Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 10:25 - ພຣະຄຳພີສັກສິ

25 ຈົ່ງ​ໃຫ້​ຄວາມ​ໂກດຮ້າຍ​ຫັນໄປ​ສູ່​ຊົນຊາດ​ອື່ນ​ສາ ຄື​ຊົນຊາດ​ທັງຫລາຍ​ທີ່​ບໍ່​ນະມັດສະການ​ພຣະເຈົ້າ ແລະ​ຫັນໄປ​ສູ່​ປະຊາຊົນ​ທີ່​ໄດ້​ປະຖິ້ມ​ພຣະອົງ​ໄປ ພວກເຂົາ​ໄດ້​ສັງຫານ​ປະຊາຊົນ​ຂອງ​ພຣະເຈົ້າ ພວກເຂົາ​ໄດ້​ທຳລາຍ​ພວກ​ຂ້ານ້ອຍ​ໃຫ້​ດັບສູນໄປ ແລະ​ປ່ອຍ​ໃຫ້​ດິນແດນ​ຕ້ອງ​ເພພັງ​ຮົກຮ້າງ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 10:25
28 Jak'a apnaqawi uñst'ayäwi  

ຊາຕາກຳ​ຂອງ​ຄົນຊົ່ວ​ນັ້ນ​ກໍ​ເປັນ​ດັ່ງນີ້ແຫລະ ຄື​ຜູ້​ທີ່​ບໍ່ໄດ້​ບົວລະບັດ​ພຣະເຈົ້າ​ຂອງຕົນ​ຢ່າງ​ຖືກຕ້ອງ.”


ພຣະເຈົ້າຢາເວ​ຖາມ​ວ່າ, “ພວກເຂົາ​ບໍ່ມີ​ປັນຍາ​ຫລືນີ້? ຄົນຊົ່ວຊ້າ​ເຫຼົ່ານີ້​ໂງ່ຈ້າ​ກັນ​ໝົດ​ຫລືນີ້? ພວກເຂົາ​ມີ​ຊີວິດ​ຢູ່​ເພື່ອ​ປຸ້ນຈີ້​ປະຊາຊົນ​ຂອງເຮົາ ແລະ​ບໍ່ເຄີຍ​ພາວັນນາ​ອະທິຖານ​ຫາ​ເຮົາ​ຈັກເທື່ອ.”


ພຣະອົງ​ບໍ່ໄດ້​ເຮັດ​ເຊັ່ນນີ້​ສຳລັບ​ຊົນຊາດ​ອື່ນໃດ ພວກເຂົາ​ຈຶ່ງ​ບໍ່ໄດ້​ຮູ້ຈັກ​ກົດບັນຍັດ. ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ​ເຖີດ.


ເມື່ອ​ຄົນຊົ່ວ​ໂຈມຕີ​ທັງ​ຫາ​ທາງ​ທີ່​ຈະ​ສັງຫານ ພວກເຂົາ​ກໍ​ຈະ​ຖືກ​ຕ້ານທານ​ໂດຍ​ເຕະ​ສະດຸດ​ລົ້ມ.


ຈົ່ງ​ຖອກເທ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ໃສ່​ພວກເຂົາ ຈົ່ງ​ປ່ອຍ​ຄວາມ​ໂກດແຄ້ນ​ໄລ່​ຄຸບ​ພວກເຂົາ​ເຖີດ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ອິດສະຣາເອນ​ເອີຍ ພວກເຈົ້າ​ເບື່ອ​ແລະ​ບໍ່​ນະມັດສະການ​ເຮົາ​ອີກ.


ບໍ່ມີ​ຜູ້ໃດ​ທີ່​ພາວັນນາ​ອະທິຖານ​ຮ້ອງຫາ​ນາມຊື່​ຂອງ​ພຣະອົງ; ບໍ່ມີ​ຜູ້ໃດ​ໄປ​ຂໍ​ໃຫ້​ພຣະອົງ​ຊ່ວຍເຫລືອ. ພຣະອົງ​ໄດ້​ລີ້​ພຣະອົງ​ເອງ​ແລະ​ໄດ້​ປະຖິ້ມ ພວກ​ຂ້ານ້ອຍ ກໍ​ເພາະ​ການບາບ​ຂອງ​ພວກ​ຂ້ານ້ອຍ.


