Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 10:9 - ພຣະຄຳພີສັກສິ

9 ຮູບເຄົາຣົບ​ພວກເຂົາ​ໂອບ​ດ້ວຍ​ເງິນ​ຈາກ​ຕາກຊິດ ໂອບ​ດ້ວຍ​ຄຳ​ທີ່​ຖືກ​ນຳ​ມາ​ຈາກ​ແດນ​ອູຟາດ ຊຶ່ງ​ລ້ວນແຕ່​ແຕ້ມ​ດ້ວຍ​ສີມື​ຂອງ​ນັກ​ສິນລະປິນ ພວກເຂົາ​ນຸ່ງ​ເຄື່ອງ​ງົດງາມ​ໃຫ້​ຮູບເຄົາຣົບ​ເຫຼົ່ານັ້ນ ເປັນ​ສີແດງແຈດ​ແລະ​ສີມ່ວງ​ຢ່າງດີ ຊຶ່ງ​ຊ່າງ​ຜູ້​ຊຳນິ​ຊຳນານ​ຕໍ່າ​ອອກ​ມາ​ໃຫ້.

Uka jalj uñjjattʼäta Copia luraña




ເຢເຣມີຢາ 10:9
12 Jak'a apnaqawi uñst'ayäwi  

ກະສັດ​ໂຊໂລໂມນ​ຍັງ​ມີ​ຂະບວນ​ເຮືອ​ແຫ່ງ​ຕາກຊິດ ທີ່​ແລ່ນ​ໄປ​ກັບ​ຂະບວນ​ເຮືອ​ຂອງ​ກະສັດ​ຮີຣາມ. ໃນ​ທຸກ​ສາມ​ປີ​ໃດ ຂະບວນ​ເຮືອ​ຂອງ​ເພິ່ນ​ໄດ້​ແລ່ນ​ກັບຄືນ​ມາ ທັງ​ບັນທຸກ​ເອົາ​ຄຳ, ເງິນ, ງາ​ຊ້າງ, ລີງໃຫຍ່ ແລະ​ລີງນ້ອຍ​ມາ​ນຳ​ດ້ວຍ.


ເພິ່ນ​ໄດ້​ມີ​ຂະບວນ​ເຮືອ​ແລ່ນ​ທາງ​ທະເລ ຮ່ວມ​ກັບ​ຂະບວນ​ເຮືອ​ຂອງ​ກະສັດ​ຮີຣາມ. ທຸກໆ​ສາມ​ປີ​ໃດ​ຂະບວນ​ເຮືອ​ເຫຼົ່ານີ້ ຈະ​ກັບ​ມາ​ພ້ອມ​ທັງ​ນຳ​ເອົາ​ຄຳ, ເງິນ, ງາ​ຊ້າງ, ລີງໃຫຍ່ ແລະ​ລີງນ້ອຍ​ມາ​ດ້ວຍ.


ພະ​ຂອງ​ພວກເຂົາ​ນັ້ນ​ເຮັດ​ດ້ວຍ​ເງິນ ດ້ວຍ​ຄຳ​ ຖືກ​ສ້າງ​ຂຶ້ນ​ມາ​ດ້ວຍ​ມື​ຂອງ​ມະນຸດ.


ກະສັດ​ຂອງ​ສະເປນ​ແລະ​ເກາະ​ດອນ​ທັງຫລາຍ ຕ່າງ​ກໍ​ຈະ​ນຳ​ຂອງ​ບັນນາການ​ມາ​ມອບ​ໃຫ້​ເພິ່ນ. ບັນດາ​ກະສັດ​ແຫ່ງ​ອາຣາເບຍ​ແລະ​ເອທີໂອເປຍ ກໍ​ຈະ​ນຳ​ເອົາ​ເຄື່ອງ​ຖວາຍ​ມາ​ມອບ​ໃຫ້.


ຊາວ​ເມືອງ​ໂຟນີເຊຍ​ເອີຍ ຈົ່ງ​ໂສກເສົ້າ​ຮໍ່າໄຮ​ເຖີດ ຈົ່ງ​ພະຍາຍາມ​ປົບໜີໄປ​ຍັງ​ຕາກຊິດ​ສາ


ພຣະອົງ​ບໍ່​ເປັນ​ດັ່ງ​ຮູບເຄົາຣົບ​ທີ່​ຖືກ​ສ້າງ​ດ້ວຍ​ມື ທີ່​ຊ່າງ​ໂລຫະ​ເຄືອບ​ຄຳ​ທັງ​ໃຊ້​ເງິນ​ຫລໍ່​ຕີນ​ດ້ວຍ.


ເຈົ້າ​ໄດ້​ເຮັດ​ທຸລະກິດ​ກັບ​ຕາກຊິດ​ແລະ​ໄດ້​ເອົາ​ເງິນ, ເຫຼັກ, ກົ່ວ ແລະ​ຊືນ ຈ່າຍ​ເປັນ​ຄ່າ​ສິນຄ້າ​ອັນ​ຫລວງຫລາຍ​ຂອງ​ເຈົ້າ.


ຜ້າໃບ​ຂອງ​ເຈົ້າ​ເຮັດ​ດ້ວຍ​ຜ້າປ່ານ​ຈາກ​ປະເທດ​ເອຢິບ ຜ້າ​ແສ່ວ​ເປັນ​ສີແດງເຂັ້ມ​ເບິ່ງ​ເຫັນ​ແຕ່​ໄກ​ໄດ້. ຜ້າ​ເຫຼົ່ານີ້​ໄດ້​ເຮັດ​ມາ​ຈາກ​ເກາະ​ໄຊປຣັດ ຜ້າປ່ານ​ສີມ່ວງ​ຊັ້ນດີ​ເປັນ​ສິນຄ້າ​ຂອງ​ເຈົ້າ.


ຂ້າພະເຈົ້າ​ເງີຍໜ້າ​ຂຶ້ນ​ເຫັນ​ຊາຍ​ຜູ້ໜຶ່ງ​ທີ່​ນຸ່ງ​ເຄື່ອງ​ອັນ​ສະຫງ່າງາມ ແລະ​ຂັດ​ສາຍ​ແອວ​ຄຳ​ຈາກ​ອູຟາດ.


ນາຍຊ່າງ​ຊາວ​ອິດສະຣາເອນ​ໄດ້​ສ້າງ​ຮູບເຄົາຣົບ ຮູບ​ນັ້ນ​ບໍ່ແມ່ນ​ພຣະເຈົ້າ ງົວ​ຄຳ​ທີ່​ຊາວ​ຊາມາເຣຍ​ຂາບໄຫວ້​ຈະ​ຖືກ​ທຳລາຍ​ໃຫ້​ໝຸ່ນ​ທະລາຍ​ໄປ.


ແຕ່​ໂຢນາ​ກັບ​ໄປ​ທາງ​ຕາກຊິດ ເພື່ອ​ຫລົບ​ໜີ​ຈາກ​ພຣະເຈົ້າຢາເວ. ເພິ່ນ​ໄດ້​ໄປ​ທີ່​ເມືອງ​ຢົບປາ ທີ່​ນັ້ນ​ເພິ່ນ​ໄດ້​ພົບ​ເຮືອ​ລຳ​ໜຶ່ງ ກຳລັງ​ຈະ​ໄປ​ຕາກຊິດ. ເພິ່ນ​ຈຶ່ງ​ຈ່າຍ​ຄ່າ​ໂດຍສານ ແລະ​ລົງ​ເຮືອ​ກັບ​ພວກ​ລູກເຮືອ, ແລ້ວ​ກໍ​ອອກ​ເດີນທາງ​ໄປ​ສູ່​ຕາກຊິດ ເພື່ອ​ຫລົບ​ໜີ​ຈາກ​ພຣະເຈົ້າຢາເວ.


ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ພວກເຈົ້າ​ເວົ້າ​ກັບ​ຮູບ​ໄມ້​ວ່າ, “ລຸກ​ຂຶ້ນ​ແມ” ຫລື​ເວົ້າ​ຕໍ່​ກ້ອນຫີນ​ວ່າ, “ຢືນ​ຂຶ້ນ​ແມ” ຮູບເຄົາຣົບ​ສະແດງ​ນິມິດ​ຢ່າງໃດ​ຢ່າງໜຶ່ງ​ໃຫ້​ພວກເຈົ້າ​ຮູ້​ໄດ້​ບໍ? ມັນ​ອາດ​ຈະ​ໂອບ​ດ້ວຍ​ເງິນ​ແລະ​ຄຳ ແຕ່​ມັນ​ບໍ່ມີ​ຊີວິດ​ຈິດໃຈ​ເລີຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka