Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 10:18 - ພຣະຄຳພີສັກສິ

18 ເພາະ​ພຣະເຈົ້າຢາເວ​ກ່າວ​ດັ່ງນີ້​ວ່າ, “ເຮົາ​ກຳລັງ​ຈະ​ໂຍນ​ພວກເຈົ້າ​ອອກໄປ​ຈາກ​ດິນແດນ​ນີ້; ເຮົາ​ກຳລັງ​ຈະ​ຢຽບຢໍ່າ​ພວກເຈົ້າ​ລົງ ຈົນ​ບໍ່ມີ​ຜູ້ໃດ​ເຫລືອຢູ່.”

Uka jalj uñjjattʼäta Copia luraña




ເຢເຣມີຢາ 10:18
11 Jak'a apnaqawi uñst'ayäwi  

ເຈົ້າ​ອາດ​ເປັນ​ຄົນ​ສຳຄັນ, ແຕ່​ພຣະເຈົ້າຢາເວ​ຈະ​ຈັບ​ເຈົ້າ​ໂຍນ​ຖິ້ມ​ອອກ​ໄປ​ຢ່າງແຮງ.


ສະນັ້ນ ເຮົາ​ຈຶ່ງ​ຈະ​ໂຍນ​ພວກເຈົ້າ​ອອກ​ຈາກ​ດິນແດນ​ນີ້ ເຂົ້າ​ໄປ​ໃນ​ດິນແດນ​ໜຶ່ງ ທີ່​ທັງ​ພວກເຈົ້າ​ເອງ​ແລະ​ບັນພະບຸລຸດ​ຂອງ​ພວກເຈົ້າ ບໍ່ເຄີຍ​ຮູ້ຈັກ​ມາກ່ອນ. ຢູ່​ໃນ​ທີ່ນັ້ນ ພວກເຈົ້າ​ຈະ​ຮັບໃຊ້​ບັນດາ​ພະອື່ນ​ທັງເວັນ​ທັງຄືນ ແລະ​ເຮົາ​ຈະ​ບໍ່​ເມດຕາ​ພວກເຈົ້າ​ເລີຍ.”’


ເຮົາ​ຈະ​ບັງຄັບ​ເຈົ້າ​ກັບ​ແມ່​ຂອງເຈົ້າ​ໃຫ້​ຖືກ​ຈັບ​ໄປ​ຢູ່​ໃນ​ຕ່າງຖິ່ນ. ພວກເຈົ້າ​ຈະ​ໄປ​ຢູ່​ປະເທດ​ໜຶ່ງ​ທີ່​ບໍ່ແມ່ນ​ບ້ານເກີດ​ເມືອງນອນ​ຂອງ​ພວກເຈົ້າ ແລະ​ເຈົ້າ​ທັງສອງ​ຈະ​ຕາຍ​ຢູ່​ທີ່​ນັ້ນ.


ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າຢາເວ​ຈະ​ບໍ່​ເຊົາ​ພັດ ຈົນກວ່າ​ຜູ້ນັ້ນ​ຈະ​ເຮັດ​ທຸກສິ່ງ​ຕາມ​ທີ່​ພຣະອົງ​ຕ້ອງການ​ໃຫ້​ເຮັດ. ຕໍ່ໄປ​ພວກເຈົ້າ​ຈະ​ເຂົ້າໃຈ​ເລື່ອງນີ້​ຢ່າງ​ແຈ່ມແຈ້ງ.”


ພວກເຂົາ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ການ​ຕັກເຕືອນ​ຂອງເຮົາ​ນັ້ນ​ກໍ​ບໍ່ໄດ້​ເປັນ​ການ​ຂົ່ມຂູ່​ລ້າໆ.”


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເຮົາ​ຈະ​ນຳ​ໄພພິບັດ​ດັ່ງ​ກ່າວ​ນັ້ນ ມາ​ສູ່​ມະນຸດສະໂລກ ຊຶ່ງ​ທຸກຄົນ​ຈະ​ງົມທາວ​ໄປມາ​ດັ່ງ​ຄົນ​ຕາບອດ ເພາະວ່າ​ພວກເຂົາ​ໄດ້​ເຮັດ​ບາບ​ຕໍ່ສູ້​ຂອງ​ພຣະເຈົ້າຢາເວ; ເລືອດ​ຂອງ​ພວກເຂົາ​ຈະ​ຖືກ​ຖອກ​ຖິ້ມ​ດັ່ງ​ຖອກ​ນໍ້າ ແລະ​ຊາກສົບ​ຂອງ​ຄົນຕາຍ​ຈະ​ແບ​ເນົ່າເໝັນ​ຢູ່​ຕາມ​ພື້ນດິນ.”


ແຕ່​ໂດຍ​ຜ່ານ​ທາງ​ພວກ​ຜູ້ທຳນວາຍ​ຄື​ຄົນ​ຮັບໃຊ້​ຂອງເຮົາ ເຮົາ​ໄດ້​ມອບ​ຖ້ອຍຄຳ​ແລະ​ຄຳ​ຕັກເຕືອນ​ຕ່າງໆ ໃຫ້​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ; ແຕ່​ພວກເຂົາ​ບໍ່ໄດ້​ເອົາໃຈໃສ່ ຈຶ່ງ​ໄດ້​ຮັບ​ໂທດກຳ ແລ້ວ​ພວກເຂົາ​ກໍໄດ້​ກັບໃຈໃໝ່​ແລະ​ກ່າວ​ວ່າ, ‘ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ລົງໂທດ​ພວກເຮົາ ສົມກັບ​ທີ່​ພວກເຮົາ​ສົມຄວນ​ໄດ້​ຮັບ ຕາມ​ທີ່​ພຣະອົງ​ໄດ້​ຕັດສິນໃຈ​ເຮັດ​ເຊັ່ນນັ້ນ.”’


ພວກເຂົາ​ຈະ​ໂຈມຕີ​ທຸກໆ​ເມືອງ​ໃນ​ດິນແດນ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກຳລັງ​ຈະ​ມອບ​ໃຫ້​ພວກເຈົ້າ ແມ່ນແຕ່​ເມືອງ​ທີ່​ມີ​ປ້ອມລ້ອມ​ດ້ວຍ​ກຳແພງ​ສູງ ທີ່​ພວກເຈົ້າ​ເຊື່ອ​ວ່າ​ປອດໄພ​ກໍ​ຈະ​ລົ້ມ​ທະລາຍ​ລົງ.


ຖ້າ​ມີ​ຜູ້ໃດ​ຜູ້ໜຶ່ງ​ຈະ​ໂຈມຕີ​ທ່ານ ແລະ​ພະຍາຍາມ​ຈະ​ຂ້າ​ທ່ານ ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ​ກໍ​ຈະ​ຮັກສາ​ທ່ານ​ໃຫ້​ພົ້ນ ເໝືອນດັ່ງ​ຜູ້ໜຶ່ງ​ທີ່​ເຝົ້າ​ຮັກສາ​ສົມບັດ​ອັນ​ປະເສີດ​ຂອງ​ພຣະອົງ. ສຳລັບ​ເຫຼົ່າ​ສັດຕູ​ຂອງທ່ານ​ນັ້ນ ພຣະອົງ​ຈະ​ໂຍນ​ພວກເຂົາ​ຖິ້ມ ດັ່ງ​ກ້ອນຫີນ​ທີ່​ຖືກ​ຍິງ​ອອກ​ໄປ​ຈາກ​ກະຖຸນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka