຈົ້າ​ບໍ່​ໃຫ້​ດຳເນີນ​ຊີວິດ​ໃນ​ທາງ​ຊົ່ວຊ້າ​ແລະ​ໃນ​ທາງ​ບາບ​ຕໍ່ໄປ.’ ແຕ່​ພວກເຂົາ​ບໍ່ໄດ້​ເຊື່ອຟັງ​ຫລື​ເຮັດ​ຕາມ​ສິ່ງ​ທີ່​ເຮົາ​ໄດ້​ບອກ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ແຕ່​ປະຊາຊົນ​ຂອງເຮົາ​ດື້ດ້ານ​ບໍ່​ເຊື່ອຟັງ. ພວກເຂົາ​ຫັນ​ຫລັງ​ໃສ່​ເຮົາ ແລະ​ປິດ​ຫູ​ຂອງ​ພວກເຂົາ​ໄວ້


ຍ້ອນ​ພວກເຂົາ​ບໍ່​ເຊື່ອຟັງ​ເມື່ອ​ເຮົາ​ກ່າວ, ເຮົາ​ຈຶ່ງ​ບໍ່​ຕອບ​ຄຳພາວັນນາ​ອະທິຖານ​ຂອງ​ພວກເຂົາ. ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ.


ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ​ວ່າ, “ເຈົ້າ​ຈະ​ຕາຍ​ໃນ​ໄວໆ​ນີ້ ແລະ​ຫລັງຈາກ​ເຈົ້າ​ຕາຍໄປ​ແລ້ວ​ປະຊາຊົນ​ກໍ​ຈະ​ບໍ່​ສັດຊື່​ຕໍ່​ເຮົາ ແລະ​ລະເມີດ​ພັນທະສັນຍາ​ທີ່​ເຮົາ​ໄດ້​ເຮັດ​ໄວ້​ກັບ​ພວກເຂົາ. ພວກເຂົາ​ຈະ​ປະຖິ້ມ​ເຮົາ ແລະ​ໄປ​ຂາບໄຫວ້​ບັນດາ​ພະ​ຂອງ​ຊາວ​ຕ່າງຊາດ​ໃນ​ດິນແດນ​ທີ່​ພວກເຂົາ​ກຳລັງ​ຈະ​ເຂົ້າ​ໄປ​ຢຶດຄອງ​ນັ້ນ.


ຢ່າ​ລືມ​ຈັກເທື່ອ​ວ່າ ພວກເຈົ້າ​ໄດ້​ເຮັດ​ໃຫ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໂກດຮ້າຍ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ຢ່າງ​ໃດ. ຕັ້ງແຕ່​ມື້​ທີ່​ພວກເຈົ້າ​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ ເຖິງ​ມື້​ທີ່​ພວກເຈົ້າ​ມາ​ຮອດ​ທີ່​ນີ້ ພວກເຈົ້າ​ໄດ້​ກະບົດ​ຕໍ່ສູ້​ພຣະເຈົ້າຢາເວ.


ຈະ​ບໍ່​ເໝືອນ​ພັນທະສັນຍາ ທີ່​ເຮົາ​ໄດ້​ສັນຍາ ໄວ້​ກັບ​ບັນພະບຸລຸດ​ຂອງ​ພວກເຂົາ ໃນ​ເມື່ອ​ເຮົາ​ໄດ້​ຈູງ​ມື​ຂອງ​ພວກເຂົາ ພາ​ອອກ​ມາ​ຈາກ​ປະເທດ​ເອຢິບ.’ ເພາະ​ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ກ່າວ​ວ່າ, ‘ເຂົາ​ເຫຼົ່ານັ້ນ​ບໍ່ໄດ້​ຕັ້ງ​ຢູ່​ໃນ​ພັນທະສັນຍາ​ຂອງເຮົາ. ດັ່ງນັ້ນ ເຮົາ​ຈຶ່ງ​ບໍ່​ສົນໃຈ​ຕໍ່​ພວກເຂົາ.’


ແລ້ວ​ຊາວ​ອິດສະຣາເອນ​ກໍໄດ້​ເລີ່ມ​ເຮັດ​ບາບ​ຕໍ່​ສາຍຕາ​ຂອງ​ພຣະເຈົ້າຢາເວ ໂດຍ​ເລີ່ມ​ບົວລະບັດ​ຮັບໃຊ້​ພະບາອານ.


ແຕ່​ພວກເຂົາ​ບໍ່ໄດ້​ປະຕິບັດ​ຕາມ​ຄຳສັ່ງ​ຂອງ​ພວກ​ຜູ້ປົກຄອງ​ເຫຼົ່ານີ້. ພວກເຂົາ​ຫຼີ້ນຊູ້​ກັບ​ບັນດາ​ພະອື່ນ​ແລະ​ຂາບໄຫວ້​ພວກມັນ. ບັນພະບຸລຸດ​ຂອງ​ພວກເຂົາ​ໄດ້​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ແຕ່​ອີກ​ບໍ່​ດົນ​ຄົນ​ເຊັ່ນ​ໃໝ່​ນີ້​ກໍ​ເຊົາ​ເຊື່ອຟັງ​ພຣະອົງ​ຢ່າງ​ໄວວາ.


ແຕ່​ເມື່ອ​ຜູ້ປົກຄອງ​ຕາຍໄປ​ແລ້ວ ປະຊາຊົນ​ກໍ​ກັບຄືນ​ໄປ​ເຮັດ​ຄືເກົ່າ​ແລະ​ສືບຕໍ່​ເຮັດ​ສິ່ງ​ຊົ່ວຮ້າຍ ຫລາຍກວ່າ​ເຊັ່ນ​ພໍ່​ແມ່​ຂອງ​ພວກເຂົາ​ອີກ. ພວກເຂົາ​ໄດ້​ບົວລະບັດ​ຮັບໃຊ້​ແລະ​ຂາບໄຫວ້​ບັນດາ​ພະອື່ນ ແລະ​ສືບຕໍ່​ປະພຶດ​ຊົ່ວຮ້າຍ​ຕາມ​ວິທີ​ທາງ​ຂອງ​ພວກເຂົາ​ຢ່າງ​ດື້ດຶງ.


“ເຮົາ​ເສຍໃຈ​ຫລາຍ​ທີ່​ໄດ້​ແຕ່ງຕັ້ງ​ໂຊນ​ໃຫ້​ເປັນ​ກະສັດ. ລາວ​ຫັນໜີ​ຈາກ​ເຮົາ ແລະ​ບໍ່​ເຊື່ອຟັງ​ຄຳສັ່ງ​ຂອງເຮົາ.” ສ່ວນ​ຊາມູເອນ​ກໍ​ໃຈຮ້າຍ​ດ້ວຍ ຈຶ່ງ​ພາວັນນາ​ອະທິຖານ​ຂໍ​ກັບ​ພຣະເຈົ້າຢາເວ​ຕະຫລອດ​ຄືນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka