Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 10:20 - ພຣະຄຳພີສັກສິ

20 ຜ້າເຕັນ​ຂອງ​ພວກເຮົາ​ຖືກ​ທຳລາຍ​ເຊືອກ​ກໍ​ຂາດ​ໝົດ ລູກໆ​ພວກເຮົາ​ຈຳ​ຕ້ອງ​ພາກ​ຈາກ​ພວກເຮົາ​ໄປສິ້ນ; ຈຶ່ງ​ບໍ່ມີ​ຜູ້ໃດ​ຊ່ວຍ​ຍົກ​ຜ້າເຕັນ​ລົ້ມ​ນັ້ນ​ຂຶ້ນ​ມາ ບໍ່ມີ​ຜູ້ໃດ​ເກາະ​ຜ້າກັ້ງ​ຜ້າເຕັນ​ຂຶ້ນ​ຊ່ວຍ.”

Uka jalj uñjjattʼäta Copia luraña




ເຢເຣມີຢາ 10:20
12 Jak'a apnaqawi uñst'ayäwi  

ດຽວນີ້​ພຣະອົງ​ເຫັນ​ຂ້ານ້ອຍ​ແລ້ວ ແຕ່​ພຣະອົງ​ຈະ​ບໍ່​ເຫັນ​ອີກ​ຕໍ່ໄປ. ຖ້າ​ພຣະອົງ​ແນມ​ຫາ​ຂ້ານ້ອຍ ຂ້ານ້ອຍ​ກໍ​ຈະ​ຈາກ​ໄປ​ສາແລ້ວ.


ຄົນ​ຊົ່ວຮ້າຍ​ຫຼົ້ມຈົມ ແລະ​ສິ້ນ​ເຊື້ອສາຍ, ແຕ່​ຄອບຄົວ​ຂອງ​ຄົນ​ຊອບທຳ​ຍັງ​ດຳລົງ​ຢູ່.


ເຮົາ​ໄດ້​ກາງ ຈັກກະວານ ແລະ​ວາງ​ຮາກຖານ​ແຜ່ນດິນ​ໂລກ ເຮົາ​ກ່າວ​ແກ່​ນະຄອນ​ເຢຣູຊາເລັມ​ດັ່ງນີ້: ‘ເຈົ້າ​ເປັນ​ປະຊາຊົນ​ທີ່​ເຮົາ​ປົກປ້ອງ​ຄຸ້ມຄອງ​ໄວ້ ເຮົາ​ມອບ​ຄຳສັ່ງສອນ​ໃຫ້​ເຈົ້າ​ຮັກສາ​ໄວ້.”’


ຜູ້​ທີ່​ຈະ​ນຳພາ​ເຈົ້າ​ນັ້ນ​ບໍ່ມີ​ຈັກ​ຄົນ​ເລີຍ ບໍ່ມີ​ແມ່ນແຕ່​ຜູ້ດຽວ​ທີ່​ຈະ​ຈູງ​ແຂນ​ເຈົ້າ.


ຈົ່ງ​ເຮັດ​ຜ້າເຕັນ​ຂອງ​ເຈົ້າ​ໃຫ້​ກວ້າງຂວາງ, ຕໍ່​ເຊືອກເຕັນ​ໃຫ້​ຍາວ​ທັງ​ສຽບ​ຫລັກ​ລົງ​ໃຫ້​ແໜ້ນ.


ພຣະເຈົ້າຢາເວ​ກ່າວ​ວ່າ ເຮົາ​ຈະ​ໃຫ້​ພວກເຈົ້າ​ຫາຍ​ດີ ແລະ​ປິ່ນປົວ​ບາດແຜ ເຖິງ​ແມ່ນ​ເຫຼົ່າ​ສັດຕູ​ເວົ້າ​ກໍຕາມ​ວ່າ, ‘ພູເຂົາ​ຊີໂອນ​ຖືກ​ປະຖິ້ມ ແລະ​ບໍ່ມີ​ຜູ້ໃດ​ສົນໃຈ.”’


ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: “ມີ​ສຽງ​ໜຶ່ງ​ໃນ​ຣາມາ ສຽງ​ຮ້ອງໄຫ້​ຄວນຄາງ​ຢ່າງ​ລະທົມ​ຂົມຂື່ນ ນາງ​ຣາເຊັນ​ກຳລັງ​ຮ້ອງໄຫ້​ໃຫ້​ລູກໆ​ຂອງຕົນ ທີ່​ໄດ້​ເສຍໄປ ຈຶ່ງ​ບໍ່​ຟັງ​ຄຳ​ປອບໃຈ​ໃດໆ​ທັງນັ້ນ.”


ໄພພິບັດ​ໜຶ່ງ​ແລ້ວ ໄພພິບັດ​ອື່ນ​ຊໍ້າ​ຕິດຕາມ​ມາ ຈົນ​ໝົດ​ປະເທດ​ຖືກ​ປ່ອຍປະ​ໃຫ້​ຮົກຮ້າງ​ເພພັງ​ສິ້ນ. ຜ້າເຕັນ​ຂອງ​ພວກເຮົາ​ກໍໄດ້​ຖືກ​ທຳລາຍ​ຢ່າງ​ໄວວາ ຜ້າກັ້ງ​ຂອງ​ເຕັນ​ກໍ​ຖືກ​ຈີກ​ໃຫ້​ຂາດ​ເປັນ​ຕ່ອນໆ.


ພວກ​ສັດຕູ​ໄດ້​ເປັນ​ນາຍ​ເໜືອ​ນາງ ພວກເຂົາ​ໄດ້​ຢຶດເອົາ​ນາງ​ໃຫ້​ຢູ່​ໃຕ້​ອຳນາດ ຍ້ອນ​ນາງ​ເຮັດ​ບາບ ພຣະເຈົ້າຢາເວ​ຈຶ່ງ​ໃຫ້​ນາງ​ທົນທຸກ ລູກໆ​ຂອງ​ນາງ​ນັ້ນ​ຕ່າງ​ກໍ​ຖືກ​ຈັບ​ໄປ.


ພວກເຈົ້າ​ໄດ້​ຂັບໄລ່​ຜູ້ຍິງ​ທີ່​ເປັນ​ປະຊາຊົນ​ຂອງເຮົາ​ໃຫ້​ອອກ​ຈາກ​ເຮືອນ​ອັນ​ຜາສຸກ​ຂອງ​ພວກເຂົາ ແລະ​ພວກເຈົ້າ​ໄດ້​ເອົາ​ກຽດສັກສີ​ໜີໄປ​ຕະຫລອດ ຄື​ກຽດສັກສີ​ທີ່​ເຮົາ​ໄດ້​ມອບ​ໃຫ້​ພວກ​ລູກ​ຂອງ​ພວກເຂົາ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka