Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 10:7 - ພຣະຄຳພີສັກສິ

7 ຜູ້ໃດ​ແດ່​ບໍ່​ຍ້ອງຍໍ​ໃຫ້ກຽດ? ກະສັດ​ທຸກ​ຊົນຊາດ​ເອີຍ ພຣະອົງ​ເປັນ​ຜູ້​ສົມຄວນ​ຈະ​ໄດ້​ຮັບ​ກຽດຕິຍົດ. ທ່າມກາງ​ພວກ​ນັກປາດ​ຂອງ​ຊົນຊາດ​ທັງຫລາຍ ໃນ​ບັນດາ​ກະສັດ​ຂອງ​ພວກເຂົາ​ບໍ່ມີ​ຜູ້ໃດ​ຄື​ພຣະອົງ​ໄດ້.

Uka jalj uñjjattʼäta Copia luraña




ເຢເຣມີຢາ 10:7
28 Jak'a apnaqawi uñst'ayäwi  

ພວກເຈົ້າ​ຕ້ອງ​ນະມັດສະການ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ພຣະອົງ​ຈະ​ຊ່ວຍກູ້​ເອົາ​ພວກເຈົ້າ​ໃຫ້​ພົ້ນ​ຈາກ​ເຫຼົ່າ​ສັດຕູ​ຂອງ​ພວກເຈົ້າ.”


ພຣະເຈົ້າຢາເວ​ຊົງ​ຍິ່ງໃຫຍ່​ຫລາຍ ແລະ​ຄວນ​ເປັນ​ທີ່​ສັນລະເສີນ​ຢ່າງ​ສູງສົ່ງ; ພຣະອົງ​ຄວນ​ເປັນ​ທີ່​ຍົກຍໍ​ສັນລະເສີນ ໃຫ້ກຽດ​ສັກສີ​ກວ່າ​ພະອື່ນໆ​ທັງສິ້ນ.


ບັດນີ້ ເປັນ​ທຳນຽມ​ຂອງ​ກະສັດ ທີ່​ຈະ​ຕ້ອງ​ຖາມ​ຄວາມ​ເຫັນ​ຈາກ​ຜູ້ຊ່ຽວຊານ​ທາງດ້ານ​ກົດໝາຍ. ສະນັ້ນ ເພິ່ນ​ຈຶ່ງ​ໄດ້​ເອີ້ນ​ບັນດາ​ທີ່ປຶກສາ​ຂອງ​ເພິ່ນ​ມາ ແລະ​ຖາມ​ວ່າ​ຄວນ​ຈະ​ເຮັດ​ຢ່າງໃດ.


ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ​ຍິ່ງໃຫຍ່​ແລະ​ຊົງ​ຣິດອຳນາດ​ຫລາຍ ບໍ່ມີ​ຜູ້ໃດ​ທີ່​ຊັ່ງຊາ​ສະຕິປັນຍາ​ຂອງ​ພຣະອົງ​ໄດ້.


ທຸກ​ຊົນຊາດ​ເປັນ​ຂອງ​ພຣະເຈົ້າຢາເວ ພຣະອົງ​ປົກຄອງ​ເໜືອ​ຊົນຊາດ​ທັງຫລາຍ.


ພຣະອົງ​ໃຫ້​ພວກເຮົາ​ມີ​ໄຊຊະນະ​ເໜືອ​ຄົນ​ທັງຫລາຍ ແລະ​ໃຫ້​ປົກຄອງ​ເໜືອ​ບັນດາ​ປະຊາຊາດ.


ກະສັດ​ທຸກຄົນ​ຈະ​ກົ້ມ​ຂາບລົງ​ຕໍ່ໜ້າ​ເພິ່ນ ບັນດາ​ຊົນຊາດ​ທັງໝົດ​ຈະ​ຮັບໃຊ້​ເພິ່ນ.


ແຕ່​ພຣະອົງ​ເປັນ​ທີ່​ຢ້ານກົວ​ຢຳເກງ​ຂອງ​ທຸກຄົນ. ເມື່ອ​ພຣະອົງ​ໂກດຮ້າຍ ບໍ່ມີ​ຜູ້ໃດ​ກ້າ​ຢືນ​ຢູ່​ຊ້ອງໜ້າ​ພຣະອົງ


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ບໍ່ມີ​ພະ​ໃດ​ທີ່​ເປັນ​ດັ່ງ​ພຣະອົງ ບໍ່ມີ​ຜູ້ໃດ​ເຮັດ​ໃນ​ສິ່ງ​ທີ່​ພຣະອົງ​ເຮັດ​ນັ້ນ​ໄດ້.


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ທຸກ​ຊົນຊາດ​ທີ່​ພຣະອົງ​ໄດ້​ສ້າງ​ຈະ​ກົ້ມຂາບ​ພຣະອົງ ພວກເຂົາ​ຈະ​ຮ້ອງເພງ​ຍ້ອງຍໍ​ສັນລະເສີນ ຖວາຍ​ສະຫງ່າຣາສີ​ແດ່​ພຣະນາມ​ຂອງ​ພຣະອົງ.


ໃນ​ສະຫວັນ​ບໍ່ມີ​ຜູ້ໃດ​ເໝືອນ​ພຣະເຈົ້າຢາເວ ບໍ່ມີ​ຊາວ​ສະຫວັນ​ຄົນໃດ​ຈະ​ເທົ່າທຽມ​ພຣະເຈົ້າຢາເວ​ໄດ້.


ກະສັດ​ຟາໂຣ​ບອກ​ວ່າ, “ໃຫ້​ພາວັນນາ​ອະທິຖານ​ເພື່ອ​ເຮົາ​ໃນ​ມື້ອື່ນ.” ໂມເຊ​ຕອບ​ວ່າ, “ຂ້ານ້ອຍ​ຈະ​ເຮັດ​ຕາມ​ທີ່​ທ່ານ​ຂໍຮ້ອງ​ມາ​ນັ້ນ ແລ້ວ​ທ່ານ​ກໍ​ຈະ​ໄດ້​ຮູ້​ວ່າ ບໍ່ມີ​ພະອື່ນ​ໃດ​ເໝືອນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ.


ໃນ​ເທື່ອ​ນີ້ ເຮົາ​ຈະ​ບໍ່​ລົງໂທດ​ບັນດາ​ຂ້າຣາຊການ ແລະ​ປະຊາຊົນ​ຂອງ​ເຈົ້າ​ເທົ່ານັ້ນ; ແຕ່​ເຮົາ​ຈະ​ລົງໂທດ​ເຈົ້າ​ເຊັ່ນກັນ​ເພື່ອ​ເຈົ້າ​ຈະ​ໄດ້​ຮູ້​ວ່າ ທົ່ວ​ເທິງ​ແຜ່ນດິນ​ໂລກນີ້​ບໍ່ມີ​ພະອື່ນ​ໃດ​ເທົ່າທຽມ​ເຮົາ.


ພຣະອົງ​ຈະ​ຕັດສິນ​ການ​ຂັດແຍ່ງ ໃນ​ທ່າມກາງ​ຊົນຊາດ​ທັງຫລາຍ. ພວກເຂົາ​ຈະ​ຕີ​ດາບ​ເປັນ​ໝາກ​ສົບໄຖ ແລະ​ຕີ​ຫອກ​ເປັນ​ມີດ​ຕອນ​ຕົ້ນໄມ້. ຊົນຊາດ​ທັງຫລາຍ​ຈະ​ບໍ່​ເຮັດ​ເສິກ​ອີກ​ຕໍ່ໄປ ຈະ​ບໍ່​ຕຽມ​ເຂົ້າ​ສູ່​ການ​ສົງຄາມ​ອີກ​ຈັກເທື່ອ.


ຂ້າແດ່​ພຣະເຈົ້າຢາເວ ບໍ່ມີ​ພຣະເຈົ້າ​ອື່ນໃດ​ແລ້ວ​ຄື​ພຣະອົງ ພຣະອົງ​ຊົງ​ຍິ່ງໃຫຍ່​ແລະ​ພຣະນາມ​ຂອງ​ພຣະອົງ​ກໍ​ຊົງ​ມີ​ຣິດເດດ​ອຳນາດ​ອັນ​ຍິ່ງໃຫຍ່.


