Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 10:23 - ພຣະຄຳພີສັກສິ

23 ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຮູ້​ວ່າ ຊີວິດ​ຂອງ​ມະນຸດ​ບໍ່ໄດ້​ຢູ່​ທີ່​ຕົວເຂົາ ບໍ່ມີ​ຜູ້ໃດ​ຄວບຄຸມ​ຊີວິດ​ຂອງ​ຕົນເອງ​ໄດ້.

Uka jalj uñjjattʼäta Copia luraña




ເຢເຣມີຢາ 10:23
9 Jak'a apnaqawi uñst'ayäwi  

ຂ້ານ້ອຍ​ເດີນ​ຕາມ​ທາງ​ທີ່​ພຣະອົງ​ສັ່ງສອນ​ສະເໝີ ແລະ​ບໍ່ເຄີຍ​ຫລີກ​ໜີ​ຈາກ​ທາງນັ້ນ​ຈັກເທື່ອ.


ພຣະເຈົ້າຢາເວ​ນຳ​ຄົນ​ຕາມ​ທາງ​ທີ່​ພວກເຂົາ​ຄວນ​ໄປ ຜູ້​ທີ່​ເຮັດ​ໃຫ້​ພຣະອົງ​ພໍໃຈ ພຣະອົງ​ກໍ​ຊົງ​ຄຸ້ມຄອງ​ເຂົາ​ໄວ້.


ມະນຸດ​ເປັນ​ຜູ້​ວາງແຜນ, ແຕ່​ພຣະເຈົ້າຢາເວ​ເປັນ​ຜູ້​ໃຫ້​ຄຳ​ຊີ້ຂາດ.


ມະນຸດ​ວາງ​ແຜນການ, ແຕ່​ພຣະເຈົ້າຢາເວ​ປະທານ​ຄວາມ​ສຳເລັດ​ໃຫ້.


ພຣະເຈົ້າຢາເວ​ເປັນ​ຜູ້​ກຳນົດ​ທາງເດີນ​ຂອງ​ພວກເຮົາ ໃຜ​ແດ່​ເຂົ້າໃຈ​ທິດ​ທາງເດີນ​ແຫ່ງ​ຊີວິດ​ຂອງຕົນ​ໄດ້?


ຈົ່ງ​ລະນຶກເຖິງ​ພຣະເຈົ້າ​ໃນ​ທຸກສິ່ງ​ທີ່​ເຈົ້າ​ກະທຳ ແລະ​ພຣະອົງ​ຈະ​ໃຫ້​ເຈົ້າ​ເຫັນ​ຫົນທາງ​ອັນ​ຖືກຕ້ອງ.


ທາງ​ຂອງ​ຄົນ​ຊອບທຳ​ກໍ​ຮາບພຽງ​ດີ ພຣະອົງ​ຊົງ​ສັດຊື່​ກໍຊົງ​ກະທຳ​ໃຫ້​ທາງ​ແຫ່ງ​ຄວາມ​ຊອບທຳ​ຮາບກ້ຽງ.


ທ່ານ​ດູໝິ່ນ​ປະໝາດ​ອົງພຣະ​ຜູ້​ເປັນເຈົ້າ​ແຫ່ງ​ສະຫວັນ ໂດຍ​ນຳ​ເອົາ​ຈອກ ແລະ​ຖ້ວຍ​ຈາກ​ພຣະວິຫານ​ຂອງ​ພຣະອົງ​ມາ​ທີ່​ນີ້. ທ່ານ​ເອງ, ພວກ​ມະເຫສີ, ພວກ​ນາງ​ສະໜົມ ແລະ​ພວກ​ເຈົ້ານາຍ​ຊັ້ນ​ຜູ້ໃຫຍ່​ຂອງທ່ານ ໄດ້​ພາກັນ​ໃຊ້​ພາຊະນະ​ເຫຼົ່ານີ້ ແລະ​ສັນລະເສີນ​ບັນດາ​ພະ​ທີ່​ເຮັດ​ດ້ວຍ​ຄຳ, ດ້ວຍ​ເງິນ, ດ້ວຍ​ທອງສຳຣິດ, ດ້ວຍ​ເຫຼັກ, ດ້ວຍ​ໄມ້ ແລະ​ດ້ວຍ​ຫີນ; ພະ​ເຫຼົ່ານີ້​ຮູ້​ແລະ​ເຫັນ​ບໍ່ໄດ້ ແລະ​ກໍ​ບໍ່ໄດ້ຍິນ​ຫຍັງ ທັງ​ບໍ່​ຮູ້ຈັກ​ຫຍັງ​ເລີຍ, ແຕ່​ທ່ານ​ບໍ່ໄດ້​ຖວາຍ​ກຽດ​ແກ່​ພຣະເຈົ້າ ອົງ​ຊົງ​ໃຫ້​ຊີວິດ​ຫລື​ເອົາ​ຊີວິດ​ຂອງທ່ານ​ໄປ ແລະ​ເປັນ​ອົງ​ຊົງ​ຄວບຄຸມ​ທຸກສິ່ງ​ທີ່​ທ່ານ​ເຮັດ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka