14 ເມື່ອເບິ່ງສິ່ງນີ້ ຄົນຊ່າງໂງ່ຈ້າ ແລະບໍ່ເຂົ້າໃຈ; ຄືພວກທີ່ເຮັດຮູບເຄົາຣົບ ກໍງົມງາຍກັນທັງນັ້ນ ເພາະບັນດາພະທີ່ພວກເຂົາໄດ້ເຮັດຂຶ້ນມາ ລ້ວນແຕ່ເປັນພະຈອມປອມແລະບໍ່ມີຊີວິດ.
ພຣະເຈົ້າຢາເວຫລຽວເບິ່ງມະນຸດຈາກສະຫວັນ ວ່າມີໃຜແດ່ທີ່ສະຫລາດ ມີໃຜແດ່ທີ່ຊອກສະແຫວງຫາພຣະອົງ.
ອັນນີ້ເປັນສິ່ງທີ່ຄົນໂງ່ບໍ່ສາມາດຮູ້ຈັກ ຄົນເບົາປັນຍາບໍ່ສາມາດເຂົ້າໃຈໄດ້
ປະຊາຊົນຂອງຂ້ອຍເອີຍ ເຫດໃດຈຶ່ງໂງ່ຢ່າງນີ້? ເມື່ອໃດພວກເຈົ້າຈະຮໍ່າຮຽນເປັນຄົນສະຫລາດ?
ທຸກຄົນທີ່ຂາບໄຫວ້ຮູບເຄົາຣົບຕ່າງກໍຖືກອັບອາຍ ບັນດາພະທັງຫລາຍຈຶ່ງກົ້ມຂາບລົງ ຕໍ່ໜ້າພຣະອົງ.
ຂ້ານ້ອຍເປັນເໝືອນສັດໂຕໜຶ່ງ ແທນທີ່ຈະເປັນຄົນ ຂ້ານ້ອຍຂາດຄວາມຮູ້ສຶກ ສົມກັບທີ່ຄົນຄວນມີນັ້ນ.
ທຸກຄົນທີ່ວາງໃຈໃນຮູບເຄົາຣົບທັງຮ້ອງຫາມັນ ກໍຈະຖືກດູໝິ່ນນິນທາ ແລະອັບອາຍຂາຍໜ້າ.”
ທຸກໆຄົນທີ່ຂາບໄຫວ້ຮູບນັ້ນຈະໄດ້ຮັບຄວາມອັບອາຍ. ຄົນທີ່ເຮັດຮູບເຄົາຣົບນັ້ນກໍເປັນພຽງແຕ່ມະນຸດ ບໍ່ວິເສດວິໂສຫຍັງ. ຈົ່ງໃຫ້ພວກເຂົາມາແລະຢືນສູ້ຄະດີເບິ່ງ ແລະພວກເຂົາກໍຈະຢ້ານກົວຫລາຍ ທັງຈະໄດ້ຮັບຄວາມອັບອາຍຢ່າງໜັກດ້ວຍ.
ພວກທີ່ເຮັດຮູບເຄົາຣົບຈະໄດ້ຮັບຄວາມອັບອາຍ ພວກເຂົາທຸກຄົນຈະໄດ້ຮັບການດູໝິ່ນປະໝາດ.
ພວກເຈົ້າຄິດວ່າສິ່ງທີ່ພວກເຈົ້າເຮັດນັ້ນຖືກຕ້ອງ; ແຕ່ເຮົາຈະເປີດເຜີຍຄວາມປະພຶດຂອງພວກເຈົ້າ ແລະຮູບພະເຫຼົ່ານັ້ນຈະຊ່ວຍຫຍັງພວກເຈົ້າບໍ່ໄດ້.
ຮູບເຄົາຣົບນີ້ ຄືເປັນດັ່ງຫຸ່ນທີ່ສວນໝາກແຕງໂມ ຊຶ່ງສາມາດເວົ້າຈາ ຫລືປາໄສຫຍັງບໍ່ໄດ້; ຄົນຕ້ອງຫາມຍົກຍ້າຍເພາະມັນຍ່າງບໍ່ເປັນ ຢ່າສູ່ຢ້ານກົວຮູບເຄົາຣົບເຫຼົ່ານີ້ເທາະ ເພາະມັນທຳຮ້າຍພວກເຈົ້າບໍ່ໄດ້ເລີຍ ມັນບໍ່ເຮັດຫຍັງດີໃຫ້ແກ່ພວກເຈົ້າໄດ້ດ້ວຍ.”
ພວກເຂົາທັງໝົດນັ້ນໂງ່ຈ້າ ແລະງົມງາຍ ພວກເຂົາຮຽນຮູ້ຫຍັງແດ່ຈາກຮູບເຄົາຣົບທີ່ເປັນໄມ້?
ເພາະພວກເຂົາເອົາຄວາມຈິງເລື່ອງພຣະເຈົ້າ ມາປ່ຽນເປັນຄວາມບໍ່ຈິງ, ພວກເຂົາຂາບໄຫວ້ ແລະຮັບໃຊ້ສິ່ງທີ່ພຣະເຈົ້າໄດ້ສ້າງມາ ແທນພຣະອົງຜູ້ຊົງສ້າງ ຄືຜູ້ທີ່ສົມຄວນຈະໄດ້ຮັບຄຳຍ້ອງຍໍສັນລະເສີນເປັນນິດ ອາແມນ.
ໃນມື້ຕໍ່ມາແຕ່ເດິກໆ ພວກເຂົາເຫັນຮູບພະນັ້ນລົ້ມຂວໍ້າໜ້າລົງ ຕໍ່ໜ້າຫີບຂອງພຣະເຈົ້າຢາເວອີກຄືເກົ່າ. ໃນເທື່ອນີ້ທັງຫົວແລະແຂນທັງສອງຂອງຮູບພະນັ້ນຫັກອອກ ແລະກອງກັນໄວ້ທີ່ປະຕູ ມີພຽງແຕ່ໂຕຂອງຮູບພະເທົ່ານັ້ນທີ່ຍັງເຫລືອຢູ່. (