ເຮົາ​ແມ່ນ​ພຣະເຈົ້າຢາເວ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ຢຳເກງ​ເຮົາ? ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ຢ້ານກົວ​ຕົວສັ່ນ​ຕໍ່ໜ້າ​ເຮົາ? ເຮົາ​ເປັນ​ຜູ້​ຈັດສັນ​ດິນ​ຊາຍ​ໄວ້​ເປັນ​ເຂດ​ອ້ອມ​ທະເລ ເພື່ອ​ໃຫ້​ເປັນ​ເຄື່ອງ​ກີດກັ້ນ​ອັນ​ຖາວອນ​ບໍ່​ໃຫ້​ນໍ້າ​ທະເລ​ຜ່ານ​ໄປ​ໄດ້. ນໍ້າ​ທະເລ​ອາດ​ໂຍກຂຶ້ນ​ໂຍກລົງ ແຕ່​ກໍ​ເລີຍ​ຂອບເຂດ​ນັ້ນ​ໄປ​ບໍ່ໄດ້; ຄື້ນ​ທະເລ​ອາດ​ດັງ​ກ້ອງສະໜັ່ນ ແຕ່​ກໍ​ຜ່ານ​ໄປ​ບໍ່ໄດ້.


ດານີເອນ​ຕອບ​ວ່າ, “ຂ້າແດ່​ພະຣາຊາ ບໍ່ມີ​ໝໍຜີ, ໝໍມົນ, ໝໍມໍ, ຫລື​ໝໍໂຫນ​ຜູ້ໃດ​ດອກ ທີ່​ບອກ​ຄວາມ​ເລິກລັບ​ນີ້​ໄດ້.


ແຕ່​ມີ​ພຣະເຈົ້າ​ອົງ​ໜຶ່ງ ເທິງ​ສະຫວັນ ທີ່​ເປີດເຜີຍ​ຄວາມ​ເລິກລັບ​ທັງຫລາຍ. ພຣະອົງ​ໄດ້​ບອກ​ພະຣາຊາ​ຂອງ​ຂ້ານ້ອຍ​ໃຫ້​ຮູ້​ເຖິງ​ສິ່ງ​ທີ່​ຈະ​ເກີດຂຶ້ນ​ໃນ​ອະນາຄົດ. ບັດນີ້ ຂ້ານ້ອຍ​ຈະ​ບອກ​ຄວາມຝັນ ແລະ​ນິມິດ​ທີ່​ທ່ານ​ມີ​ຂະນະທີ່​ທ່ານ​ໄດ້​ນອນ​ຫລັບ​ຢູ່ນັ້ນ.


ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ໄດ້ຍິນ​ເຖິງ​ສິ່ງ​ທີ່​ຊົງ​ໄດ້​ກະທຳ, ຂ້ານ້ອຍ​ຈຶ່ງ​ເຕັມ​ໄປ​ດ້ວຍ​ຄວາມ​ຢຳເກງ​ຍິ່ງ. ບັດນີ້ ໂຜດ​ຮື້ຟື້ນ​ໃໝ່​ໃນ​ສະໄໝ​ພວກ​ຂ້ານ້ອຍ​ແດ່​ນາ ກິດຈະການ​ອັນ​ຍິ່ງໃຫຍ່​ທີ່​ພຣະເຈົ້າຢາເວ​ໄດ້​ກະທຳ​ນັ້ນ ເຖິງ​ວ່າ​ເມື່ອ​ພຣະອົງ​ລົງໂທດ​ໂກດຮ້າຍ​ກໍຕາມ ໂຜດ​ເມດຕາ​ສົງສານ​ພວກ​ຂ້ານ້ອຍ​ແດ່ທ້ອນ.


ໃນ​ເວລາ​ນັ້ນ​ຈະ​ມີ​ຫລາຍ​ຊົນຊາດ​ມາ​ຫາ​ພຣະເຈົ້າຢາເວ ແລະ​ກາຍເປັນ​ປະຊາຊົນ​ຂອງ​ພຣະອົງ. ພຣະອົງ​ຈະ​ຢູ່​ທ່າມກາງ​ພວກເຈົ້າ ແລະ​ພວກເຈົ້າ​ກໍ​ຈະ​ຮູ້​ວ່າ​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ໄດ້​ໃຊ້​ຂ້າພະເຈົ້າ​ມາ​ຫາ​ພວກເຈົ້າ.


