ເຢເຣມີຢາ 10:22 - ພຣະຄຳພີສັກສິ22 ຂ່າວລືມາຮອດແລ້ວ ຈົ່ງພາກັນຟັງເອົາ ມີສຽງວຸ້ນວາຍໃຫຍ່ໃນຊົນຊາດທາງທິດເໜືອພຸ້ນ; ກອງທັບຂອງພວກເຂົາຈະປ່ຽນເມືອງຂອງຢູດາຍ ໃຫ້ເປັນຖິ່ນແຫ້ງແລ້ງກັນດານ ບ່ອນໝາປ່າຢູ່.” Uka jalj uñjjattʼäta |
‘ເຮົາຈະເອີ້ນເອົາຊົນຊາດທັງໝົດຈາກທາງທິດເໜືອມາ ພ້ອມກະສັດເນບູກາດເນັດຊາແຫ່ງບາບີໂລນຜູ້ຮັບໃຊ້ຂອງເຮົາ. ເຮົາຈະນຳພວກເຂົາໄປຕໍ່ສູ້ອານາຈັກຢູດາຍພ້ອມກັບພົນລະເມືອງທັງໝົດ ແລະຕໍ່ສູ້ປະເທດໃກ້ຄຽງທັງໝົດດ້ວຍ. ເຮົາຈະທຳລາຍປະເທດນີ້ ແລະປະເທດໃກ້ຄຽງທັງຫລາຍໃຫ້ຮົກຮ້າງເພພັງຕະຫລອດໄປ ຊຶ່ງຈະເປັນສະພາບຕົກສະທ້ານຢ້ານກົວໃຈຫລາຍເມື່ອໄດ້ພົບເຫັນ. ເຮົາຄືພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ຈົ່ງບອກຊົນຊາດທັງໝົດວ່າ, ‘ຕໍ່ໄປນີ້ແມ່ນຖ້ອຍຄຳຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ທີ່ກ່າວແກ່ປະຊາຊົນເຢຣູຊາເລັມຜູ້ທີ່ຍັງອາໄສຢູ່ໃນດິນແດນຂອງຕົນ ຄືພວກເຂົາຈະສັ່ນເຊັນເມື່ອພວກເຂົາກິນເຂົ້າ ແລະຈະສັ່ນເຊັນດ້ວຍຄວາມຢ້ານເມື່ອພວກເຂົາດື່ມນໍ້າ. ດິນແດນຂອງພວກເຂົາຈະຖືກຢຶດເອົາເຂົ້າຂອງໄປໝົດ ເພາະທຸກຄົນທີ່ອາໄສຢູ່ໃນທີ່ນັ້ນບໍ່ໄດ້ນັບຖືກົດໝາຍ.