ພວກ​ຊີເຣຍ​ຢູ່​ທາງທິດ​ຕາເວັນອອກ ແລະ​ພວກ​ຟີລິດສະຕິນ​ຢູ່​ທາງ​ທິດ​ຕາເວັນຕົກ ຕ່າງ​ກໍ​ອ້າ​ປາກ​ເພື່ອ​ຈະ​ກືນກິນ​ອິດສະຣາເອນ. ເຖິງ​ປານ​ນັ້ນ​ກໍຕາມ ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ກໍ​ຍັງ​ບໍ່​ສິ້ນສຸດ; ແຕ່​ມື​ພຣະອົງ​ຍັງ​ຢຽດ​ອອກ​ຢູ່​ເພື່ອ​ລົງໂທດ​ພວກເຂົາ.


ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້ານ້ອຍ​ວ່າ,


ແຕ່​ບັດນີ້ ທຸກຄົນ​ທີ່​ກືນ​ພວກເຈົ້າ​ຈະ​ຖືກ​ກືນຄືນ ແລະ​ເຫຼົ່າ​ສັດຕູ​ຈະ​ຖືກ​ຈັບ​ເປັນ​ຊະເລີຍ​ໝົດສິ້ນ. ທຸກຄົນ​ທີ່​ກົດຂີ່​ພວກເຈົ້າ​ຈະ​ຖືກ​ກົດຂີ່​ຄືນ ທຸກຄົນ​ທີ່​ປຸ້ນ​ພວກເຈົ້າ​ຈະ​ຖືກ​ປຸ້ນຄືນ.


“ປະຊາຊົນ​ອິດສະຣາເອນ​ປຽບ​ດັ່ງ​ຝູງແກະ ທີ່​ຖືກ​ໂຕສິງ​ໄລ່​ໃຫ້​ກະຈັດ​ກະຈາຍ​ໄປ. ທຳອິດ ພວກເຂົາ​ຖືກ​ຈັກກະພັດ​ອັດຊີເຣຍ​ໂຈມຕີ; ຕໍ່ມາ ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ໄດ້​ຫັກ​ກະດູກ​ພວກເຂົາ.”


ພວກເຂົາ​ຖືກ​ທຳລາຍ​ຈາກ​ທຸກໆຄົນ​ທີ່​ໄດ້​ພົບ​ເຫັນ​ພວກເຂົາ. ເຫຼົ່າ​ສັດຕູ​ຂອງ​ພວກເຂົາ​ເວົ້າ​ວ່າ, ‘ສິ່ງ​ທີ່​ພວກເຮົາ​ໄດ້​ເຮັດ​ບໍ່​ຜິດ ເພາະ​ພວກເຂົາ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ອົງ​ເປັນ​ທີ່ຢູ່​ອັນ​ແທ້ຈິງ; ຕໍ່ສູ້​ພຣະເຈົ້າຢາເວ ອົງ​ເປັນ​ຄວາມຫວັງ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ.’


ເຫຼົ່າ​ສັດຕູ​ຂອງ​ພວກເຮົາ​ໄດ້​ມາຮອດ​ເມືອງ​ດານ​ແລ້ວ ເພາະ​ພວກເຮົາ​ໄດ້ຍິນ​ສຽງ​ມ້າ​ຂອງ​ພວກເຂົາ​ຫາຍໃຈ. ດິນແດນ​ທັງໝົດ​ກໍ​ສັ່ນສະເທືອນ ເມື່ອ​ມ້າ​ຂອງ​ພວກເຂົາ​ຮ້ອງ. ເຫຼົ່າ​ສັດຕູ​ໄດ້​ມາ​ທຳລາຍ​ດິນແດນ​ຂອງ​ພວກເຮົາ ພ້ອມ​ກັບ​ທຸກສິ່ງ​ໃນ​ດິນແດນ ຄື​ຕະຫລອດ​ທັງ​ເມືອງ ແລະ​ປະຊາຊົນ​ທຸກຄົນ​ດ້ວຍ.”


ພຣະອົງ​ໄດ້​ເຊີນ​ໃຫ້​ເຫຼົ່າ​ສັດຕູ​ມາ​ງານລ້ຽງ ຄື​ນຳ​ເອົາ​ຄວາມຢ້ານ​ໃຫຍ່​ອ້ອມ​ຂ້ານ້ອຍ​ໄວ້ ໃນ​ວັນ​ທີ່​ພຣະເຈົ້າຢາເວ​ໂກດຮ້າຍ​ນັ້ນ​ບໍ່ມີ​ຜູ້ໃດ​ໜີໄປ​ໄດ້​ເລີຍ ພວກເຂົາ​ໄດ້​ຂ້າ​ລູກໆ​ທີ່​ຂ້ານ້ອຍ​ຮັກ​ລ້ຽງດູ​ມານັ້ນ.


ເຮົາ​ຈະ​ທຳລາຍ​ພວກ​ທີ່​ໄດ້​ຫັນ​ໜີໄປ​ຈາກ​ເຮົາ ແລະ​ບໍ່​ຕິດຕາມ​ພຣະເຈົ້າຢາເວ​ອີກ​ຕໍ່ໄປ ຄື​ພວກ​ທີ່​ບໍ່​ມາ​ຫາ​ພຣະເຈົ້າຢາເວ ຫລື​ບໍ່​ມາ​ຂໍ​ໃຫ້​ເຮົາ​ນຳພາ​ພວກເຂົາ.”


ພຣະເຈົ້າຢາເວ​ກ່າວ​ວ່າ, “ຄອຍຖ້າ​ເບິ່ງ ຄອຍຖ້າ​ວັນ​ທີ່​ເຮົາ​ລຸກຂຶ້ນ​ກ່າວໂທດ​ຊົນຊາດ​ທັງຫລາຍ. ເຮົາ​ໄດ້​ຕັດສິນໃຈ​ເຕົ້າໂຮມ​ບັນດາ​ຊົນຊາດ ແລະ​ອານາຈັກ​ທັງຫລາຍ​ແລ້ວ ເພື່ອ​ໃຫ້​ພວກເຂົາ​ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງເຮົາ. ທົ່ວ​ແຜ່ນດິນ​ໂລກ​ຈະ​ຖືກ​ໄຟ​ແຫ່ງ​ຄວາມ​ກີ້ວໂກດ​ຂອງເຮົາ​ທຳລາຍ.


ແລະ​ເຮົາ​ກໍ​ໂກດຮ້າຍ​ຢ່າງ​ເຫລືອຫລາຍ​ຕໍ່​ຊົນຊາດ​ຕ່າງໆ ທີ່​ມ່ວນຊື່ນ​ຢູ່​ກັບ​ຄວາມ​ມິດງຽບ​ແລະ​ຄວາມ​ສະຫງົບສຸກ. ດ້ວຍວ່າ, ໃນ​ເມື່ອ​ເຮົາ​ຖອນ​ເອົາ​ຄວາມ​ໂກດຮ້າຍ​ຂອງເຮົາ ທີ່​ມີ​ຕໍ່​ປະຊາຊົນ​ຂອງເຮົາ​ຄືນ​ນັ້ນ ຊົນຊາດ​ເຫຼົ່ານັ້ນ​ກໍໄດ້​ເຮັດ​ໃຫ້​ປະຊາຊົນ​ຂອງເຮົາ​ທົນທຸກ​ຍິ່ງ​ຂຶ້ນ.’


ໂອ ພຣະບິດາເຈົ້າ ຜູ້​ຊົງ​ຊອບທຳ​ເອີຍ ໂລກນີ້​ບໍ່​ຮູ້ຈັກ​ພຣະອົງ ແຕ່​ຂ້ານ້ອຍ​ຮູ້ຈັກ​ພຣະອົງ ແລະ​ຄົນ​ເຫຼົ່ານີ້​ຮູ້ຈັກ​ວ່າ​ແມ່ນ​ພຣະອົງ​ນັ້ນ​ແຫຼະ ທີ່​ໄດ້​ຊົງ​ໃຊ້​ຂ້ານ້ອຍ​ມາ.


ເພາະວ່າ ເມື່ອ​ຂ້າພະເຈົ້າ​ກຳລັງ​ເດີນທາງ​ຜ່ານ​ເມືອງ​ຂອງ​ພວກທ່ານ​ມາ ແລະ​ເບິ່ງ​ຕາມ​ສະຖານທີ່​ຕ່າງໆ ທີ່​ພວກທ່ານ​ນະມັດສະການ ຂ້າພະເຈົ້າ​ເຫັນ​ແທ່ນບູຊາ​ແທ່ນ​ໜຶ່ງ ຊຶ່ງ​ມີ​ຄຳ​ຈາລຶກ​ວ່າ, ‘ແດ່​ພຣະເຈົ້າ​ທີ່​ເຮົາ​ບໍ່​ຮູ້ຈັກ.’ ພຣະເຈົ້າ​ທີ່​ທ່ານ​ທັງຫລາຍ​ນະມັດສະການ ແຕ່​ບໍ່​ຮູ້ຈັກ ແມ່ນ​ພຣະເຈົ້າ​ອົງ​ນັ້ນ​ແຫຼະ ທີ່​ຂ້າພະເຈົ້າ​ມາ​ປະກາດ​ແກ່​ພວກທ່ານ.


ຈົ່ງ​ກັບຄືນ​ມາ​ສູ່​ນິໄສ​ອັນ​ຖືກຕ້ອງ ແລະ​ເຊົາ​ເຮັດ​ບາບ​ສາ, ການ​ທີ່​ເຮົາ​ເວົ້າ​ດັ່ງນີ້ ກໍ​ເພື່ອ​ພວກເຈົ້າ​ຈະ​ລະອາຍ​ໃຈ ເພາະ​ມີ​ບາງຄົນ​ໃນ​ພວກເຈົ້າ​ຍັງ​ບໍ່​ຮູ້​ພຣະເຈົ້າ.


ບໍ່ແມ່ນ​ດ້ວຍ​ຣາຄະ​ຕັນຫາ​ຊົ່ວ​ຕາມ​ຄວາມ​ຕ້ອງການ ເໝືອນ​ດັ່ງ​ຄົນ​ທີ່​ບໍ່​ນັບຖື​ພຣະເຈົ້າ.


ເພື່ອ​ລົງໂທດ​ຜູ້​ທີ່​ປະຕິເສດ​ພຣະເຈົ້າ ແລະ​ຜູ້​ທີ່​ບໍ່​ຍອມ​ເຊື່ອຟັງ​ຂ່າວປະເສີດ​ເລື່ອງ​ອົງ​ພຣະເຢຊູເຈົ້າ​ຂອງ​ພວກເຮົາ.


ແລ້ວ​ຂ້າພະເຈົ້າ​ກໍ​ໄດ້​ຍິນ​ສຽງ​ແຮງ​ດັງ​ອອກ​ມາ​ຈາກ​ພຣະວິຫານ ກ່າວ​ຕໍ່​ເທວະດາ​ເຈັດ​ຕົນ​ນັ້ນ​ວ່າ, “ຈົ່ງ​ໄປ​ສາ ເອົາ​ຂັນ​ທັງ​ເຈັດ​ໜ່ວຍ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ ໄປ​ຖອກ​ໃສ່​ແຜ່ນດິນ​ໂລກ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka