Biblia Todo Logo
Internet tuqin Biblia
- Anuncios ukanaka -




ເຢເຣມີຢາ 10:21 - ພຣະຄຳພີສັກສິ

21 ຂ້ານ້ອຍ​ຕອບ​ວ່າ, “ພວກ​ຜູ້ນຳ​ຂອງ​ພວກເຮົາ​ເປັນ​ຄົນ​ໂງ່ຈ້າ​ທີ່ສຸດ ແລະ​ບໍ່ໄດ້​ຮ້ອງຂໍ​ພຣະເຈົ້າຢາເວ​ນຳພາ. ດ້ວຍເຫດນີ້ ພວກເຂົາ​ຈຶ່ງ​ໄດ້​ພາກັນ​ລົ້ມລົງ ປະຊາຊົນ​ຂອງ​ພວກເຮົາ​ຈຶ່ງ​ໄດ້​ແຕກ​ຊະຊາຍ​ໄປສິ້ນ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 10:21
18 Jak'a apnaqawi uñst'ayäwi  

ເມື່ອ​ເບິ່ງ​ສິ່ງ​ນີ້ ຄົນ​ຊ່າງ​ໂງ່ຈ້າ ແລະ​ບໍ່​ເຂົ້າໃຈ; ຄື​ພວກ​ທີ່​ເຮັດ​ຮູບເຄົາຣົບ ກໍ​ງົມງາຍ​ກັນ​ທັງນັ້ນ ເພາະ​ບັນດາ​ພະ​ທີ່​ພວກເຂົາ​ໄດ້​ເຮັດ​ຂຶ້ນ​ມາ ລ້ວນແຕ່​ເປັນ​ພະ​ຈອມປອມ​ແລະ​ບໍ່ມີ​ຊີວິດ.


ພວກເຂົາ​ທັງໝົດ​ນັ້ນ​ໂງ່ຈ້າ ແລະ​ງົມງາຍ ພວກເຂົາ​ຮຽນຮູ້​ຫຍັງ​ແດ່​ຈາກ​ຮູບເຄົາຣົບ​ທີ່​ເປັນ​ໄມ້?


ຜູ້​ປົກຄອງ​ຕ່າງດ້າວ​ທຳລາຍ​ສວນອະງຸ່ນ​ຂອງເຮົາ ພວກເຂົາ​ຢຽບຢໍ່າ​ທົ່ງນາ​ຂອງເຮົາ​ລົງ​ສາ​ແລ້ວ; ພວກເຂົາ​ໄດ້​ພາກັນ​ປ່ຽນ​ດິນແດນ​ທີ່​ໜ້າຮັກ​ຂອງເຮົາ ໃຫ້​ກາຍເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ​ສາ​ແລ້ວ.


ປະໂຣຫິດ​ບໍ່ໄດ້​ຖາມ​ວ່າ, ‘ພຣະເຈົ້າຢາເວ​ຢູ່​ໃສ?’ ພວກ​ທີ່​ຮັກສາ​ກົດບັນຍັດ​ຂອງເຮົາ​ກໍ​ບໍ່ໄດ້​ຮູ້ຈັກ​ເຮົາ​ຊໍ້າ. ພວກ​ຜູ້ປົກຄອງ​ກໍໄດ້​ກະບົດ​ຕໍ່ສູ້​ເຮົາ ຜູ້ທຳນວາຍ​ໄດ້​ກ່າວ​ໃນ​ນາມ​ພະບາອານ ພວກເຂົາ​ພາກັນ​ນ້ອມ​ນະມັດສະການ ຂາບໄຫວ້​ບັນດາ​ຮູບເຄົາຣົບ​ທີ່​ບໍ່ມີ​ປະໂຫຍດ.


“ຊາຍ​ຜູ້​ນີ້​ໄດ້​ຮັບ​ໂທດ​ໂດຍ​ເສຍ​ລູກ​ຂອງຕົນ ຄື​ຜູ້ໜຶ່ງ​ຈະ​ບໍ່​ປະສົບ​ຄວາມ​ສຳເລັດ​ຫຍັງ​ຈັກເທື່ອ. ລາວ​ຈະ​ບໍ່ມີ​ເຊື້ອສາຍ​ເພື່ອ​ສືບຕໍ່​ປົກຄອງ​ໃນ​ຢູດາຍ.”


ພຣະເຈົ້າຢາເວ​ກ່າວ​ວ່າ, “ຈົ່ງ​ຢຶດ​ຝູງ​ອູດ ແລະ​ຝູງງົວ​ຂອງ​ພວກເຂົາ​ໄປ​ໃຫ້​ໝົດ ເຮົາ​ຈະ​ກະຈັດ​ກະຈາຍ​ຄົນ​ທີ່​ຕັດ​ຜົມ​ສັ້ນ​ໄປ​ທຸກທິດ​ທຸກທາງ ແລະ​ເຮົາ​ຈະ​ນຳ​ໄພພິບັດ​ມາ​ສູ່​ພວກເຂົາ​ຮອບດ້ານ.


ຄື​ບັນດາ​ຜູ້ທຳນວາຍ​ກໍ​ເວົ້າ​ແຕ່​ຄຳ​ບໍ່ຈິງ ພວກ​ປະໂຣຫິດ​ກໍ​ປົກຄອງ​ຕາມ​ຄຳສັ່ງ​ຂອງ​ພວກ​ຜູ້ທຳນວາຍ ແລະ​ປະຊາຊົນ​ຂອງເຮົາ​ກໍ​ບໍ່ໄດ້​ຄັດຄ້ານ​ຫຍັງ​ເລີຍ. ແຕ່​ພວກເຂົາ​ຈະ​ເຮັດ​ຢ່າງໃດ​ໃນ​ບັ້ນປາຍ?”


“ປະຊາຊົນ​ອິດສະຣາເອນ​ປຽບ​ດັ່ງ​ຝູງແກະ ທີ່​ຖືກ​ໂຕສິງ​ໄລ່​ໃຫ້​ກະຈັດ​ກະຈາຍ​ໄປ. ທຳອິດ ພວກເຂົາ​ຖືກ​ຈັກກະພັດ​ອັດຊີເຣຍ​ໂຈມຕີ; ຕໍ່ມາ ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ໄດ້​ຫັກ​ກະດູກ​ພວກເຂົາ.”


ນັກປາດ​ຂອງ​ພວກເຈົ້າ​ກໍ​ຖືກ​ອັບອາຍ; ພວກເຂົາ​ສັບສົນ ແລະ​ຖືກ​ບ້ວງແຮ້ວ. ພວກເຂົາ​ປະຖິ້ມ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ; ບັດນີ້ ພວກເຂົາ​ມີ​ສະຕິປັນຍາ​ຫຍັງ​ແດ່?


ດັ່ງ​ຜູ້ລ້ຽງ​ເອົາໃຈໃສ່​ເຕົ້າໂຮມ​ແກະ​ທີ່​ໄດ້​ແຕກຝູງ​ໄປ​ນັ້ນ ມາ​ໂຮມເຂົ້າ​ກັນ​ອີກ​ສັນໃດ; ເຮົາ​ກໍ​ຈະ​ນຳ​ເອົາ​ແກະ​ທີ່​ໄດ້​ແຕກຝູງ​ໄປ ໃນ​ຍາມ​ອັນຕະລາຍ​ແລະ​ໃນ​ຍາມ​ອັນ​ມືດມົນ​ກັບຄືນ​ມາ​ຈາກ​ທຸກບ່ອນ​ສັນນັ້ນ.


ເຮົາ​ໂກດຮ້າຍ​ຊາວ​ຕ່າງດ້າວ​ເຫຼົ່ານັ້ນ ຄື​ຜູ້​ທີ່​ປົກຄອງ​ປະຊາຊົນ​ຂອງເຮົາ ແລະ​ເຮົາ​ກຳລັງ​ຈະ​ລົງໂທດ​ພວກເຂົາ. ປະຊາຊົນ​ຢູດາ​ເປັນ​ຂອງເຮົາ ແລະ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຈະ​ເບິ່ງແຍງ​ພວກເຂົາ. ພວກເຂົາ​ຈະ​ເປັນ​ມ້າ​ເສິກ​ທີ່​ແຂງແຮງ​ຂອງເຮົາ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ດາບ​ເອີຍ ຈົ່ງ​ຕື່ນ​ຂຶ້ນ​ແລະ​ໂຈມຕີ​ຄົນລ້ຽງແກະ ທີ່​ເຮັດ​ວຽກ​ໃຫ້​ເຮົາ ຈົ່ງ​ຂ້າ​ລາວ​ເສຍ ແລະ​ຝູງແກະ​ຂອງເຮົາ​ກໍ​ຈະ​ກະຈັດ​ກະຈາຍ​ໄປ. ເຮົາ​ຈະ​ໂຈມຕີ​ປະຊາຊົນ​ຂອງເຮົາ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka