Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 10:16 - ພຣະຄຳພີສັກສິ

16 ພຣະເຈົ້າ​ຂອງ​ຢາໂຄບ ບໍ່​ຄື​ພະ​ເຫຼົ່ານີ້​ເລີຍ ຊົງ​ເປັນ​ຜູ້​ສ້າງ​ສັບພະທຸກສິ່ງ​ໃນ​ຈັກກະວານ​ນີ້. ພຣະອົງ​ໄດ້​ເລືອກ​ອິດສະຣາເອນ​ໃຫ້​ເປັນ​ຂອງ​ພຣະອົງ ນາມຊື່​ຂອງ​ພຣະອົງ​ຄື​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່.

Uka jalj uñjjattʼäta Copia luraña




ເຢເຣມີຢາ 10:16
28 Jak'a apnaqawi uñst'ayäwi  

ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ຄື​ທຸກສິ່ງ​ທີ່​ຂ້ານ້ອຍ​ຕ້ອງການ ຂ້ານ້ອຍ​ຂໍ​ສັນຍາ​ວ່າ​ຈະ​ເຊື່ອຟັງ​ຖ້ອຍຄຳ​ຂອງ​ພຣະອົງ.


ພຣະເຈົ້າຢາເວ​ໄດ້​ເລືອກ​ຢາໂຄບ​ໃຫ້​ເປັນ​ຄົນ​ຂອງ​ພຣະອົງ​ເອງ ຊາວ​ອິດສະຣາເອນ​ໃຫ້​ເປັນ​ກຳມະສິດ​ຂອງ​ພຣະອົງ.


ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຮ້ອງຫາ​ພຣະອົງ ພຣະອົງ​ເປັນ​ຜູ້​ຄຸ້ມຄອງ ທີ່​ເປັນ​ສຸດ​ປາຖະໜາ​ໃນ​ຊີວິດ​ນີ້.


ພຣະເຈົ້າຢາເວ​ໄດ້​ສ້າງ​ຟ້າ​ສະຫວັນ​ດ້ວຍ​ຖ້ອຍຄຳ​ຂອງ​ພຣະອົງ ຕາເວັນ, ເດືອນ​ແລະ​ດາວ​ກໍ​ໂດຍ​ລົມປາກ​ຂອງ​ພຣະອົງ.


ແມ່ນວ່າ ຈິດໃຈ​ແລະ​ຮ່າງກາຍ​ອ່ອນແຮງ​ກໍຕາມ ແຕ່​ພຣະເຈົ້າ​ເປັນ​ກຳລັງ​ຂອງ​ຂ້ານ້ອຍ ແລະ​ເປັນ​ທຸກສິ່ງ​ທີ່​ຂ້ານ້ອຍ​ຕ້ອງການ​ຢູ່​ເລື້ອຍໆ.


ຂໍ​ຊົງ​ໂຜດ​ຈົດຈຳ​ປະຊາຊົນ​ຂອງ​ພຣະອົງ ທີ່​ພຣະອົງ​ໄດ້​ເລືອກເອົາ​ແຕ່​ດົນນານ​ມາ​ແລ້ວ ຄື​ພວກ​ທີ່​ພຣະອົງ​ໄດ້​ນຳ​ອອກ​ຈາກ​ການ​ເປັນ​ທາດ ມາ​ເປັນ​ຊົນເຜົ່າ​ຂອງ​ພຣະອົງ​ນັ້ນ. ຈົ່ງ​ລະນຶກ​ຄິດເຖິງ​ພູເຂົາ​ຊີໂອນ ຊຶ່ງ​ຄັ້ງໜຶ່ງ​ພຣະອົງ​ເຄີຍ​ສະຖິດ​ຢູ່.