ນາມຊື່​ຂອງ​ເຮົາ​ເປັນ​ທີ່​ຍິ່ງໃຫຍ່​ໃນ​ທ່າມກາງ​ບັນດາ​ປະຊາຊາດ​ທົ່ວໂລກ ຈາກ​ທິດ​ຕາເວັນອອກ​ເຖິງ​ທິດ​ຕາເວັນຕົກ. ໃນ​ທຸກທີ່​ທຸກບ່ອນ​ມີ​ຄົນ​ເຜົາ​ເຄື່ອງຫອມ​ຖວາຍ​ແກ່​ນາມຊື່​ຂອງ​ເຮົາ ແລະ​ໄດ້ນຳ​ເຄື່ອງບູຊາ​ທີ່​ບໍຣິສຸດ​ມາຖວາຍ​ແກ່​ນາມຊື່​ຂອງ​ເຮົາ. ເພາະ​ນາມຊື່​ຂອງ​ເຮົາ​ເປັນ​ທີ່​ຍິ່ງໃຫຍ່​ໃນ​ທ່າມກາງ​ບັນດາ​ປະຊາຊາດ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ເຮົາ​ຈະ​ເຕືອນ​ໃຫ້​ພວກເຈົ້າ​ຮູ້​ວ່າ ຜູ້ໃດ​ທີ່​ພວກເຈົ້າ​ຄວນ​ຢ້ານ ຈົ່ງ​ຢ້ານ​ພຣະເຈົ້າ​ຜູ້​ທີ່​ມີ​ສິດ​ອຳນາດ ທີ່​ຈະ​ຂ້າ​ແລະ​ຖິ້ມ​ລົງ​ໃນ​ນະຣົກ​ໄດ້ ແມ່ນ​ແທ້​ເຮົາ​ບອກ​ພວກເຈົ້າ​ວ່າ ຈົ່ງ​ຢ້ານ​ພຣະອົງ​ນັ້ນ​ແຫຼະ.”


ແຕ່​ສຳລັບ​ພວກເຮົາ​ນັ້ນ ມີ​ພຣະເຈົ້າ​ອົງ​ດຽວ ຄື​ພຣະບິດາເຈົ້າ ແລະ​ສິ່ງສາລະພັດ​ທັງປວງ​ເກີດ​ມາ​ຈາກ​ພຣະອົງ ແລະ​ພວກເຮົາ​ເປັນ​ມາ​ເພື່ອ​ພຣະອົງ ແລະ​ມີ​ອົງພຣະ​ຜູ້​ເປັນເຈົ້າ​ອົງ​ດຽວ ຄື​ພຣະເຢຊູ​ຄຣິດເຈົ້າ ແລະ ສິ່ງສາລະພັດ​ກໍ​ເກີດຂຶ້ນ​ໂດຍ​ພຣະອົງ ແລະ​ເຮົາ​ກໍ​ເປັນ​ມາ​ໂດຍ​ພຣະອົງ.


ເພາະ​ເລື່ອງ​ນີ້​ທຸກໆ​ຄົນ​ທີ່​ເທິງ​ແຜ່ນດິນ​ໂລກ​ຈະ​ຮູ້​ວ່າ ພຣະຫັດ​ຂອງ​ພຣະເຈົ້າຢາເວ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ເທົ່າ​ໃດ ແລະ​ພວກເຈົ້າ​ກໍ​ຈະ​ຢຳເກງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ສືບໄປ.”


ເມື່ອ​ເທວະດາ​ຕົນ​ທີ​ເຈັດ​ໄດ້​ເປົ່າແກ​ຂອງຕົນ​ແລ້ວ ກໍ​ມີ​ຫຼາຍ​ສຽງດັງ​ຈາກ​ສະຫວັນ ກ່າວ​ວ່າ, “ຣາຊອານາຈັກ​ໂລກນີ້ ເປັນ​ກຳມະສິດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ ແລະ​ຂອງ​ພຣະຄຣິດ​ຂອງ​ພຣະອົງ ແລະ​ພຣະອົງ​ຈະ​ປົກຄອງ​ຕະຫລອດ​ຊົ່ວ​ນິຣັນດອນ.”


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ໃຜ​ໜໍ​ຈະ​ບໍ່​ຢຳເກງ​ພຣະອົງ ແລະ​ຈະ​ບໍ່​ຖວາຍ​ກຽດ​ແດ່​ພຣະນາມ​ຂອງ​ພຣະອົງ ເພາະ​ພຣະອົງ​ຜູ້​ດຽວ​ຊົງ​ເປັນ​ຜູ້​ບໍຣິສຸດ. ປະຊາຊາດ​ທັງປວງ​ຈະ​ມາ​ນະມັດສະການ ຕໍ່​ພຣະພັກ​ພຣະອົງ ເພາະ​ກິດຈະການ​ອັນ​ຍຸດຕິທຳ​ຂອງ​ພຣະອົງ ກໍ​ປາກົດ​ແຈ້ງ​ແລ້ວ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka