ເຢເຣມີຢາ 10:8 - ພຣະຄຳພີສັກສິ8 ພວກເຂົາທັງໝົດນັ້ນໂງ່ຈ້າ ແລະງົມງາຍ ພວກເຂົາຮຽນຮູ້ຫຍັງແດ່ຈາກຮູບເຄົາຣົບທີ່ເປັນໄມ້? Uka jalj uñjjattʼäta |
ພວກເຈົ້າທຸກຄົນຈະໄດ້ຮັບຄວາມອັບອາຍ ຍ້ອນພວກເຈົ້າໄດ້ເວົ້າວ່າ, ‘ກົກໄມ້ແມ່ນພໍ່ຂອງພວກເຈົ້າ ແລະໂງ່ນຫີນແມ່ນແມ່ຂອງພວກເຈົ້າ.’ ເຫດການນີ້ຈະເກີດຂຶ້ນ ເພາະພວກເຈົ້າໄດ້ຫັນໜີໄປຈາກເຮົາ ແທນທີ່ຈະກັບຄືນມາຫາເຮົາ. ແຕ່ເມື່ອພວກເຈົ້າມີຄວາມເດືອດຮ້ອນ ພວກເຈົ້າຊໍ້າພັດຮ້ອງຂໍເຮົາໃຫ້ຊ່ວຍເຫລືອ.
ປະຊາຊົນປຶກສາກັບບັນດາຮູບເຄົາຣົບ ແລະໝໍດູໝໍມໍ ແຕ່ພວກມັນໃຫ້ຄຳຕອບທີ່ຕົວະ ແລະຫລອກລວງ. ບາງຄົນກໍແກ້ຄວາມຝັນ ແຕ່ເປັນຄຳຫລອກລວງພວກເຈົ້າເທົ່ານັ້ນ; ຄຳເລົ້າໂລມທີ່ພວກມັນໃຫ້ພວກເຈົ້ານັ້ນບໍ່ມີປະໂຫຍດ. ເພາະສະນັ້ນ ປະຊາຊົນຈຶ່ງຊັດເຊພະເນຈອນໄປດັ່ງຝູງແກະ. ພວກເຂົາຕົກຢູ່ໃນຄວາມເດືອດຮ້ອນຍ້ອນບໍ່ມີຜູ້ນຳພາ.