Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 10:1 - ພຣະຄຳພີສັກສິ

1 ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ຟັງ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ມີ​ສຳລັບ​ພວກເຈົ້າ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 10:1
16 Jak'a apnaqawi uñst'ayäwi  

ແລະ​ມີກາອີຢາ​ໄດ້ກ່າວ​ວ່າ, “ສະນັ້ນ ຂໍ​ຈົ່ງ​ຟັງ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ກ່າວ​ເຖີດ ຂ້ານ້ອຍ​ໄດ້​ເຫັນ​ພຣະເຈົ້າຢາເວ​ນັ່ງ​ຢູ່​ເທິງ​ພຣະ​ບັນລັງ​ຂອງ​ພຣະອົງ​ໃນ​ສະຫວັນ ແລະ​ເທວະດາ​ທັງໝົດ​ກໍ​ກຳລັງ​ຢືນ​ຢູ່​ອ້ອມ​ຂ້າງ​ພຣະອົງ.


“ຈົ່ງ​ຟັງ​ເຮົາ​ຈະ​ກ່າວ ປະຊາຊົນ​ຂອງເຮົາ​ເອີຍ ເຮົາ​ຈະ​ເປັນ​ພະຍານ​ຕໍ່ສູ້​ພວກເຈົ້າ ຊາດ​ອິດສະຣາເອນ​ເອີຍ ເພາະວ່າ​ເຮົາ​ນັ້ນ ເປັນ​ພຣະເຈົ້າ​ຄື​ພຣະເຈົ້າ​ຂອງ​ພວກເຈົ້າ.


ນະຄອນ​ເຢຣູຊາເລັມ​ເອີຍ ບັນດາ​ຜູ້ປົກຄອງ​ແລະ​ຊາວ​ເມືອງ​ຂອງເຈົ້າ​ນັ້ນ ເປັນ​ດັ່ງ​ພວກ​ຜູ້ປົກຄອງ​ຂອງ​ຊາວ​ເມືອງ​ໂຊໂດມ​ແລະ​ໂກໂມຣາ. ຈົ່ງ​ຕັ້ງໃຈ​ຟັງ​ສິ່ງ​ທີ່​ພຣະເຈົ້າຢາເວ​ກຳລັງ​ກ່າວ​ແກ່​ພວກເຈົ້າ. ຈົ່ງ​ເອົາໃຈໃສ່​ຕໍ່​ກົດບັນຍັດ​ທີ່​ພຣະເຈົ້າ​ຂອງ​ພວກເຮົາ​ກຳລັງ​ສັ່ງສອນ​ພວກເຈົ້າ.


ບັດນີ້ ພວກເຈົ້າ​ຄົນ​ອວດດີ​ເອີຍ ຄື​ຜູ້ປົກຄອງ​ປະຊາຊົນ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ; ຈົ່ງ​ຟັງ​ສິ່ງ​ທີ່​ພຣະເຈົ້າຢາເວ​ກຳລັງ​ກ່າວ.


ພຣະເຈົ້າ​ຖືກ​ທຽບ​ໃສ່​ໄດ້​ກັບ​ສິ່ງໃດ? ທ່ານ​ພັນລະນາ​ໄດ້​ບໍ​ວ່າ​ພຣະອົງ​ເປັນ​ອັນໃດ​ແທ້?


ພຣະເຈົ້າຢາເວ​ອົງ​ກະສັດ​ຂອງ​ຊາດ​ອິດສະຣາເອນ​ແລະ​ອົງ​ພຣະຜູ້ໄຖ່​ຂອງ​ເຂົາ ຄື​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ກ່າວ​ໄວ້​ດັ່ງນີ້: “ເຮົາ​ເປັນ​ຜູ້ຕົ້ນ​ແລະ​ເປັນ​ຜູ້ປາຍ ບໍ່ມີ​ພຣະເຈົ້າ​ອື່ນໃດ ນອກເໜືອ​ຈາກ​ເຮົາ​ແລ້ວ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ຢ່າ​ໃຊ້​ຊີວິດ​ຕາມ​ວິທີ​ຊົນຊາດ​ອື່ນ ຢ່າ​ໃຫ້​ສິ່ງ​ຜິດ​ປົກກະຕິ​ພາ​ໃຈ​ສະທ້ານ​ຢ້ານກົວ ຄື​ສິ່ງ​ທີ່​ເກີດຂຶ້ນ​ເທິງ​ຟ້າ​ສະຫວັນ ແມ່ນ​ວ່າ​ຊົນຊາດ​ອື່ນ​ສະທ້ານ​ຢ້ານກົວ​ກໍຕາມ.


ພວກເຈົ້າ ເຊື້ອສາຍ​ຂອງ​ຢາໂຄບ ແລະ ເຜົ່າ​ຕ່າງໆ​ຂອງ​ຊາດ​ອິດສະຣາເອນ​ເອີຍ ຈົ່ງ​ຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ.


ພຣະເຈົ້າຢາເວ​ມີ​ຄະດີ​ກ່າວ​ຟ້ອງ​ຕໍ່ສູ້​ປະຊາຊົນ ທີ່​ອາໄສ​ຢູ່​ໃນ​ດິນແດນ​ນີ້. ຊາວ​ອິດສະຣາເອນ​ເອີຍ ຈົ່ງ​ຟັງ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ກ່າວ: “ຄວາມ​ສັດຊື່​ຫລື​ຄວາມຮັກ​ບໍ່ມີ​ຢູ່​ໃນ​ດິນແດນ​ນີ້ ແລະ​ບໍ່​ມີ​ຄວາມ​ຮັບຮູ້​ພຣະເຈົ້າ.


ບັດນີ້ ຈົ່ງ​ຟັງ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ກ່າວ​ເທີ້ນ. ເຈົ້າ​ໄດ້​ບອກ​ໃຫ້​ຂ້ອຍ​ເຊົາ​ທຳນວາຍ ແລະ​ເຊົາ​ກ່າວ​ຕໍ່ສູ້​ປະຊາຊົນ​ອິດສະຣາເອນ.


ດ້ວຍເຫດນີ້ ພວກເຮົາ​ຈຶ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ໂດຍ​ບໍ່​ຢຸດຢັ້ງ ເພາະ​ພວກເຈົ້າ​ໄດ້​ຮັບ​ເອົາ​ພຣະຄຳ​ຂອງ​ພຣະເຈົ້າ ທີ່​ໄດ້ຍິນ​ຈາກ​ພວກເຮົາ​ນັ້ນ ບໍ່​ເໝືອນ​ເປັນ​ຂໍ້​ຄວາມ​ຂອງ​ມະນຸດ, ແຕ່​ເປັນຈິງ ຄື​ເປັນ​ພຣະຄຳ​ຂອງ​ພຣະເຈົ້າ ທີ່​ດຳເນີນ​ງານ​ຢູ່​ພາຍ​ໃນ​ເຈົ້າ​ທັງຫລາຍ​ທີ່​ເຊື່ອ.


ຜູ້ໃດ​ມີ​ຫູ​ຟັງ ຈົ່ງ​ຟັງ​ຂໍ້ຄວາມ​ທີ່​ພຣະວິນຍານ​ຊົງ​ກ່າວ​ແກ່​ຄຣິສຕະຈັກ​ທັງຫລາຍ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka