Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 10:5 - ພຣະຄຳພີສັກສິ

5 ຮູບເຄົາຣົບ​ນີ້ ຄື​ເປັນ​ດັ່ງ​ຫຸ່ນ​ທີ່​ສວນ​ໝາກແຕງໂມ ຊຶ່ງ​ສາມາດ​ເວົ້າຈາ ຫລື​ປາໄສ​ຫຍັງ​ບໍ່ໄດ້; ຄົນ​ຕ້ອງ​ຫາມ​ຍົກຍ້າຍ​ເພາະ​ມັນ​ຍ່າງ​ບໍ່​ເປັນ ຢ່າສູ່​ຢ້ານກົວ​ຮູບເຄົາຣົບ​ເຫຼົ່ານີ້​ເທາະ ເພາະ​ມັນ​ທຳຮ້າຍ​ພວກເຈົ້າ​ບໍ່ໄດ້​ເລີຍ ມັນ​ບໍ່​ເຮັດ​ຫຍັງ​ດີ​ໃຫ້​ແກ່​ພວກເຈົ້າ​ໄດ້​ດ້ວຍ.”

Uka jalj uñjjattʼäta Copia luraña




ເຢເຣມີຢາ 10:5
16 Jak'a apnaqawi uñst'ayäwi  

ພວກເຂົາ​ຈຶ່ງ​ເອົາ​ງົວເຖິກ​ທີ່​ນຳ​ມາ​ໃຫ້​ພວກຕົນ​ນັ້ນ​ໄປ​ຈັດແຈ່ງ ແລະ​ພາວັນນາ​ອະທິຖານ​ຫາ​ນາມຊື່​ພະບາອານ​ຈົນເຖິງ​ທ່ຽງ. ພວກເຂົາ​ຮ້ອງ​ຂຶ້ນ​ວ່າ, “ໂອ ພະບາອານ​ເອີຍ ຈົ່ງ​ຕອບ​ພວກ​ຂ້ານ້ອຍ​ດ້ວຍ.” ພວກເຂົາ​ຟ້ອນ​ອ້ອມ​ແທ່ນບູຊາ​ທີ່​ພວກເຂົາ​ກໍ່​ຂຶ້ນ​ນັ້ນ ແຕ່​ບໍ່ມີ​ສຽງ​ຕອບ​ໃດໆ​ເລີຍ.


ການ​ເຮັດ​ເຊັ່ນ​ນີ້​ພາ​ໃຫ້​ພຣະເຈົ້າຢາເວ​ໂກດຮ້າຍ; ສະນັ້ນ ພຣະອົງ​ຈຶ່ງ​ໄດ້​ໃຊ້​ຜູ້ທຳນວາຍ​ຄົນ​ໜຶ່ງ​ໄປ​ຫາ​ອາມາຊີຢາ. ຜູ້ທຳນວາຍ​ໄດ້​ຖາມ​ເພິ່ນ​ວ່າ, “ເປັນຫຍັງ​ທ່ານ​ຈຶ່ງ​ຂາບໄຫວ້​ພະ​ຕ່າງຊາດ ທີ່​ຊ່ວຍ​ແມ່ນແຕ່​ປະຊາຊົນ​ຂອງ​ຕົນເອງ​ຈາກ​ອຳນາດ​ຂອງທ່ານ​ບໍ່ໄດ້?”


ປະຊາຊົນ​ຊາວ​ໂມອາບ​ໝົດ​ກຳລັງ​ແລ້ວ ທີ່​ຈະ​ໄປ​ເທິງ​ພູເຂົາ​ທີ່​ມີ​ຮູບເຄົາຣົບ​ຂອງ​ພວກເຂົາ ແລະ​ໄປ​ຍັງ​ວິຫານ​ຂອງ​ພວກເຂົາ​ເພື່ອ​ໄຫວ້ວອນ ແຕ່​ຈະ​ບໍ່ມີ​ປະໂຫຍດ​ຫຍັງ​ເລີຍ.


ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ກ່າວ​ວ່າ, “ຈົ່ງ​ພາກັນ​ມາ​ເຖີດ ຊົນຊາດ​ທີ່​ລອດ​ຈາກ​ອານາຈັກ​ລົ້ມ​ທະລາຍ​ນັ້ນ; ສະເໜີ​ພວກເຈົ້າ​ສຳລັບ​ການ​ສອບສວນ​ຄະດີ​ເບິ່ງດູ ຜູ້​ທີ່​ແຫ່​ຂະບວນ​ກັບ​ຮູບເຄົາຣົບ​ໄມ້​ຂອງຕົນ​ນັ້ນ ທັງ​ພາວັນນາ​ອະທິຖານ​ຕໍ່​ບັນດາ​ພະ​ທີ່​ຊ່ວຍ​ຫຍັງ​ບໍ່ໄດ້​ເລີຍ ຄື​ພວກ​ທີ່​ບໍ່​ຮູ້ຈັກ​ເລື່ອງລາວ​ຫຍັງໝົດ.


“ນີ້​ຄື​ຈຸດຈົບ​ຂອງ​ບັນດາ​ພະ​ທີ່​ນະຄອນ​ບາບີໂລນ ພະ​ເບັນ​ແລະ​ເນໂບ ທີ່​ຄັ້ງ​ໜຶ່ງ ຊາວ​ນະຄອນ​ໄດ້​ຂາບໄຫວ້ ແຕ່​ບັດນີ້ ພະ​ເຫຼົ່ານັ້ນ​ຖືກ​ບັນທຸກ​ໃສ່​ຫລັງ​ລໍ ເປັນ​ພາລະໜັກ​ໃຫ້​ສັດ​ທີ່​ກຳລັງ​ອິດເມື່ອຍ.


ພວກເຂົາ​ຍົກ​ມັນ​ຂຶ້ນ​ໃສ່​ບ່າ ແລະ​ພາກັນ​ຫາມ​ໄປ ວາງ​ຮູບພະ​ລົງ​ຢູ່​ທີ່ໃດ ມັນ​ກໍ​ຢືນ​ຢູ່​ທີ່ນັ້ນ ມັນ​ເໜັງຕີງ​ຍ້າຍ​ໄປມາ​ບ່ອນໃດ​ບໍ່ໄດ້​ເລີຍ ຖ້າ​ຜູ້ໃດ​ຜູ້ໜຶ່ງ​ພາວັນນາ​ອະທິຖານ​ມັນ​ກໍ​ຕອບ​ຫຍັງ​ບໍ່ໄດ້ ຫລື​ບໍ່​ສາມາດ​ຊ່ວຍ​ຄົນໃດ​ຄົນໜຶ່ງ​ໄດ້​ເລີຍ ໃຫ້​ພົ້ນ​ຈາກ​ໄພພິບັດ​ທີ່​ມາ​ປະເຊີນ​ນັ້ນ.


ເມື່ອ​ເບິ່ງ​ສິ່ງ​ນີ້ ຄົນ​ຊ່າງ​ໂງ່ຈ້າ ແລະ​ບໍ່​ເຂົ້າໃຈ; ຄື​ພວກ​ທີ່​ເຮັດ​ຮູບເຄົາຣົບ ກໍ​ງົມງາຍ​ກັນ​ທັງນັ້ນ ເພາະ​ບັນດາ​ພະ​ທີ່​ພວກເຂົາ​ໄດ້​ເຮັດ​ຂຶ້ນ​ມາ ລ້ວນແຕ່​ເປັນ​ພະ​ຈອມປອມ​ແລະ​ບໍ່ມີ​ຊີວິດ.


ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ພວກເຈົ້າ​ເວົ້າ​ກັບ​ຮູບ​ໄມ້​ວ່າ, “ລຸກ​ຂຶ້ນ​ແມ” ຫລື​ເວົ້າ​ຕໍ່​ກ້ອນຫີນ​ວ່າ, “ຢືນ​ຂຶ້ນ​ແມ” ຮູບເຄົາຣົບ​ສະແດງ​ນິມິດ​ຢ່າງໃດ​ຢ່າງໜຶ່ງ​ໃຫ້​ພວກເຈົ້າ​ຮູ້​ໄດ້​ບໍ? ມັນ​ອາດ​ຈະ​ໂອບ​ດ້ວຍ​ເງິນ​ແລະ​ຄຳ ແຕ່​ມັນ​ບໍ່ມີ​ຊີວິດ​ຈິດໃຈ​ເລີຍ.


ເຈົ້າ​ທັງຫລາຍ​ກໍ​ຮູ້​ຢູ່​ວ່າ​ແຕ່​ກ່ອນ ເມື່ອ​ພວກເຈົ້າ​ຍັງ​ເປັນ​ຄົນ​ທີ່​ບໍ່​ເຊື່ອ​ນັ້ນ ພວກເຈົ້າ​ໄດ້​ຖືກ​ຊັກນຳ​ໃຫ້​ຫລົງ​ໄປ​ຫາ​ຮູບເຄົາຣົບ​ທີ່​ປາກ​ບໍ່​ເປັນ ຕາມ​ທີ່​ມີ​ຜູ້​ຊັກນຳ​ໄປ​ນັ້ນ.


ເລື່ອງ​ການ​ກິນ​ອາຫານ ທີ່​ເຂົາ​ເອົາ​ບູຊາ​ແກ່​ພະທຽມ​ນັ້ນ, ເຮົາ​ທັງຫລາຍ​ຮູ້​ຢູ່​ວ່າ, “ພະທຽມ​ນັ້ນ ບໍ່​ເປັນ​ຂອງ​ແທ້” ແລະ “ມີ​ພຣະເຈົ້າ​ແທ້​ແຕ່​ອົງ​ດຽວ.”


ໃນ​ທີ່ນັ້ນ ພວກເຈົ້າ​ຈະ​ຮັບໃຊ້​ພະ​ໄມ້ ແລະ​ພະ​ຫີນ​ຊຶ່ງ​ມະນຸດ​ໄດ້​ປະດິດ​ຂຶ້ນ ຄື​ພະ​ທີ່​ເບິ່ງ​ບໍ່​ເຫັນ ແລະ​ຟັງ​ບໍ່ໄດ້ຍິນ ທັງ​ກິນ​ຫລື​ດົມ​ກິ່ນ​ບໍ່ໄດ້​ດ້ວຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka