7 ແຕ່ພຣະເຈົ້າຢາເວກໍຍັງກ່າວແກ່ຂ້າພະເຈົ້າວ່າ, “ຢ່າເວົ້າວ່າ, ເຈົ້າຍັງໜຸ່ມເກີນໄປ ແຕ່ຈົ່ງໄປຫາປະຊາຊົນທີ່ເຮົາສັ່ງເຈົ້າໃຫ້ໄປພົບ ແລະບອກພວກເຂົາທຸກໆສິ່ງທີ່ເຮົາສັ່ງເຈົ້າໃຫ້ກ່າວ.
ແຕ່ມີກາອີຢາຕອບວ່າ, “ໂດຍພຣະເຈົ້າຢາເວອົງຊົງພຣະຊົນຢູ່, ຂ້າພະເຈົ້າຈະຂໍເວົ້າແຕ່ຖ້ອຍຄຳທີ່ພຣະເຈົ້າຢາເວໄດ້ບອກໃຫ້ຂ້າພະເຈົ້າເວົ້າເທົ່ານັ້ນ.”
ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງຂ້ານ້ອຍ ພຣະອົງໄດ້ໃຫ້ຂ້ານ້ອຍຂຶ້ນເປັນກະສັດສືບແທນພໍ່ຂອງຂ້ານ້ອຍຄືດາວິດ ເຖິງແມ່ນວ່າຂ້ານ້ອຍຍັງໜຸ່ມ ແລະບໍ່ຮູ້ຈັກວ່າຈະປົກຄອງຢ່າງໃດ.
ແຕ່ມີກາອີຢາຕອບວ່າ, “ພຣະເຈົ້າຢາເວຊົງພຣະຊົນຢູ່ສັນໃດ ຂ້າພະເຈົ້າຈະເວົ້າຕາມທີ່ພຣະເຈົ້າໄດ້ບອກໃຫ້ຂ້າພະເຈົ້າເວົ້າສັນນັ້ນ.”
ພຣະອົງບອກວ່າ, “ເຮົາແມ່ນພຣະເຈົ້າຢາເວ. ຈົ່ງບອກກະສັດຟາໂຣແຫ່ງເອຢິບເຖິງເລື່ອງຕ່າງໆທີ່ເຮົາໄດ້ບອກເຈົ້າ.”
ພຣະເຈົ້າຢາເວກ່າວວ່າ, “ເຈົ້າຈົ່ງຢືນຢູ່ໃນເດີ່ນຂອງວິຫານຂອງພຣະເຈົ້າຢາເວ ແລະປະກາດຖ້ອຍຄຳທັງໝົດທີ່ເຮົາໄດ້ສັ່ງເຈົ້າໃຫ້ກ່າວຕໍ່ປະຊາຊົນ ທີ່ມາຈາກເມືອງຕ່າງໆຂອງອານາຈັກຢູດາຍເພື່ອນະມັດສະການໃນວິຫານຂອງພຣະເຈົ້າຢາເວ. ຢ່າສູ່ກ່າວໃຫ້ຂາດໄປຈັກຄຳ.
ເມື່ອເຢເຣມີຢາກ່າວຕໍ່ປະຊາຊົນເຖິງຖ້ອຍຄຳທັງໝົດທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ ຊຶ່ງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາໄດ້ໃຊ້ເພິ່ນໃຫ້ບອກພວກເຂົາຈົບແລ້ວ.
ສະນັ້ນ ເຢເຣມີຢາເອີຍ ເຈົ້າຈະກ່າວຖ້ອຍຄຳເຫຼົ່ານີ້ສູ່ປະຊາຊົນຂອງເຮົາຟັງ ແຕ່ພວກເຂົາຈະບໍ່ຟັງເຈົ້າ; ເຈົ້າຈະເອີ້ນຫາພວກເຂົາ ແຕ່ພວກເຂົາຈະບໍ່ຂານຕອບ.
ເຖິງແມ່ນວ່າພວກເຂົາຈະຟັງເຈົ້າຫລືບໍ່ກໍຕາມ ເຈົ້າຈະຕ້ອງບອກສິ່ງທີ່ເຮົາບອກເຈົ້າໃຫ້ກ່າວ. ຈົ່ງຈຳໄວ້ວ່າພວກເຂົາກະບົດຕໍ່ສູ້ເຮົາ.
ຄັນເມື່ອເຮົາກ່າວແກ່ເຈົ້າອີກ ເຮົາຈຶ່ງຈະໃຫ້ເຈົ້າສາມາດເວົ້າໄດ້ອີກ. ເຈົ້າຈະບອກພວກເຂົາວ່າ, ‘ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້.’ ບາງຄົນໃນພວກເຂົາຈະຟັງແຕ່ບາງຄົນຈະເມີນເສີຍຕໍ່ເຈົ້າ ເພາະພວກເຂົາເປັນຊົນຊາດຂອງຄົນກະບົດ.”
ແຕ່ພຣະເຈົ້າຢາເວໄດ້ໃຫ້ຂ້ອຍເຊົາລ້ຽງແກະ ຊຶ່ງເປັນອາຊີບຂອງຂ້ອຍ ແລະພຣະເຈົ້າຢາເວໄດ້ສັ່ງໃຫ້ຂ້ອຍມາທຳນວາຍຕໍ່ພວກອິດສະຣາເອນປະຊາຊົນຂອງພຣະອົງ.
ວ່າ, “ຈົ່ງໄປທີ່ນີເນເວເມືອງໃຫຍ່ ແລະປະກາດຖ້ອຍຄຳທີ່ເຮົາໄດ້ມອບໃຫ້ເຈົ້ານັ້ນແກ່ປະຊາຊົນ.”
ແລ້ວໃນຄືນນັ້ນ ພຣະເຈົ້າໄດ້ມາຫາບາລາອາມ ແລະບອກເພິ່ນວ່າ, “ຖ້າພວກເຫຼົ່ານີ້ຫາກຍັງຂໍຮ້ອງເຈົ້າໃຫ້ໄປກັບພວກເຂົາ ຈົ່ງຕຽມຕົວໄປສາ, ແຕ່ໃຫ້ເຈົ້າເຮັດຕາມສິ່ງທີ່ເຮົາບອກເຈົ້າເທົ່ານັ້ນ.”
ບາລາອາມຈຶ່ງຕອບວ່າ, “ຂ້າພະເຈົ້າມານີ້ແລ້ວບໍ່ແມ່ນບໍ? ແຕ່ບັດນີ້ ຂ້າພະເຈົ້າຈະມີອຳນາດເຮັດຫຍັງໄດ້ແດ່? ຂ້າພະເຈົ້າກ່າວໄດ້ພຽງແຕ່ສິ່ງທີ່ພຣະເຈົ້າບອກໃຫ້ກ່າວເທົ່ານັ້ນ.”
ສັ່ງສອນພວກເຂົາໃຫ້ຖືຮັກສາທຸກໆສິ່ງທີ່ເຮົາໄດ້ສັ່ງພວກເຈົ້າໄວ້ແລ້ວນັ້ນ ນີ້ແຫຼະ ເຮົາຢູ່ກັບເຈົ້າທັງຫລາຍທຸກໆວັນຈົນສິ້ນໂລກນີ້.”
ດ້ວຍວ່າ, ຂ້າພະເຈົ້າບໍ່ໄດ້ທໍ້ຖອຍ ໃນການປະກາດພຣະປະສົງທຸກຢ່າງຂອງພຣະເຈົ້າໃຫ້ພວກທ່ານຮູ້.