ເຢເຣມີຢາ 10:12 - ພຣະຄຳພີສັກສິ12 ພຣະເຈົ້າສ້າງແຜ່ນດິນໂລກໂດຍຣິດທານຸພາບ ໂດຍພຣະປັນຍາໄດ້ສ້າງໂລກແລະກາງຟ້າສະຫວັນອອກ. Uka jalj uñjjattʼäta |
ພຣະເຈົ້າຢາເວໄດ້ນິຣະມິດສ້າງຈັກກະວານ ແມ່ນພຣະອົງແຕ່ຜູ້ດຽວທີ່ເປັນພຣະເຈົ້າ ພຣະອົງໄດ້ຈັດຮູບຮ່າງສ້າງແຜ່ນດິນໂລກຂຶ້ນມາ ໄດ້ເຮັດໃຫ້ໂລກໝັ້ນຄົງ ແລະຢັ້ງຢືນຄົງຢູ່ໄດ້. ພຣະອົງບໍ່ໄດ້ເຮັດໃຫ້ເປັນທີ່ເປົ່າຮ້າງຫວ່າງຄົນ ແຕ່ເປັນບ່ອນທີ່ມະນຸດເຮົາພັກພາອາໄສຢູ່ ພຣະເຈົ້າລັ່ນປາກກ່າວໄຂວາຈາວ່າ, “ເຮົາຄືພຣະເຈົ້າຢາເວ ພຣະເຈົ້າອົງອື່ນບໍ່ມີ.
ພຣະເຈົ້າຢາເວກ່າວຕໍ່ປະຊາຊົນຂອງພຣະອົງວ່າ, “ເມື່ອເຖິງເວລາທີ່ຈະຊ່ວຍເຈົ້າໃຫ້ພົ້ນ ເຮົາຈະເຫັນໃຈເຈົ້າ ແລະຕອບຄຳຮ້ອງຂໍ ຈະເຝົ້າເບິ່ງແຍງຮັກສາ ແລະປົກປ້ອງເຈົ້າໄວ້ ໂດຍທາງເຈົ້າ ເຮົາຈະຕັ້ງພັນທະສັນຍາ ກັບຊົນຊາດທັງຫລາຍທີ່ຢູ່ໃນໂລກນີ້. ເຮົາຈະນຳເຈົ້າໃຫ້ຕັ້ງຖິ່ນຖານເທື່ອໃໝ່ ໃນດິນແດນທີ່ເວລານີ້ຮົກຮ້າງຫວ່າງຄົນ.