ບັດນີ້ ຖ້າ​ພວກເຈົ້າ​ເຊື່ອຟັງ​ເຮົາ ແລະ​ຮັກສາ​ພັນທະສັນຍາ​ຂອງເຮົາ ພວກເຈົ້າ​ກໍ​ຈະ​ເປັນ​ປະຊາຊົນ​ຂອງເຮົາ. ທົ່ວ​ທັງ​ແຜ່ນດິນ​ໂລກ​ນີ້​ເປັນ​ຂອງເຮົາ, ແຕ່​ພວກເຈົ້າ​ຈະ​ເປັນ​ປະຊາຊົນ​ທີ່​ເຮົາ​ເລືອກ​ໄວ້​


ເພິ່ນ​ກ່າວ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ຖ້າ​ພຣະອົງ​ພໍໃຈ​ນຳ​ຂ້ານ້ອຍ​ແທ້ ຂໍ​ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ໂຜດ​ນຳ​ໜ້າ​ພວກ​ຂ້ານ້ອຍ​ໄປ​ເຖີດ. ປະຊາຊົນ​ພວກ​ນີ້​ໃຈ​ແຂງ​ກະດ້າງ​ດື້ດຶງ​ຫລາຍ, ແຕ່​ຂໍ​ຊົງ​ໂຜດ​ຍົກຜິດ​ຍົກບາບ​ຂອງ​ພວກ​ຂ້ານ້ອຍ​ແດ່ທ້ອນ ແລະ​ຂໍ​ຊົງ​ໂຜດ​ຮັບ​ເອົາ​ພວກ​ຂ້ານ້ອຍ​ເປັນ​ໄພ່ພົນ​ຂອງ​ພຣະອົງ​ດ້ວຍ​ເຖີດ.”


ທຸກສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ເຮັດ​ກໍ​ມີ​ເປົ້າໝາຍ​ແນ່ນອນ ແລະ​ຊາຕາກຳ​ຂອງ​ຄົນ​ອະທຳ​ກໍ​ຄື​ຄວາມພິນາດ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຈະ​ອວຍພອນ​ພວກເຂົາ​ວ່າ, “ເຮົາ​ຈະ​ອວຍພອນ​ເຈົ້າ ເອຢິບ​ປະຊາຊົນ​ຂອງເຮົາ; ອັດຊີເຣຍ ຜູ້​ທີ່​ເຮົາ​ໄດ້​ສ້າງ​ຂຶ້ນ​ມາ ແລະ​ອິດສະຣາເອນ ປະຊາຊົນ​ທີ່​ເຮົາ​ໄດ້​ເລືອກໄວ້.”


ເຮົາ​ໄດ້ສ້າງ​ຄວາມ​ສະຫວ່າງ​ຂຶ້ນ​ມາ ຄວາມມືດ ເຮົາ​ກໍ​ນິຣະມິດ​ສ້າງ​ຂຶ້ນ​ດ້ວຍ; ເຮົາ​ນຳ​ພອນ ແລະ​ຄວາມພິນາດ​ມາ​ຄືກັນ ເຮົາ​ຄື​ພຣະເຈົ້າຢາເວ​ເຮັດ​ທຸກສິ່ງ​ເຫຼົ່ານີ້.


ພຣະຜູ້ໄຖ່​ຂອງ​ພວກເຮົາ​ມີ​ນາມຊື່​ວ່າ​ພຣະເຈົ້າຢາເວ ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ອົງ​ບໍຣິສຸດ​ແຫ່ງ​ຊາດ​ອິດສະຣາເອນ.


ເຮົາ​ໄດ້​ໂກດຮ້າຍ​ໃຫ້​ປະຊາຊົນ​ຂອງເຮົາ ເຮົາ​ໄດ້​ເຮັດ​ຕໍ່​ພວກເຂົາ​ດັ່ງ​ບໍ່ໄດ້​ເປັນ​ຂອງເຮົາ​ອີກ: ເຮົາ​ໄດ້​ມອບ​ພວກເຂົາ​ໄວ້​ໃນ​ອຳນາດ​ຂອງເຈົ້າ​ໝົດ ເຈົ້າ​ບໍ່ໄດ້​ເມດຕາປານີ​ພວກເຂົາ​ເລີຍ.


ເຮົາ​ຄື​ພຣະເຈົ້າຢາເວ ພຣະເຈົ້າ​ຂອງເຈົ້າ, ເຮົາ​ປຸກປັ່ນ​ທະເລ​ໃຫ້​ມັນ​ຄຶກຄະນອງ​ຂຶ້ນ ແລະ​ເຮັດ​ໃຫ້​ສຽງ​ຄື້ນ​ດັງ​ກ້ອງສະໜັ່ນ​ຫວັ່ນໄຫວ ນາມ​ເຮົາ​ຄື​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່


ພຣະຜູ້​ສ້າງ​ຂອງເຈົ້າ​ຈະ​ເປັນ​ຄື​ຜົວ​ຂອງເຈົ້າ​ເດີ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ແມ່ນ​ພຣະນາມ​ຂອງ​ພຣະອົງ. ແລະ​ພຣະຜູ້ໄຖ່​ໃຫ້​ພົ້ນ​ຂອງເຈົ້າ​ຄື​ພຣະເຈົ້າ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ພຣະອົງ​ຊົງ​ປົກຄອງ​ທົ່ວ​ທັງ​ໂລກນີ້.


ພຣະເຈົ້າ​ສ້າງ​ແຜ່ນດິນ​ໂລກ​ໂດຍ​ຣິດທານຸພາບ ໂດຍ​ພຣະ​ປັນຍາ​ໄດ້​ສ້າງ​ໂລກ​ແລະ​ກາງ​ຟ້າ​ສະຫວັນ​ອອກ.


ຂ້າແດ່​ພຣະເຈົ້າຢາເວ ບໍ່ມີ​ພຣະເຈົ້າ​ອື່ນໃດ​ແລ້ວ​ຄື​ພຣະອົງ ພຣະອົງ​ຊົງ​ຍິ່ງໃຫຍ່​ແລະ​ພຣະນາມ​ຂອງ​ພຣະອົງ​ກໍ​ຊົງ​ມີ​ຣິດເດດ​ອຳນາດ​ອັນ​ຍິ່ງໃຫຍ່.


ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ອົງ​ໃຫ້​ຕາເວັນ​ສ່ອງແສງ​ໃນ​ກາງເວັນ ໃຫ້​ເດືອນ​ດາວ​ສ່ອງແສງ​ໃນ​ກາງຄືນ​ດ້ວຍ. ພຣະອົງ​ເຮັດ​ໃຫ້​ທະເລ​ຄຶກຄະນອງ​ມີ​ຟອງ​ໃຫຍ່​ຂຶ້ນ ພຣະນາມ​ຂອງ​ພຣະອົງ​ຄື​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່.


ພຣະອົງ​ໄດ້​ສະແດງ​ຄວາມຮັກ​ອັນ​ໝັ້ນຄົງ​ຕໍ່​ຫລາຍ​ພັນ​ເຊັ່ນຄົນ ແຕ່​ພຣະອົງ​ກໍ​ລົງໂທດ​ປະຊາຊົນ​ສຳລັບ​ການບາບ​ຂອງ​ພໍ່​ແມ່​ຂອງ​ພວກເຂົາ​ດ້ວຍ. ພຣະອົງ​ເປັນ​ພຣະເຈົ້າ​ອົງ​ຍິ່ງໃຫຍ່​ແລະ​ຊົງ​ຣິດເດດ; ຜູ້​ມີ​ນາມຊື່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່.


“ພຣະເຈົ້າຢາເວ​ອົງ​ທີ່​ໄດ້​ສ້າງ​ແຜ່ນດິນ​ໂລກ ແລະ​ພຣະເຈົ້າຢາເວ​ປະກອບ​ໃຫ້​ເປັນ​ຮູບຮ່າງ ຜູ້​ມີ​ນາມ​ວ່າ​ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້:


ອົງ​ຜູ້​ມີ​ນາມ​ວ່າ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ເປັນ​ອົງ​ກະສັດ​ແລະ​ເປັນ​ອົງ​ຊົງ​ພຮະຊົນຢູ່​ແທ້ຈິງ. ຫໍ​ທີ່​ພູ​ຕາໂບ​ສູງ​ກວ່າ​ພູ​ທັງຫລາຍ​ສັນໃດ ພູ​ກາເມນ​ກໍ​ຕັ້ງ​ຢູ່​ສູງ​ເໜືອ​ນໍ້າ​ທະເລ​ສັນນັ້ນ; ຜູ້​ທີ່​ຈະ​ໂຈມຕີ​ພວກເຈົ້າ​ກໍ​ຢ່າງນັ້ນ​ແຫລະ ຄື​ຊົງ​ມີ​ພະລັງ​ອັນ​ເຂັ້ມແຂງ.


ແຕ່​ພຣະຜູ້ໄຖ່​ຂອງ​ພວກເຂົາ​ນັ້ນ​ເຂັ້ມແຂງ​ຫລາຍ ແລະ​ນາມ​ຂອງ​ພຣະອົງ​ຄື​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່. ພຣະອົງ​ຈະ​ຍົກ​ຄະດີ​ຂອງ​ພວກເຂົາ​ຂຶ້ນ​ພິຈາລະນາ ທັງ​ຈະ​ນຳ​ສັນຕິສຸກ​ມາ​ສູ່​ແຜ່ນດິນ​ໂລກ; ແຕ່​ປະຊາຊົນ​ແຫ່ງ​ບາບີໂລນ​ຈະ​ເດືອດຮ້ອນ.”


ພຣະເຈົ້າ​ຂອງ​ຢາໂຄບ​ບໍ່​ເປັນ​ຄື​ພະ​ເຫຼົ່ານີ້​ເລີຍ ສ້າງ​ທຸກສິ່ງ​ທັງ​ເລືອກສັນ​ຊາດ​ອິດສະຣາເອນ​ໄວ້ ເພື່ອ​ໃຫ້​ເປັນ​ປະຊາຊົນ​ທີ່​ພຣະອົງ​ໄດ້​ໝາຍເອົາ ພຣະນາມ​ຂອງ​ພຣະອົງ​ຄື​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່.


ພຣະເຈົ້າຢາເວ​ເປັນ​ທຸກໆ​ສິ່ງ​ທີ່​ຂ້ອຍ​ມີ ສະນັ້ນ ຂ້ອຍ​ຈຶ່ງ​ຝາກ​ຄວາມຫວັງ​ໄວ້​ໃນ​ພຣະເຈົ້າ.


ພຣະອົງ​ໄດ້​ສ້າງ​ໜ່ວຍ​ພູ​ທັງຫລາຍ ແລະ​ໄດ້​ບັນດານ​ໃຫ້​ລົມ​ພັດ​ມາ​ດ້ວຍ. ພຣະອົງ​ໄດ້​ໃຫ້​ມະນຸດ​ຮູ້​ຄວາມຄິດ​ຂອງ​ພຣະອົງ ພຣະອົງ​ປ່ຽນແປງ​ກາງເວັນ​ໃຫ້​ເປັນ​ກາງຄືນ​ໄດ້. ພຣະອົງ​ດຳເນີນການ​ຢູ່​ເໜືອ​ແຜ່ນດິນ​ໂລກ​ເຮົາ ພຣະນາມ​ຂອງ​ພຣະອົງ​ຄື ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່.


ອີກເທື່ອໜຶ່ງ ຢູດາຍ​ຈະ​ເປັນ​ສ່ວນ​ມໍຣະດົກ​ຂອງ​ພຣະເຈົ້າຢາເວ​ໃນ​ດິນແດນ​ອັນ​ສັກສິດ​ຂອງ​ພຣະອົງ ແລະ​ນະຄອນ​ເຢຣູຊາເລັມ​ກໍ​ຈະ​ເປັນ​ນະຄອນ​ທີ່​ພຣະອົງ​ຮັກ​ຫຼາຍ​ທີ່ສຸດ.


ແຕ່​ສ່ວນ​ຂອງ​ພຣະເຈົ້າຢາເວ​ແມ່ນ​ສຳລັບ​ພຣະອົງ ພວກ​ເຊື້ອສາຍ​ຂອງ​ຢາໂຄບ​ເປັນ​ມໍຣະດົກ​ຂອງ​ພຣະອົງ​ເອງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka