Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 10:4 - ພຣະຄຳພີສັກສິ

4 ແລ້ວ​ພວກເຂົາ​ກໍໄດ້​ເອົາ​ເງິນຄຳ​ມາ​ຕົບແຕ່ງ ພວກເຂົາ​ໄດ້​ໃຊ້​ຕະປູ​ຕອກ​ຈັບ​ໄວ້​ເພື່ອ​ບໍ່​ໃຫ້​ລົ້ມລົງ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 10:4
9 Jak'a apnaqawi uñst'ayäwi  

ພະ​ຂອງ​ພວກເຂົາ​ນັ້ນ​ເຮັດ​ດ້ວຍ​ເງິນ ດ້ວຍ​ຄຳ​ ຖືກ​ສ້າງ​ຂຶ້ນ​ມາ​ດ້ວຍ​ມື​ຂອງ​ມະນຸດ.


ພະ​ຂອງ​ບັນດາ​ຊົນຊາດ​ເຮັດ​ດ້ວຍ​ເງິນ​ດ້ວຍ​ຄຳ​ ຖືກ​ສ້າງ​ຂຶ້ນ​ມາ​ໂດຍ​ມື​ມະນຸດ.


ຊ່າງ​ຕີເຫລັກ​ເອົາ​ໂລຫະ​ມາ​ຫລອມ. ແຂນ​ອັນ​ແຂງແຮງ​ຂອງ​ລາວ​ກໍ​ໃຊ້​ຄ້ອນ​ຕີ​ໂລຫະ​ໃຫ້​ເປັນ​ຮູບ. ໃນ​ເວລາ​ທີ່​ເຮັດ​ວຽກ​ຢູ່ນັ້ນ ລາວ​ກໍ​ຫິວເຂົ້າ, ຢາກ​ນໍ້າ ແລະ​ອິດເມື່ອຍ.


ປະຊາຊົນ​ໄຂ​ກະເປົາ ແລະ​ຖອກ​ຄຳ​ອອກ​ມາ ຊັ່ງ​ເບິ່ງ​ນໍ້າໜັກ​ເງິນ​ໃສ່​ຊິງ​ທີ່​ພວກເຂົາ​ມີ​ນັ້ນ. ພວກເຂົາ​ຈ້າງ​ຊ່າງ​ຫລອມ​ຄຳ​ໃຫ້​ເຮັດ​ເປັນ​ຮູບພະ ແລ້ວ​ກໍ​ຂາບໄຫວ້​ຮູບພະ​ທີ່​ໄດ້​ສ້າງ​ຂຶ້ນ​ມາ.


ພວກເຂົາ​ຍົກ​ມັນ​ຂຶ້ນ​ໃສ່​ບ່າ ແລະ​ພາກັນ​ຫາມ​ໄປ ວາງ​ຮູບພະ​ລົງ​ຢູ່​ທີ່ໃດ ມັນ​ກໍ​ຢືນ​ຢູ່​ທີ່ນັ້ນ ມັນ​ເໜັງຕີງ​ຍ້າຍ​ໄປມາ​ບ່ອນໃດ​ບໍ່ໄດ້​ເລີຍ ຖ້າ​ຜູ້ໃດ​ຜູ້ໜຶ່ງ​ພາວັນນາ​ອະທິຖານ​ມັນ​ກໍ​ຕອບ​ຫຍັງ​ບໍ່ໄດ້ ຫລື​ບໍ່​ສາມາດ​ຊ່ວຍ​ຄົນໃດ​ຄົນໜຶ່ງ​ໄດ້​ເລີຍ ໃຫ້​ພົ້ນ​ຈາກ​ໄພພິບັດ​ທີ່​ມາ​ປະເຊີນ​ນັ້ນ.


ພວກເຂົາ​ຍັງ​ສືບຕໍ່​ເຮັດ​ບາບ ໂດຍ​ຫລໍ່​ຮູບ​ດ້ວຍ​ໂລຫະ​ໄວ້​ຂາບໄຫວ້ ຄື​ຫລໍ່​ຮູບເຄົາຣົບ​ເປັນ​ເງິນ ອອກ​ແບບ​ຕາມ​ຄວາມຄິດ​ຂອງ​ມະນຸດ ແລະ​ເຮັດ​ຂຶ້ນ​ດ້ວຍ​ສີມື​ຂອງ​ມະນຸດ. ແລ້ວ​ພວກເຂົາ​ກໍ​ເວົ້າ​ວ່າ, “ຈົ່ງ​ຖວາຍ​ເຄື່ອງ​ເຜົາບູຊາ​ແກ່​ຮູບ​ເຫຼົ່ານີ້.” ຄົນ​ຈະ​ຈູບ​ຮູບ​ນັ້ນ​ໄດ້​ບໍ? ເພາະ​ມັນ​ເປັນ​ຮູບ​ງົວເຖິກ.


ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ພວກເຈົ້າ​ເວົ້າ​ກັບ​ຮູບ​ໄມ້​ວ່າ, “ລຸກ​ຂຶ້ນ​ແມ” ຫລື​ເວົ້າ​ຕໍ່​ກ້ອນຫີນ​ວ່າ, “ຢືນ​ຂຶ້ນ​ແມ” ຮູບເຄົາຣົບ​ສະແດງ​ນິມິດ​ຢ່າງໃດ​ຢ່າງໜຶ່ງ​ໃຫ້​ພວກເຈົ້າ​ຮູ້​ໄດ້​ບໍ? ມັນ​ອາດ​ຈະ​ໂອບ​ດ້ວຍ​ເງິນ​ແລະ​ຄຳ ແຕ່​ມັນ​ບໍ່ມີ​ຊີວິດ​ຈິດໃຈ​ເລີຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka