2 ພຣະເຈົ້າຢາເວກ່າວວ່າ, “ຢ່າໃຊ້ຊີວິດຕາມວິທີຊົນຊາດອື່ນ ຢ່າໃຫ້ສິ່ງຜິດປົກກະຕິພາໃຈສະທ້ານຢ້ານກົວ ຄືສິ່ງທີ່ເກີດຂຶ້ນເທິງຟ້າສະຫວັນ ແມ່ນວ່າຊົນຊາດອື່ນສະທ້ານຢ້ານກົວກໍຕາມ.
ແລະພຣະເຈົ້າໄດ້ກ່າວວ່າ, “ໃຫ້ມີດວງແຈ້ງໃນທ້ອງຟ້າ ແຍກກາງເວັນຈາກກາງຄືນ ແລະໃຫ້ເປັນເຄື່ອງໝາຍກຳນົດເວລາຂອງມື້, ປີ ແລະລະດູການ;
ປະຊາຊົນອິດສະຣາເອນເອີຍ ຈົ່ງຟັງຖ້ອຍຄຳທີ່ພຣະເຈົ້າຢາເວມີສຳລັບພວກເຈົ້າ.
ພວກເຈົ້າຕັ້ງໃຈໂດຍຕົນເອງທີ່ຢາກຈະເປັນດັ່ງຊົນຊາດອື່ນໆ ຄືດັ່ງປະຊາຊົນທີ່ອາໄສຢູ່ໃນປະເທດອື່ນທີ່ຂາບໄຫວ້ຕົ້ນໄມ້ ແລະໂງ່ນຫີນ, ແຕ່ຈະເປັນເຊັ່ນນັ້ນບໍ່ໄດ້ຈັກເທື່ອ.”
ຢ່າເຮັດຕາມຮີດຄອງຂອງປະຊາຊົນຊາວເອຢິບ ບ່ອນທີ່ຄັ້ງໜຶ່ງນັ້ນພວກເຈົ້າເຄີຍໄດ້ອາໄສຢູ່; ຫລືເຮັດຕາມຮີດຄອງຂອງປະຊາຊົນທີ່ການາອານ ບ່ອນທີ່ເຮົາກຳລັງນຳພາພວກເຈົ້າເຂົ້າໄປ.
ຢ່າໄດ້ນຳເອົາຮີດຄອງຂອງປະຊາຊົນຜູ້ທີ່ອາໄສຢູ່ໃນບ່ອນນັ້ນມາໃຊ້; ເຮົາກຳລັງຂັບໄລ່ຄົນບໍ່ນັບຖືພຣະເຈົ້າເຫຼົ່ານັ້ນໃຫ້ອອກໄປ ເພື່ອພວກເຈົ້າຈະໄດ້ເຂົ້າໄປໃນດິນແດນນັ້ນ. ພວກເຂົາໄດ້ເຮັດໃຫ້ເຮົາເບື່ອໜ່າຍ ຕໍ່ຮີດຄອງອັນຊົ່ວຊ້າທັງປວງຂອງພວກເຂົາ.
“ເມື່ອພວກເຈົ້າເຂົ້າໄປໃນດິນແດນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າປະທານໃຫ້ແລ້ວ ຢ່າປະຕິບັດຕາມທຳນຽມອັນໜ້າກຽດໜ້າຊັງຂອງຊາດຕ່າງໆທີ່ອາໄສຢູ່ທີ່ນັ້ນ.
ເຮົາໄດ້ບອກພວກເຈົ້າແລ້ວວ່າ, ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ; ສະນັ້ນ ພວກເຈົ້າຈຶ່ງບໍ່ຕ້ອງຂາບໄຫວ້ບັນດາພະຂອງຊາວອາໂມໃນດິນແດນ ທີ່ພວກເຈົ້າກຳລັງອາໄສຢູ່ນີ້ ແຕ່ພວກເຈົ້າບໍ່ໄດ້ເຊື່ອຟັງເຮົາ.”