Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 10:17 - ພຣະຄຳພີສັກສິ

17 ຊາວ​ນະຄອນ​ເຢຣູຊາເລັມ​ເອີຍ ພວກເຈົ້າ​ຖືກ​ປິດລ້ອມ​ສາ​ແລ້ວ ຈົ່ງ​ເກັບ​ເອົາ​ເຄື່ອງຂອງ​ທີ່​ພວກເຈົ້າ​ມີ​ຢູ່.

Uka jalj uñjjattʼäta Copia luraña




ເຢເຣມີຢາ 10:17
6 Jak'a apnaqawi uñst'ayäwi  

ນະຄອນ​ເຢຣູຊາເລັມ​ເອີຍ ເຈົ້າ​ຕັ້ງ​ຢູ່ ສູງ​ເດັ່ນ​ເໜືອ​ຮ່ອມພູ​ທັງຫລາຍ ດັ່ງ​ໂງ່ນຫີນ​ສູງ​ເດັ່ນ​ໃນ​ທ່າມກາງ​ທົ່ງພຽງ, ແຕ່​ເຮົາ​ຈະ​ຕໍ່ສູ້​ເຈົ້າ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ເຈົ້າ​ເວົ້າ​ວ່າ, ບໍ່ມີ​ຜູ້ໃດ​ໂຈມຕີ​ເຈົ້າ ຫລື​ຕີ​ທີ່​ປ້ອງກັນ​ຂອງ​ເຈົ້າ​ໄດ້.


ປະຊາຊົນ​ເບັນຢາມິນ​ເອີຍ ຈົ່ງ​ແລ່ນ​ປົບໜີ​ເອົາ​ຕົວ​ລອດ​ສາ​ເຖີດ ຈົ່ງ​ປົບໜີ​ຈາກ​ນະຄອນ​ເຢຣູຊາເລັມ​ສາ ຈົ່ງ​ເປົ່າແກ​ຂຶ້ນ​ໃນ​ເມືອງ​ເຕກົວ ແລະ​ຈົ່ງ​ດັງ​ໄຟ​ຂຶ້ນ​ເປັນ​ສັນຍານ​ຢູ່​ໃນ​ເມືອງ​ເບັດ​ຮັກເກເຣັມ. ໄພພິບັດ ແລະ​ການທຳລາຍ​ຈາກ​ທາງ​ເໜືອ​ເກືອບ​ຈະ​ມາຮອດ​ແລ້ວ.


ຈົ່ງ​ລຸກ​ຂຶ້ນ ແລະ​ໜີໄປ​ສາ; ຢູ່​ໃນ​ທີ່​ນີ້ ບໍ່ມີ​ບ່ອນ​ປອດໄພ​ອີກ​ແລ້ວ. ການບາບ​ຂອງ​ພວກເຈົ້າ​ໄດ້​ນຳ​ເຄາະກຳ​ມາ​ສູ່​ບ່ອນ​ນີ້​ໃຫ້​ພິນາດໄປ.


“ພວກເຈົ້າ​ຈະ​ເຫັນ ‘ສິ່ງ​ປະຫລາດ​ອັນ​ໜ້າ​ຢ້ານ’ ທີ່​ເຮັດ​ໃຫ້​ເກີດ​ວິບັດ​ຕັ້ງ​ຢູ່​ໃນ​ພຣະວິຫານ​ອັນ​ສັກສິດ​ຂອງ​ພຣະເຈົ້າ ຕາມ​ທີ່​ຜູ້ທຳນວາຍ​ດານີເອນ​ໄດ້​ກ່າວ​ໄວ້. (ໃຫ້​ຜູ້​ອ່ານ​ເຂົ້າໃຈ​ເອງ)


ພວກເຂົາ​ຈະ​ໂຈມຕີ​ທຸກໆ​ເມືອງ​ໃນ​ດິນແດນ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກຳລັງ​ຈະ​ມອບ​ໃຫ້​ພວກເຈົ້າ ແມ່ນແຕ່​ເມືອງ​ທີ່​ມີ​ປ້ອມລ້ອມ​ດ້ວຍ​ກຳແພງ​ສູງ ທີ່​ພວກເຈົ້າ​ເຊື່ອ​ວ່າ​ປອດໄພ​ກໍ​ຈະ​ລົ້ມ​ທະລາຍ​ລົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka